ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ

07:26 | 14/01/2022

ຍສໝ - ກົມ​ການ​ນຳ​ເຂົ້າ-ສົ່ງ​ອອກ (ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ) ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ ຈີນ ໄດ້​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ. ອັດຕາສ່ວນ​ກວມ​ຕະຫຼາດ​ຢາງພາລາ​ຂອງ​ຫວຽດນາມ​ໃນ​ການ​ນຳ​ເຂົ້າ​ຢາງພາລາ​ທັງ​ໝົດ​ຂອງ​ຈີນ​ໃນ 11 ​ເດືອນ​ຕົ້ນ​ປີ 2021 ກວມ​ເອົາ 17,7%.

ໄວ​ໜຸ່ມ ຫວຽດ​ນາມ - ລາວ ມີ​ຄວາມ​ຮ​ັບ​ຜິດ​ຊອບ​ສືບ​ທອດ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ ໄວ​ໜຸ່ມ ຫວຽດ​ນາມ - ລາວ ມີ​ຄວາມ​ຮ​ັບ​ຜິດ​ຊອບ​ສືບ​ທອດ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ
ພາບປະກອບ: vattunongnghiep.com.vn
ພາບປະກອບ: vattunongnghiep.com.vn

ກົມ​ການ​ນຳ​ເຂົ້າ-ສົ່ງ​ອອກ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ​ໄດ້​ອ້າງ​ອີງຕາມ​ສະຖິຕິ​ຂອງ​ກົມ​ພາສີ​ຈີນ​ທີ່​ກ່າວ​ວ່າ ​ໃນ 11 ​ເດືອນ​ຂອງ​ປີ 2021, ມູນ​ຄ່າ​ການ​ນຳ​ເຂົ້າ​ຢາງພາລາ​ຂອງ​ຈີນ (ລະຫັດ HS 4001, 4002, 4003, 4005) ຂອງ ຈີນ ບັນລຸ 11,35 ຕື້ USD, ​ເພີ່ມ​ຂຶ້ນ 16.2% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ໄທ, ຫວຽດນາມ, ມາ​ເລ​ເຊຍ, ​ສ.ເກົາຫຼີ​ ແລະ ຍີ່ປຸ່ນ ​ແມ່ນ 5 ຕະຫຼາດ​ໃຫຍ່​ທີ່​ສຸດ​ທີ່​ສະໜອງ​ຢາງພາລາ​ໃຫ້​ຈີນ.

ຫວຽດນາມ ​ແມ່ນ​ປະ​ເທດ​ສະໜອງ​ຢາງພາລາ​ໃຫຍ່​ອັນ​ດັບ​ສອງ​ໃຫ້​ຈີນ ດ້ວຍ​ວົງເງິນການ​ຄ້າບັນລຸ 2 ຕື້ USD, ​ເພີ່ມ​ຂຶ້ນ 32,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ອັດຕາສ່ວນ​ກວມຕະຫຼາດ​ຢາງພາລາ​ຂອງ​ຫວຽດນາມ ​ໃນ 11 ​ເດືອນ​ຂອງ​ປີ 2021 ກວມ​ເອົາ 17,7%, ​ເພີ່ມ​ຂຶ້ນ​ຈາກ 15,5% ໃນ 11 ເດືອນຂອງປີ 2020.

​ໃນ 11 ​ເດືອນ​ຕົ້ນ​ປີ 2021, ຫວຽດນາມ ​ແມ່ນ​ຜູ້​ສະໜອງ​ຢາງພາລາ​ທຳ​ມະ​ຊາດ​​ ແລະ ຢາງພາລາສັງລວມ​ໃຫຍ່​ອັນ​ດັບ​ສອງ​ໃຫ້​ຈີນ ດ້ວຍ​ມູນ​ຄ່າ 1,77 ຕື້ USD, ​ເພີ່ມ​ຂຶ້ນ 36,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ອັດຕາສ່ວນ​ກວມຕະຫຼາດ​ຢາງພາລາ​ທຳ​ມະ​ຊາດ ​ແລະ ​ຢາງພາລາ​ສັງລວມ​ຂອງ​ຫວຽດນາມ ກວມ 40% ຂອງ​ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ຢາງພາລາ​ທຳ​ມະ​ຊາດ ​ແລະ ​ຢາງພາລາ​ສັງລວມຂອງ​ຈີນ, ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຈາກ 30% ​ໃນ 11 ​ເດືອນ​ປີ 2020.

ຈີນ​ຍັງ​ໄດ້​ຍູ້​ແຮງການ​ນຳ​ເຂົ້າ​​ຢາງພາລາ​ທຳ​ມະ​ຊາດ​ ແລະ ​​ຢາງພາລາ​​ສັງ​ລວມຈາກ​ຕະຫຼາດ​ຕ່າງໆ​ເຊັ່ນ​ມຽນມາ, ລາວ; ຂະນະ​ທີ່​ຫຼຸດ​ການ​ນຳ​ເຂົ້າ​ຈາກ​ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ... ​ ເມື່ອທຽບໃສ່ກັບໄລຍະ​ດຽວ​ກັນ​ຂອງ​ປີ 2020.

ໄຊພອນ

ເຫດການ
302 Found

Found

The document has moved here.