KOICA ໄດ້ໃຫ້ການສະໜັບສະໜູນ ເຂັມສັກຢາໃຊ້ເທື່ອດຽວ 6,3 ລ້ານເຂັມໃຫ້ແກ່ຫວຽດນາມ

11:30 | 11/01/2022

ຍສໝ - ຫວ່າງແລ້ວນີ້, ອົງການ​ຮ່ວມ​ມື​ສາກົນ ​ສ.​ເກົາຫຼີ (KOICA) ​ໄດ້​ມອບເຂັມ​ສັກ​ຢາໃຊ້ເທື່ອດຽວ 6,3 ລ້ານ​ເຂັມ ​ໃຫ້​ແກ່​ສະ​ຖາ​ບັນ​ສຸຂະ​ອະນາໄມສຸຂາພິບານສູນ​ກາງ.

ທ່ານພົນໂທ ຫງວຽນຈີ໊ວິ້ງ  ຕ້ອນຮັບຜູ້ອຳນວຍການ KOICA ປະຈຳ ຫວຽດນາມ ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບຜູ້ອຳນວຍການ KOICA ປະຈຳ ຫວຽດນາມ
KOICA ໄດ້ໜູນຊ່ວຍອຸປະກອນການແພດ ລວມມີມູນຄ່າຫຼາຍກວ່າ 10.000 ໂດລາສະຫະລັດ ໃຫ້ແກ່ສະຫະພັນແມ່ຍິງຫວຽດນາມ ເພືີ່ອຕ້ານພະຍາດ COVID-19 KOICA ໄດ້ໜູນຊ່ວຍອຸປະກອນການແພດ ລວມມີມູນຄ່າຫຼາຍກວ່າ 10.000 ໂດລາສະຫະລັດ ໃຫ້ແກ່ສະຫະພັນແມ່ຍິງຫວຽດນາມ ເພືີ່ອຕ້ານພະຍາດ COVID-19

ບ້ວງການໝູນຊ່ວຍ​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ຈຳນວນ​ເຂັມສັກ​ຢາໃຊ້ເທື່ອດຽວ 42,5 ລ້ານເຂັມ ​ທີ່​ມີ​ມູນ​ຄ່າ 2,5 ລ້ານ USD ທີ່​ລັດຖະບານ ສ.​ເກົາຫຼີ ມອບ​ໃຫ້​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ຜ່ານ ອົງການ KOICA. ເຂັມ​ສັກ​ຢາໃຊ້ເທື່ອດຽວ ເຫຼົ່ານີ້ຈະຖືກໃຊ້ເພື່ອ​ສັກ​ຢາວັກຊີນ ໂຄ​ວິດ-19 ຢູ່ຫວຽດນາມ.

ທ່ານ Cho Hans-Deog, ຜູ້​ອຳ​ນວຍ​ການ​ແຫ່ງຊາດຂອງ KOICA ຫວຽດນາມ ​ໃຫ້​ຮູ້​ວ່າ: ສ.​ເກົາຫຼີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ສາກົນ ​ເພື່ອ​ຄວບ​ຄຸມ​ໂລກ​ລະບາດ ໂຄ​ວິດ-19.

KOICA ໄດ້ໃຫ້ການສະໜັບສະໜູນ ເຂັມສັກຢາໃຊ້ເທື່ອດຽວ 6,3 ລ້ານເຂັມໃຫ້ແກ່ຫວຽດນາມ

KOICA ​ໄດ້​ໃຫ້ການ​ສະໜັບສະໜູນ ​ເຂັມ​ສັກ​ຢາໃຊ້ເທື່ອດຽວ 6,3 ລ້ານ​ເຂັມ​ໃຫ້​ແກ່​ຫວຽດນາມ. (ພາບ: qdnd)

ໃນ​ສະພາບ​ການ​ປະຈຸ​ບັນ, ​ແຫຼ່ງເຂັມ​ສັກ​ຢາ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ຫວຽດນາມ ຊຸກຍູ້​ໂຄງການ​ສັກ​ຢາ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ​. ທ່ານ Cho Hans-Deog ປາດ​ຖະໜາ​ວ່າ ການ​ໜູນ​ຊ່ວຍ​ນີ້​ຈາກ KOICA ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ໂຄງການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຢູ່ ຫວຽດນາມ.

​ໃນ​ປີ 2021, ລັດຖະບານ ສ.​ເກົາຫຼີ ​ໄດ້​ໜູນ​ຊ່ວຍຢາ​ວັກ​ຊິນ 1,39 ລ້ານ​ໂດສ ​ ໃຫ້​ແກ່​ຫວຽດນາມ. ນອກ​ນີ້, KOICA ​ກໍຍັງໄດ້​ມອບ​ຊຸດ​ກວດ​ພູມຕ້ານ​ເຊື້ອ​ພະຍາດ​ໂຄ​ວິດ-19 ຈຳນວນ 300.000 ຊຸດ​ໃຫ້​ຫວຽດນາມ ຜ່ານ​ສະ​ຖາ​ບັນ​ສຸຂະ​ອະນາໄມສຸຂາພິບານສູນ​ກາງ ​ໃນ​ວັນ​ທີ 31 ທັນວາ 2021.

ກ່ອນ​ໜ້າ​ນັ້ນ, ລັດຖະບານ ສ.​ເກົາຫຼີ ​ໄດ້​ໜູນ​ຊ່ວຍ​ເຄື່ອງ​ກວດ​ອຸນຫະພູມ​ຮ່າງກາຍ​ໄລຍະ​ໄກ 40 ​ເຄື່ອງ​ໃຫ້​ຫວຽດນາມ ​ເພື່ອ​ຕິດ​ຕັ້ງ​ຢູ່​ສະໜາມ​ບິນ 10 ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ໃນ​ເດືອນ ພຶດສະພາ 2021.

KOICA ກໍ່​ໄດ້​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ຫວຽດນາມ ຢ່າງ​ຕັ້ງໜ້າ ດ້ວຍ​ການ​ສະໜອງ​ອຸປະກອນໃນການຈຳກັດບໍລິເວນ, ອາຫານ, ຢາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.