ການາດາໃຫ້ສັນຍາໃນການເສີມຂະຫຍາຍການພົວພັນການຄ້າກັບຫວຽດນາມ

16:36 | 12/01/2022

ຍ​ສ​ໝ - ຕອນ​ເຊົ້າ​ຂອ​ງວັນ​ທີ 11 ມັງ​ກອນ (ເວ​ລາ​ທີ່​ຫວຽດ​ນາມ), ທ່ານ ນາງ Mary Ng - ລັດ​ຖະ​ມົນ​ຕີ​ຮັບ​ຜິ​ດ​ຊອບ​ການ​ຄ້າ​ສາ​ກົນ, ສົ່ງ​ເສີມ​ການ​ສົ່ງ​ອອກ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ຂອງ​ກາ​ນາ​ດາ ແລະ ​ທ່ານ ຫງວຽນ​​ຮົ່ງຢ໊ຽນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສະ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພະ​ຍານ​ໃນ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ​ໃນ​ຮູບ​ແບບ​ທາງ​ໄກ​ອອນ​ໄລ໌ ແລະ ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການຮ່ວມ​ດ້ານ​ເສດ​ຖະ​ກິດ (JEC) ລະ​ຫວ່າງ ຫວຽດ​ນາມ ກັບ ກາ​ນາ​ດາ.

ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ ຊຸກຍູ້ການພົວພັນຮ່ວມມືດຳເນີນທຸລະກິດ, ການຄ້າຫວຽດນາມ-ອາເມລິກາ
ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ

ຕອນ​ເຊົ້າ​ຂອ​ງວັນ​ທີ 11 ມັງ​ກອນ (ເວ​ລາ​ທີ່​ຫວຽດ​ນາມ), ທ່ານ ນາງ Mary Ng - ລັດ​ຖະ​ມົນ​ຕີ​ຮັບ​ຜິ​ດ​ຊອບ​ການ​ຄ້າ​ສາ​ກົນ, ສົ່ງ​ເສີມ​ການ​ສົ່ງ​ອອກ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ຂອງ​ກາ​ນາ​ດາ ແລະ ​ທ່ານ ຫງວຽນ​​ຮົ່ງຢ໊ຽນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສະ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພະ​ຍານ​ໃນ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ​ໃນ​ຮູບ​ແບບ​ທາງ​ໄກ​ອອນ​ໄລ໌ ແລະ ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການຮ່ວມ​ດ້ານ​ເສດ​ຖະ​ກິດ (JEC) ລະ​ຫວ່າງ ຫວຽດ​ນາມ ກັບ ກາ​ນາ​ດາ.

ບົດ​ບັນ​ທຶກ​ຊ່ວຍ​ຈຳ​ເຊັນ​ໂດຍ​ທ່ານ ໂດ໊ຖັ້ງ​ຮ໊າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ແລະ ທ່ານ Sara Wilshaw ຮັກ​ສາ​ການຮອງ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ການ​ຄ້າ​ສາ​ກົນ​ກາ​ນາ​ດາ.

ການາດາໃຫ້ສັນຍາໃນການເສີມຂະຫຍາຍການພົວພັນການຄ້າກັບຫວຽດນາມ
ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ​ໃນ​ຮູບ​ແບບ​ທາງ​ໄກ​ອອນ​ໄລ໌ ແລະ ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການຮ່ວມ​ດ້ານ​ເສດ​ຖະ​ກິດ (JEC) ລະ​ຫວ່າງ ຫວຽດ​ນາມ ກັບ ກາ​ນາ​ດາ. ພາບ: bnews.vn

ທ່ານ ນາງ Mary Ng ຢືນ​ຢັນ​ວ່າ: “ກາ​ນາ​ດາ​ເຫັນ​ໄດ້​ລະ​ດັບ​ຄວາມ​ສຳ​ຄັນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ການສ້າງ​ໂອ​ກາດ​ທາງ​ການ​ຄ້າ​ກັບ​ຫວຽດ​ນາມ ແລະ ພາກ​ພື້ນອິນ​ໂດ-ປາ​ຊີ​ຟິກ, ສຳ​ລັບ​ຕ່ອງ​ໂສ້​ການສະ​ໜອງ, ກຳ​ລັງ​ແຮງ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຍາວ ແລະ ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ກາ​ນາ​ດາ. ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຜູ້​ອອກ​ແຮງ​ງານ​ຢູ່​ທັງ​ກາ​ນາ​ດາ ແລະ ຫວຽດ​ນາມ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຕ່ອງ​ໂສ້​ການ​ສະ​ໜອງ​ທີ່ຫຼາກຫຼາຍ ແລະ ເຂັ້ມ​ແຂງ, ກັບ​ການ​ສະ​ໜັບ​ສະ​ໜູນ​ຂອງຄະ​ນະ​ກຳ​ມະ​ການ​ຮ່ວມ​ດ້ານ ເສດ​ຖະ​ກິດ”.

ອົງ​ການ​ບັນ​ຫາ​ຕ່າງໆ​ທົ່ວ​ໂລກ​ຂອງ​ກາ​ນາ​ດາ (GAC) ອອກ​ຖະ​ແຫຼງ​ການ​ເນັ້ນ​ໜັກ​ວ່າ: “ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຕົວ​ເສດ​ຖະ​ກິດ​ໃຫ້​ເຂັ້ມ​ແຂງ, ຍືນ​ຍົງ ແລະ ກວມ​ລວມ, ລັດ​ຖະ​ບານ​ກາ​ນາ​ດາ​ໃຫ້​ສັນ​ຍາ​ຈະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ການ​ຄ້າ​ສາ​ກົນ​ກັບ​ບັນ​ດາ​ຕະຫຼາ​ດ​ທີ່​ກຳ​ລັງ​ຂະ​ຫຍາຍ​ຕົວ​ໄວ, ເຊັ່ນ ຫວຽດ​ນາມ.”

ຫວຽດ​ນາມບໍ່​ພຽງ​ແຕ່​ເປັນ​ຄູ່​ຮ່ວມ​ມີ​ການ​ຄ້າ​ລະ​ດັບ​ທົ່ວ​ໂລກທີ່ສຳ​ຄັນ​ສຳ​ລັບ​ກາ​ນາ​ດາ ແຕ່​ຍັງ​ເປັນພື້ນ​ຖານ​ເສດ​ຖະ​ກິດ​ໜຶ່ງທີ່​ເຄື່ອນ​ໄຫວ​ຄ່ອງ​ຕົວ​ຢູ່​ໃນ​ພາກ​ພື້ນອິນ​ໂດ-ປາ​ຊີ​ຟິກ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.