ງານວາງສະແດງຮູບພາບ “ເດລີ - ຮ່າໂນ້ຍ: ຂົວມິດຕະພາບ”

15:57 | 10/01/2022

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ເດຍ (7 ມັງກອນ 1972 – 7 ມັງກອນ 2022), ສູນ​ວັດທະນະທຳ Swami Vivekananda (SVCC), ສະຖານທູດ ອິນ​ເດຍ ປະຈຳ ຮ່າ​ໂນ້ຍ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ຢູ່ ຮ່າ​ໂນ້ຍ (HAVIFA) ໄດ້ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຮູບ​ພາບ “ເດ​ລີ - ຮ່າ​ໂນ້ຍ: ຂົວ​ມິດ​ຕະ​ພາບ”.

ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ
ກຳປູເຈຍລະນຶກເຖິງໄຊຊະນະວັນທີ 7 ມັງກອນ: ຈາລຶກໄວ້ສະເໝີເຖິງບຸນຄຸນຂອງກອງກຳລັງອາສາສະໝັກຫວຽດນາມ ກຳປູເຈຍລະນຶກເຖິງໄຊຊະນະວັນທີ 7 ມັງກອນ: ຈາລຶກໄວ້ສະເໝີເຖິງບຸນຄຸນຂອງກອງກຳລັງອາສາສະໝັກຫວຽດນາມ
ພາບ

ງານ​ວາງສະ​ແດງ​ຮູບ​ພາບ “​ເດ​ລີ - ຮ່າ​ໂນ້ຍ: ຂົວມິດຕະພາບ”. ພາບ: TTXVN

ງານ​ວາງ​ສະ​ແດງ​ກໍນອນ​ໃນ​ຂອບ​ເຂດ​ຂອງ​ການ​ເຄື່ອນ​ໄຫວ​ບັນດາການ​ສະ​ເຫຼີມ​ສະ​ຫຼອງ​ 75 ປີ ແຫ່ງວັນ​​ເອກະລາດຂອງ ​ອິນ​ເດຍ ຫຼື ເຊິ່ງໄດ້​ເອີ້ນ​ວ່າ "Azadi ka Amrit Mahotsav".

ງານ​ວາງສະ​ແດງ​ຮູບ​ຖ່າຍ​ແນະນຳ​ບັນດາ​ຮູບ​ພາບ​ທິວທັດ ​ແລະ ການດຳລົງ​ຊີວິດ​ທີ່ເຕັມໄປດ້ວຍສີສັນຂອງ​ຊາວ​ຮ່າ​ໂນ້ຍ ​ແລະ ​ເດ​ລີ, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທຳ ​ແລະ ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ອິນ​ເດຍ - ຫວຽດນາມ, ປະກອບສ່ວນ​ສ້າງ​ຂົວ​ແຫ່ງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ງານ​ວາງສະ​ແດງ​ຮູບ​ພາບ​ໄດ້ເຮັດພິທີ​ເປີດ​ໂດຍ ​ທ່ານ​ເອກ​ອັກຄະ​ລັດຖະທູດ Pranay Verma ​ໃນ​ເວລາ 10:00 ​ໂມງ​ຂອງ​ວັນ​ທີ 5 ມັງກອນ 2022. ງານ​ວາງສະ​ແດງ​ໄດ້​ເປີດ​ແຕ່​ເວລາ 9 ​ໂມງ​ຫາ 5 ​ໂມງ​ ທຸກມື້ ​ຢູ່​ສູນ​ວັດ​ທະ​ນະ​ທຳ Swami Vivekananda, 63 Tran Hung Dao, ​ເມືອງ Hoan Kiem, ຮ່າ​ໂນ້ຍ. ງານ​ວາງສະ​ແດງ​​ແກ່ຍາວ​ຮອດ​ວັນ​ທີ 8 ມັງກອນ 2022.

ກາຍພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ ມີ​ມາ​ແຕ່​ດົນ​ນານ. ຜ່ານ​ຜ່າ​ບັນດາ​ການຜັນປ່ຽນທາງ​ປະຫວັດສາດ, ການພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ເພີ່ມພູນຄູນສ້າງ, ຮັກສາ, ປັງປຸງ ​ແລະ ພັດທະນາ ຂຶ້ນສູ່ລະດັບໃໝ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງສອງຝ່າຍ ​ແລະ ນັບມື້ນັບມີການພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ ​ ໂດຍການ​ນຳ ​ແລະ ປະຊາຊົນ ສອງປະ​ເທດ​.

ໄຊພອນ

ເຫດການ
302 Found

Found

The document has moved here.