ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ

06:38 | 09/01/2022

ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມເປີດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022 ແລະ ກອງປະຊຸມຄັ້ງທີ 44 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານລາວ.

ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ການນຳພັກ ແລະ ລັດ ສະແດງຄວາມຊົມເຊີຍວັນຊາດ ກຳປູເຈຍ ຄົບຮອບ 68 ປີ ການນຳພັກ ແລະ ລັດ ສະແດງຄວາມຊົມເຊີຍວັນຊາດ ກຳປູເຈຍ ຄົບຮອບ 68 ປີ
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ພາບ: TTXVN

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃນການເພີ່ມທະວີການພົວພັນແບບພິເສດຫວຽດນາມ - ລາວ, ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ ແລະ ພັດທະນາຂອງລາວຢ່າງແຂງແຮງ, ທ່ານກໍຕີລາຄາສູງການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຕ້ານໂລກລະບາດໂຄວິດ-19. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີ 2 ຝ່າຍສືບຕໍ່ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ເປັນແກ່ນສານກຳນົດທິດສັງລວມ ຂອງການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຊຸກຍູ້, ສ້າງການ ພັດທະນາໃໝ່ໃນການພົວພັນຮ່ວມມືທາງດ້ານເສດຖະກິດ; ວັດທະນະທຳ ແລະ ການສຶກສາ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວແທດຈິງ, ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ 2022.

ສ່ວນທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນາສາຍພົວພັນແບບພິເສດ ລາວ-ຫວຽດນາມ. ທ່ານນາຍົກລັດຖະມົນຕີ ລາວ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊາບກ່ຽວກັບຜົນການເຈລະຈາຢ່າງແທດຈິງ ແລະເລິກເຊິ່ງກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ. 2 ຝ່າຍໄດ້ເຫັນດີເປັນເອກະສັນວ່າ ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາໄດ້ຮັບການພັດທະນາໃນທຸກຂົງເຂດ. ລັດຖະບານລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານ ຫວຽດນາມ ເພື່ອຜັນຂະຫຍາຍປະຕິບັດ ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງລັດ ແລະ ບັນດາເນື້ອໃນຂອງສັນຍາທີ່ກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວທີ່ຈະມາເຖິງ , ພ້ອມກັນນັ້ນ ກໍຜັນຂະຫຍາຍ ບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ຢ່າງມີປະສິດທິຜົນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.
ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ພາບ: TTXVN

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກໄດ້ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງນາຍົກລັດຖະມົນຕີ ຫວຽດນາມ - ລາວ ແລະ ຜົນສຳເລັດຂອງພິທີປຸກລະດົມ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022”, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ສອງປະເທດຍັງ ໃຫຍ່ຫຼວງຢູ່ . 2 ຝ່າຍຄວນສືບຕໍ່ຊຸກຍູ້ການພົວພັນທາງການເມືອງອັນດີງາມ ແລະ ໝັ້ນຄົງເຂັ້ມແຂງ ແລະ ຫັນບັນດາທ່າແຮງ ແລະ ທ່າໄດ້ປຽບດັ່ງກ່າວເປັນແຜນການ, ໂຄງການ ແລະ ວຽກງານສະເພາະ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງປະເທດ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍບັນດາມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມື, ພິເສດແມ່ນການປົດປ່ອຍແຫຼ່ງກຳລັງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ; ເປີດກ້ວາງການເຊື່ອມຈອດພື້ນຖານໂຄງລ່າງດ້ານຄົມມະນາຄົມ, ພະລັງງານ, ໂທລະຄົມ ແລະ ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງອ່ອນແລະເສດຖະກິດດີຈີຕອນ. 2 ຝ່າຍເຫັນດີເປັນເອກະສັນຈະສົມທົບກັບບັນດາປະເທດ ອາຊຽນ ໜູນຊ່ວຍ ກຳປູເຈຍ ແບກຫາບ ບົດບາດເປັນປະທານອາຊຽນ ໃນປີ 2022 ຢ່າງສຳເລັດຜົນ, ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ.

ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ພາບ: TTXVN

ແລະ ກໍໃນຕອນບ່າຍວັນທີ 8/1, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ການນຳ 2 ທ່ານ ຢືນຢັນວ່າ, ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດ ສູງສຸດໃນການຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ລາວ; ການນຳທັງສອງສະແດງຄວາມພາກພູມໃຈເມື່ອເຫັນວ່າ, ເຖິງວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍຕາມ, ແຕ່ການພົວພັນຮ່ວມມືລະຫວ່າງສອງປະເທດຍັງຄົງສືບຕໍ່ຮັກສາທ່າພັດທະນາໃນທຸກຊ່ອງທາງ, ໃນທຸກຂົງເຂດການເມືອງ, ການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ. -19, ການພົບພັນແລກປ່ຽນປະຊາຊົນ...

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍໄດ້ເຫັນດີເປັນເອກະສັນວ່າ ສະພາແຫ່ງຊາດ 2 ປະເທດ ຈະສືບຕໍ່ສົມທົບກັນຕິດຕາມກວດກາ ແລະ ສ້າງເງື່ອນໄຂສະດວກແກ່ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ພິເສດແມ່ນບັນດາໜ້າທີ່ຈຸດສຸມໃນ ຍຸດທະສາດການຮ່ວມມື ຫວຽດນາມ - ລາວ ໄລຍະ 2021-2030 ແລະ ສັນຍາຮ່ວມມື ຫວຽດນາມ-ລາວ ໄລຍະ 2021-2025; ເພີ່ມທະວີການປຶກສາຫາລື, ແລກປ່ຽນປະສົບການໃນວຽກງານນິຕິບັນຍັດ, ສ້າງຂອບເຂດກົດໝາຍໃຫ້ສົມບູນແບບ ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມ.

2 ຝ່າຍກໍ່ເຫັນດີເປັນເອກະສັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດຂອງ 2 ປະເທດ, ພິເສດແມ່ນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ. ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບກັນຈັດຕັ້ງການເຄື່ອນໄຫວເປັນຢ່າງດີໃນຂອບເຂດ “ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ” ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນການລົງນາມ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ປີ 2022.

vovworld.vn

ເຫດການ
302 Found

Found

The document has moved here.