ຫວຽດ​ນາມ ສ​ະ​ໜັບ​ສະ​ໜູນ ອາ​ເມ​ລິ​ກາ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກໄພ​ທໍາ​ມະ​ຊາດ

14:07 | 08/01/2022

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ໄດ້ດຳເນີນ ພິທີມອບເງິນຈຳນວນ 100.000 USD ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໜູນຊ່ວຍໃຫ້ແກ່ບັນດາຄອບຄົວທີ່ມີຄົນເສຍຊິວິດ ໃນເຫດພາຍຸທີ່ເກີດຂຶ້ນໃນເດືອນທັນວາ ປີ 2021 ຢູ່ລັດ ແກນຕຸກກິ, ອາເມລິກາ.

ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ ຫວຽດນາມ ຍົກ​ສູງ​ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ສາກົນ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສ​ປ​ຊ
ອາ​ເມ​ລິ​ກາ​ ໃຊ້​ງົບປະມານ 9,1 ຕື້ໂດລາສະຫະລັດ ​ເພື່ອ​ຊື້​ຜະລິດ​ຕະພັນ​ທີ່ມີທ່າແຮງຂອງ​ຫວຽດນາມ ອາ​ເມ​ລິ​ກາ​ ໃຊ້​ງົບປະມານ 9,1 ຕື້ໂດລາສະຫະລັດ ​ເພື່ອ​ຊື້​ຜະລິດ​ຕະພັນ​ທີ່ມີທ່າແຮງຂອງ​ຫວຽດນາມ

ກ່ອນນັ້ນ, ວັນທີ 12 ທັນວາ ປີ 2021, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄອບຄົວບັນດາ ຜູ້ປະສົບເຄາະຮ້າຍຈາກ ໄພທຳມະຊາດ.

ຫວຽດ​ນາມ ສ​ະ​ໜັບ​ສະ​ໜູນ ອາ​ເມ​ລິ​ກາ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກໄພ​ທໍາ​ມະ​ຊາດ
ຫວຽດ​ນາມ ສ​ະ​ໜັບ​ສະ​ໜູນ ອາ​ເມ​ລິ​ກາ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກໄພ​ທໍາ​ມະ​ຊາດ. ພາບ: TTXVN

ຕາງໜ້າລັດຖະບານ ແລະ ປະຊາຊົນອາເມລິກາ, ທ່ານອຸປະທູດຊົ່ວຄາວ ສະຖານທູດອາເມລິກາ ປະຈຳ ຫວຽດນາມ Marie Damour ໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ການໜູນຊ່ວຍຢ່າງຕັ້ງໜ້າ, ທັນການຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ ເຖິງ ຊາວລັດ ແກນຕຸກກິ; ທ່ານປາດຖະໜາຢາກ ໃຫ້ການພົວພັນອັນດີງາມສອງຝ່າຍລະຫວ່າງສອງປະເທດສືບຕໍ່ພັດທະນາ, ໃນນັ້ນມີການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາກາແດງສອງປະເທດ.

ເຂົ້າຮ່ວມພິທີກໍ່ຍັງມີຜູ້ຕາງໜ້າການນໍາສະພາກາແດງຫວຽດນາມ, ອົງການພັດທະນາສາກົນອາເມລິກາ ປະຈໍາ ຫວຽດນາມ ແລະ ສະພາກາແດງອາເມລິກາ ປະຈໍາຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.