ສື່ມວນຊົນລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ

07:07 | 13/01/2022

ວັນທີ 10 – 11 ມັງກອນ, ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດ, ສາລະຄະດີ, ພາບຖ່າຍ ກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ.

ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ສື່ມວນຊົນລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ
ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ

ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ວັນທີ 10 – 11 ມັງກອນ, ສື່ມວນຊົນ ລາວ ໄດ້ລົງຫຼາຍຂ່າວ, ບົດ, ສາລະຄະດີ, ພາບຖ່າຍ ກ່ຽວກັບການເຄື່ອນໄຫວຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ.

ໃນໜ້າທຳອິດຂອງໜັງສືພິມ ປະຊາຊົນ, ໜັງສືພິມ ປະເທດລາວ… ໄດ້ລົງບັນດາບົດຂຽນ “ທ່ານນາຍົກລັດຖະມົນຕີ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ”, “ປຸກລະດົມປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022”, “ກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ລາວ - ຫວຽດນາມ”… ມີໜັງສືພິມຫຼາຍສະບັບໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ; ທ່ານໃຫ້ຮູ້ວ່າ ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ ພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ລາວ ແລະ ກໍ່ແມ່ນການພົບປະເຈລະຈາໂດຍກົງຄັ້ງທຳອິດກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ສະແດງໃຫ້ເຫັນນ້ຳໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ລາວ - ຫວຽດນາມ.

ໜັງສືພິມຫຼາຍສະບັບກໍ່ທົບທວນຄືນບັນດາເນື້ອໃນສຳຄັນ ເຊິ່ງການນຳ 2 ປະເທດໄດ້ແລກປ່ຽນ ແລະ ເປັນເອກະພາບນຳກັນໃນການພົບປະເຈລະຈາ ກ່ຽວກັບສະພາບການຮ່ວມມື 2 ຝ່າຍ, ເລື່ອງຈັດຕັ້ງການປະຕິບັດບັນດາໂຄງການຮ່ວມມື, ຂໍ້ຕົກລົງຮ່ວມມື 2 ຝ່າຍ, ກໍຄືຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ປະເທດ ໃນທຸກຂົງເຂດໃນໄລຍະຜ່ານມາ ແລະ ວາງອອກທິດທາງຮ່ວມມືໃນໄລຍະຈະມາເຖິງ; ໝາກຜົນຂອງກອງປະຊຸມຄັ້ງທີ 44 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ລາວ - ຫວຽດນາມ ເຊິ່ງດຳເນີນຢູ່ ຮ່າໂນ້ຍ…

vovworld.vn

ເຫດການ
302 Found

Found

The document has moved here.