ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

16:29 | 08/01/2022

ຕອນເຊົ້າວັນທີ 8 ມັງກອນ, ຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີລາວ ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫ່າງວັນທີ 8-10 ມັງກອນ ຕາມຄຳເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີຫວຽດ​ນາມໃຫ້​ການຕ້ອນຮັບນາຍົກລັດຖະມົນຕີລາວ ນາຍົກລັດຖະມົນຕີຫວຽດ​ນາມໃຫ້​ການຕ້ອນຮັບນາຍົກລັດຖະມົນຕີລາວ
ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ທ່ານ ເຈີ່ນວັນເຊີນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ທີ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ. (ພາບ: TTXVN)

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງຕ່າງປະເທດ ໃນປີ 2022.

ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ພິທີຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.(ພາບ: TTXVN)

ການຢ້ຽມຢາມກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດໃນການຊຸກຍູ້ການພົວພັນແບບພິເສດຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ແທດຈິງ ແລະຜັນຂະຫຍາຍຖະແຫຼງການຮ່ວມຫວຽດນາມ - ລາວ ເດືອນ ມິຖຸນາ 2021 ຢ່າງມີປະສິດທິຜົນພ້ອມກັນນັ້ນກໍ່ແມ່ນເຫດການທີ່ມີຄວາມໝາຍທຳອິດໃນຂອບເຂດປີສາມັກຄີມິດຕະພາບຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ເພື່ອແນໃສ່ຮັດແໜ້ນ ແລະເພີ່ມທະວີສາຍພົວພັນແບບພິເສດລະຫວ່າງສອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.