ຫວຽດນາມ "ປະມູນ" ສ່ວນໃຫຍ່ຜະລິດຕະພັນກະເສດທີ່ ກຳປູເຈຍ ສົ່ງອອກ

20:07 | 13/01/2022

ຍສໝ - ປີ 2021, ຫວຽດນາມ ກວມເອົາ​ເກືອບ 80% ຍອດ​ມູນ​ຄ່າ​ວົງເງິນ​ຜະລິດ​ຕະພັນ​ກະ​ເສດທີ່​ກຳປູ​ເຈຍ ​ສົ່ງ​ອອກ, ​ໃນ​ນັ້ນ ໝາກ​ພິກ​ໄທ, ແກ່ນໝາກມ່ວງ​ຫິມະພານ, ຖົ່ວ​ຂຽວ... ກວມ​ເອົາ 96-99% ຍອດປະລິມານ​ຜະລິດ​ຕະພັນ.

ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022 ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022
ເມືອງ ຮ່ວາວາງ ສ້າງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ເຂັ້ມແຂງ ເມືອງ ຮ່ວາວາງ ສ້າງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ເຂັ້ມແຂງ

ບົດ​ລາຍ​ງານ​ຂອງ​ກະຊວງ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຂອງ​ກຳປູ​ເຈຍ ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສົ່ງ​ອອກ​ກະສິກຳ​ຂອງ​ປະ​ເທດ​ໃນ​ປີ 2021 ຈະ​ບັນລຸ​ເກືອບ 5 ຕື້ USD. ​ໃນ​ນັ້ນ, ຫວຽດນາມ ​ແມ່ນ​ປະ​ເທດ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ປະ​ເທດ​ນີ້ ດ້ວຍ​ກວ່າ 3,5 ຕື້ USD, ​ເພີ່ມ​ຂຶ້ນທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ກຳປູ​ເຈຍ ​ໄດ້​ສົ່ງ​ອອກ​ເຂົ້າ​ສານມາຍັງ​ຫວຽດນາມ 3,5 ລ້ານ​ໂຕນ, ​ເພີ່ມ​ຂຶ້ນ 61%. ຜະລິດຕະພັນກະເສດອື່ນໆເພີ່ມຂຶ້ນ 10-400% ຕາມລໍາດັບ.

ຫວຽດນາມ
ພາບປະກອບ: Fintrac Inc

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະໃນການຢ້ຽມຢາມຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ, ປ່າ​ໄມ້ ​ແລະການ​ປະມົງ ກຳປູ​ເຈຍ Veng Sakhom ຢືນຢັນ​ວ່າ ຫວຽດນາມ ​ແມ່ນປະເທດນຳ​ໜ້າ​ໃນ​ຈຳນວນ 70 ປະ​ເທດ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ​ຈາກ​ປະ​ເທດ​ນີ້.

ພະຍາດໂຄວິດ-19 ຜັນແປຢ່າງ​ສັບສົນ, ​ແຕ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຕາມ​ທ່າ​ນລັດຖະມົນຕີ Veng Sakhom ແລ້ວ ແມ່ນ​​ນຳ​ມາ​ເຊິ່ງໝາກຜົນ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ປີ 2021. ​

ກ່ອນ​ໜ້າ​ນີ້, ຜະລິດ​ຕະພັນ​ກະ​ເສດ​ຂອງ​ກຳປູ​ເຈຍ ​ໄດ້​ສົ່ງອອກ​ຈຳນວນ​ຫຼວງ​ຫຼາຍ​ໄປຍັງ​ໄທ ​ແລະ ຈີນ, ແຕ່​ໃນ 2 ປີ​ມາ​ນີ້, ຜະລິດ​ຕະພັນ​ກະ​ເສດ​ໄດ້​ພັດ​ສົ່ງອອກໄປຍັງ​ຫວຽດນາມ ເປັນ​ຈຳນວນ​ຫຼວງ​ຫຼາຍ​.

ຕົວເລກຈາກກົມພາສີຫວຽດນາມ ໃຫ້ຮູ້ວ່າ ໃນ 11 ເດືອນຕົ້ນປີ 2021, ວົງເງິນນໍາເຂົ້າ ແລະ ສົ່ງອອກສິນຄ້າລະຫວ່າງສອງປະເທດບັນລຸ 8,6 ຕື້ USD, ເພີ່ມຂຶ້ນ 84% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນນັ້ນ, ສິນຄ້າຫວຽດນາມ ສົ່ງອອກໄປກຳປູເຈຍ 4,35 ຕື້ USD (ເພີ່ມຂຶ້ນ 17%) ແລະ ກຳປູເຈຍ ສົ່ງສິນຄ້າໄປຫວຽດນາມ 4,3 ຕື້ USD (ເພີ່ມຂຶ້ນ 337% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ).

ບູນມີ

ເຫດການ
302 Found

Found

The document has moved here.