ຍສໝ - ກົມການນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ຈີນ ໄດ້ເພີ່ມທະວີການນຳເຂົ້າຢາງພາລາຈາກຫວຽດນາມ. ອັດຕາສ່ວນກວມຕະຫຼາດຢາງພາລາຂອງຫວຽດນາມໃນການນຳເຂົ້າຢາງພາລາທັງໝົດຂອງຈີນໃນ 11 ເດືອນຕົ້ນປີ 2021 ກວມເອົາ 17,7%.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອງຢູງ ແລະ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດເບລາຣຸດ Nikolai Borisevich ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ເບລາຣຸດ, ການແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ, ບັນຫາພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ປີ 2021, ຫວຽດນາມ ກວມເອົາເກືອບ 80% ຍອດມູນຄ່າວົງເງິນຜະລິດຕະພັນກະເສດທີ່ກຳປູເຈຍ ສົ່ງອອກ, ໃນນັ້ນ ໝາກພິກໄທ, ແກ່ນໝາກມ່ວງຫິມະພານ, ຖົ່ວຂຽວ... ກວມເອົາ 96-99% ຍອດປະລິມານຜະລິດຕະພັນ.
ຍສໝ - ຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຕິນເກື່ອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Vong Pisen, ຜູ້ບັນຊາການໃຫຍ່ທະຫານພະບໍລົມວົງສານຸວົງກຳປູເຈຍ.
ວັນທີ 10 – 11 ມັງກອນ, ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດ, ສາລະຄະດີ, ພາບຖ່າຍ ກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ.
ຍສໝ - ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຍສໝ - ຕອນເຊົ້າຂອງວັນທີ 11 ມັງກອນ (ເວລາທີ່ຫວຽດນາມ), ທ່ານ ນາງ Mary Ng - ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ສົ່ງເສີມການສົ່ງອອກ, ວິສາຫະກິດຂະໜາດນ້ອຍ ແລະ ພັດທະນາເສດຖະກິດ ຂອງການາດາ ແລະ ທ່ານ ຫງວຽນຮົ່ງຢ໊ຽນ ລັດຖະມົນຕີກະຊວງອຸດສະຫະກຳການຄ້າຫວຽດນາມ ໄດ້ຮ່ວມກັນເປັນສັກຂີພະຍານໃນພິທີເຊັນບົດບັນທຶກຊ່ວຍຈຳ (MOU) ໃນຮູບແບບທາງໄກອອນໄລ໌ ແລະ ການສ້າງຕັ້ງຄະນະກຳມະການຮ່ວມດ້ານເສດຖະກິດ (JEC) ລະຫວ່າງ ຫວຽດນາມ ກັບ ການາດາ.
ຍສໝ - ອິນເດຍແມ່ນປະເທດທຳອິດ ທີ່ມີຖະໜົນຊື່ວ່າ ໂຮ່ຈີມິນ ແລະ ໄດ້ຕັ້ງຮູບປັ້ນລຸງໂຮ່. ຖະໜົນສາຍທຳອິດທີ່ຕັ້ງຊື່ ລຸງໂຮ່ ໃນປະເທດອິນເດຍເອີ້ນວ່າ Ho Chi Minh Sarani ຖືກຕັ້ງຊື່ໃນປີ 1968 ໂດຍປະຊາຊົນເມືອງ Kolkata, ເມືອງເອກຂອງລັດ Bengal ຕາເວັນຕົກ.
ຍສໝ - 23 ສະຖານອະນຸສາວະລີທີ່ເປັນຄຳກ່າວຂານກ່ຽວກັບວັນເວລາທີ່ເຄັ່ງຕຶງທີ່ສຸດໃນປະຫວັດສາກຳປູເຈຍ, ກ່ຽວກັບສົງຄາມພິເສດຂອງກຳລັງປະກອບອາວຸດສອງຊາດ, ກ່ຽວກັບໄຊຊະນະທີ່ໄດ້ປ່ຽນແປງປະຫວັດສາດຂອງຊົນຊາດໜຶ່ງ - ໄຊຊະນະ 7 ມັງກອນ 1979.
ຍສໝ - ຕອນເຊົ້າວັນທີ 10 ມັງກອນ ຢູ່ທີ່ດ່ານຊາຍແດນສາກົນ ມົກບາຍ (ແຂວງເຕີຍນິ່ງ), ໂດຍໄດ້ຮັບມອບສິດຂອງກອງບັນຊາການທະຫານເຮືອປະຊາຊົນຫວຽດນາມ, ທະຫານເຮືອ ເຂດ 5 ໄດ້ຈັດຕັ້ງພິທີມອບອຸປະກອນຮັບໃຊ້ຫ້ອງການໃຫ້ແກ່ທະຫານເຮືອລາດຊະວົງກຳປູເຈຍ.
ຍສໝ - ລະຫວ່າງ ຫວຽດນາມ ແລະ ອິນເດຍ ມີວິໄສທັດ ແລະ ວິທີການເຂົ້າເຖິງ ກັບບັນດາບັນຫາສາກົນໃຫຍ່, ບັນດາບັນຫາໃນພາກພື້ນ.
ຍສໝ - ຫວ່າງແລ້ວນີ້, ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ມອບເຂັມສັກຢາໃຊ້ເທື່ອດຽວ 6,3 ລ້ານເຂັມ ໃຫ້ແກ່ສະຖາບັນສຸຂະອະນາໄມສຸຂາພິບານສູນກາງ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງໃນລະຫວ່າງວັນທີ 8 – 10 ມັງກອນ.
ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ: ຫວຽດນາມ ມີ 209 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນ 5,1 ຕື້ USD. ຫວຽດນາມຢືນອັນດັບ 3 ໃນບັນດາປະເທດລົງທຶນຢູ່ລາວ.
ຍສໝ - ວັນທີ 9 ມັງກອນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫຼ້າຄຳຟອງ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ ສັງຄົມ, ການພົວພັນແລກປ່ຽນປະຊາຊົນ ທີ່ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ.
ກະຊວງຕຳຫຼວດ 2 ປະເທດຈົ່ງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເຂົ້າສູ່ລ່ວງເລີກ, ທັງແກ້ໄຂບັນດາບັນຫາຍຸດທະສາດ, ທັງຮ່ວມມືໃນບັນດາຂົງເຂດລະອຽດຄື ການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳດ້ານອິນເຕີເນັດ, ເຕັກໂນໂລຊີ
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ຄັ້ງທີ 44 ຢູ່ ຫວຽດນາມ, ຕອນບ່າຍວັນທີ 9 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ໄດ້ຕ້ອນຮັບທ່ານເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ.
ຍສໝ - ຫວ່າງແລ້ວນີ້, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ກຽນຢາງ ໄດ້ຈັດພິທີມອບທຶນການສຶກສາ 41 ທຶນ ໄປຮຽນຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມສຶກສາ ແຂວງ ກຽນຢາງ ຂອງມະຫາວິທະຍາໄລ ອາເມລິກາ - AUV ຢູ່ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດ ຫວຽດນາມ - ອິນເດຍ (7 ມັງກອນ 1972 – 7 ມັງກອນ 2022), ສູນວັດທະນະທຳ Swami Vivekananda (SVCC), ສະຖານທູດ ອິນເດຍ ປະຈຳ ຮ່າໂນ້ຍ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ຢູ່ ຮ່າໂນ້ຍ (HAVIFA) ໄດ້ຈັດຕັ້ງງານວາງສະແດງຮູບພາບ “ເດລີ - ຮ່າໂນ້ຍ: ຂົວມິດຕະພາບ”.
ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກສະຫຼຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ປີ 2021 ໂດຍ ທ່ານພົນໂທ ຮ່ວາງຊວັນຈຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານ.
ຍສໝ - ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ບໍ່ພຽງແຕ່ຕັ້ງຢືນຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນພະຍານຫຼັກຖານໃຫ້ແກ່ສາຍພົວພັນຢ່າງສະໜິດແໜ້ນລະຫວ່າງສອງປະເທດ.
ຍສໝ - ຕາມຂໍ້ມູນຈາກນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ພະນົມເປັນ ໃນວັນທີ 7 ມັງກອນ ໃຫ້ຊາບວ່າ: ເນື່ອງໃນໂອກາດລະນຶກ 43 ປີ ແຫ່ງໄຊຊະນະເໜືອລະບອບການຂ້າງລ້າງເຜົ່າພັນ Pol Pot (ວັນທີ 7 ມັງກອນ 1979 - ວັນທີ 7 ມັງກອນ 2022), ປະທານພັກປະຊາຊົນກຳປູເຈຍ (CPP) ທີ່ກຳອຳນາດ, ທ່ານນາຍົກລັດຖະມົນຕີ ສົມເດັດ ຕີຈໍ່ ຮຸນແຊນ ໄດ້ກ່າວຖະແຫຼງການຢ່າງຈະແຈ້ງວ່າ: “ວັນທີ 7 ມັງກອນ 2022 ເປັນວັນລະນຶກ 43 ປີ ແຫ່ງໄຊຊະນະປະຫວັດສາຂອງປະຊາຊົນກຳປູເຈຍໃນການໂຄ່ນລົ້ມລະບອບຂ້າລ້າງເຜົ່າພັນ Pol ...
ທ່ານພົນເອກ ໂງຊວັນລິກ ກໍຕີລາຄາສູງຕໍ່ເລື່ອງກອງທັບປະຊາຊົນ ລາວ ແລະ ທ່ານຈັນສະໝອນ ຈັນຍະລາດເອງ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່ໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງສອງປະເທດ.
ຕອນເຊົ້າວັນທີ 8/1, ພາຍຫຼັງພິທີຕ້ອນຮັບ ແລະ ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ.
ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ.
ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມເປີດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ແລະ ກອງປະຊຸມຄັ້ງທີ 44 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ.
ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງປະເທດ ຫວຽດນາມ ລາວ ໃນທຸກຂົງເຂດ ນັບແຕ່ດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ ນັບມື້ນັບໄດ້ເປີດກ້ວາງ ແລະ ພັດທະນາ, ນຳມາເຊິ່ງຜົນປະໂຫຍດອັນດີງາມໃຫ້ແກ່ປະຊາຊົນທັງສອງປະເທດ.
ຕອນເຊົ້າວັນທີ 8 ມັງກອນ, ຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີລາວ ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫ່າງວັນທີ 8-10 ມັງກອນ ຕາມຄຳເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ໄດ້ດຳເນີນ ພິທີມອບເງິນຈຳນວນ 100.000 USD ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໜູນຊ່ວຍໃຫ້ແກ່ບັນດາຄອບຄົວທີ່ມີຄົນເສຍຊິວິດ ໃນເຫດພາຍຸທີ່ເກີດຂຶ້ນໃນເດືອນທັນວາ ປີ 2021 ຢູ່ລັດ ແກນຕຸກກິ, ອາເມລິກາ.