ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ ປະ​ກອບ​ສ່ວນ​ຍົກ​ສູງ​​ຖາ​ນະບົດ​ບາດ, ທີ່​ຕັ້ງຂອງ ຫວຽດ​ນາມ

15:15 | 10/01/2022

ຍ​ສ​ໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກສະຫຼຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ປີ 2021 ໂດຍ ທ່ານ​ພົນ​ໂທ ​ຮ່​ວາງ​ຊວັນ​ຈຽນ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເປັນ​ປະ​ທານ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ
ທ່ານ​ປະ​ທາ​ນ​ປະ​ເທດ​ເປັນ​ປະ​ທານວາລະກອງປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ​ອາ​ຍຸ​ການ 2021 – 2026. ທ່ານ​ປະ​ທາ​ນ​ປະ​ເທດ​ເປັນ​ປະ​ທານວາລະກອງປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ​ອາ​ຍຸ​ການ 2021 – 2026.
ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ ປະ​ກອບ​ສ່ວນ​ຍົກ​ສູງ​​ຖາ​ນະບົດ​ບາດ, ທີ່​ຕັ້ງຂອງ ຫວຽດ​ນາມ
ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ພາບ: TTXVN)

ປີ 2021, ເຖິງ​ວ່າ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ແຕ່​ວຽກ​ງານ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ​ຍັງ​ໄດ້​ຮັບ​ກາ​ນ​ຜັນ​ຂະ​ຫຍາຍ​ຢ່າງ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ, ມີ​ປ​ະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ກາ​ນ​ພົວ​ພັນ​ເລິກ​ເຊິ່ງ​ກ່​ວາອີກ, ປົກ​ປ້ອງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ແຫ່ງ​ຊາດ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ສາ​ກົນ, ສືບ​ຕໍ່​ຢັ້ງ​ຢືນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວິ​ທີ​ການ​ສຳ​ຄັນ​ໃນ​ການ​ປົກ​ປ້ອງ​ປະ​ເທດ​ຊາດ​ແຕ່​ໄວ ແລະ ໄກ ໂດຍ​ສັນ​ຕິ​ວິ​ທີ, ປະ​ກອບ​ສ່ວນ​ຢ່​າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງບົດ​ບາດ​ຂອງ ຫວຽດ​ນາມ, ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ, ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ​ຂອງ​ປະ​ເທດ​ຊາດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບທົ່ວກອງທັບ ທີ່ໄດ້ມີການປະກອບສ່ວນສຳຄັນເຂົ້າໃນວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດ ດ້ານປ້ອງກັນຊາດ ໃນປີ 2021 ຢ່າງມີປະສິດທິຜົນ.

ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຮຽກຮ້ອງວ່າໃນປີ 2022, ບັນດາອົງການ, ກົມກອງຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຕອບສະໜອງເປົ້າໝາຍຍຸດທະສາດ, ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ການ​ພົວ​ພັນ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດໃຫ້ແທດ​ຈິງ, ມີ​ສະ​ຖຽນ​ລະ​ພາບ, ມີ​ປະ​ສິດ​ທິ​ຜົນ, ສຸມ​ໃສ່​ເຂົ້າ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ, ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ຂອງ​ແຕ່​ລະ​ປະ​ເທດ, ຍົກ​ລະ​ດັບ​ການ​ພົວ​ພັນ​ຕ່າງ​ປະ​ເທ​ດ​ດ້ານ​ປ້ອງ​ກັນ​ຊາດ, ເປັນເຈົ້າການໃນການຍົກອອກຂໍ້ລິເລີ່ມ ແລະ ຕັ້ງໜ້າເຂົ້າຮ່ວມການປະຕິບັດສຳເລັດລະບອບລະບຽບການ, ກົນໄກຮ່ວມມືດ້ານປ້ອງກັນຊາດໃນຂອບເຂດອາຊຽນ ແລະ ໂດຍອາຊຽນນຳໜ້າພາທາງ, ຍູ້ແຮງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຕາມທິດເປີດກ້ວາງຂົງເຂດ ແລະ ບໍລິເວນ, ຮັບໃຊ້ບັນດາເປົ້າໝາຍຂອງການເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບການປ້ອງກັນຊາດ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ.

ຍູ້ແຮງການ​ໂຄ​ສະ​ນາ​ເຜີຍ​ແຜ່, ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ສັງ​ຄົມ​ກ່ຽວ​ກັບ​ທິດ​ທາງ, ທັດ​ສະ​ນະ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ທູດ​ປ້ອງ​ກັນ​ຊາດ, ສຸມ​ໃສ່​ເຂົ້າ​ການ​ໂຄ​ສະ​ນາ ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ປະ​ເທດ​ທີ່​ມີ​ຊາຍ​ແດນຕິດກັນ, ບັນ​ດາ​ປະ​ເທດທີ່ເປັນ​ເພື່ອນມິດ​ມາ​ແຕ່​ດົນ​ນານ, ການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ທະເລໝູ່ເກາະ, ຕັ້ງໜ້າຕໍ່ສູ້ກັບບັນດາຖ້ອຍທຳນອງທີ່ຜິດພາດເສກສັນປັ້ນແຕ່ງ ຂອງກຳລັງທີ່ເປັນປໍລະປັກ, ປະຕິການ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.