ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ

15:00 | 10/01/2022

ຍ​ສ​ໝ - ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ພັນ​ຄຳ​ ວິ​ພາ​ວັນ ບໍ່​ພຽງ​ແຕ່​ຕັ້ງ​ຢືນ​ຄວາມ​ສະ​ໜິດ​ຕິດ​ພັນ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ ລາວ - ຫວຽດ​ນາມ ເທົ່າ​ນັ້ນ ຫາ​ກ​ຍັງ​ແມ່ນ​ພະ​ຍານຫຼັກ​ຖານ​ໃຫ້​ແກ່​ສາຍ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ສອງ​ປະ​ເທດ.

ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ
ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ພັນ​ຄຳ​ ວິ​ພາ​ວັນ (ພາບ: TTXVN)

ຫວ່າງແລ້ວນີ້, ບັນດາໜັງສືພິມ​ໃຫຍ່​ຂອງ​ລາວ​ໄດ້​ລົງ​ພິມ​ບົດຂຽນ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ກ່ຽວ​ກັບ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີລາວ ພັນ​ຄຳ ວິພາວັນ ​ແຕ່​ວັນ​ທີ 8-10 ມັງກອນ​ນີ້ ແລະ ຖື​ວ່າ ການ​ຢ້ຽມ​ຢາມ​ແມ່ນເພື່ອ​ແນ​ໃສ່​ຮັດ​ແໜ້ນ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ ແລ​ບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ.

ໜັງສືພິມ ປະ​ຊາ​ຊົນ ອົງ​ການ​ກະ​ບອກ​ສຽງ​ຂອງສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ ໄດ້ລົງພິມບົດການ​ເມືອງ ດ້ວຍຫົວຂໍ້ “ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ບໍ່ເຄີຍຈືດຈາງ”.

ບົດ​ຂຽນ​ໄດ້​ຂຽນ​ວ່າ “ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມ​ມິ​ງຈິງ, ທ່ານ​ນາຍົກລັດຖະມົນຕີລາວ ພັນ​ຄຳ ວິພາ​ວັນ ພ້ອມ​ດ້ວຍ ພັນລະຍາ ແລະ ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລາວ ຈະ​ມາ​ຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8-10 ມັງກອນ 2022 ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ. ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ເປັນການ​ຢືນຢັນ​ເຖິງ​ຄວາມ​ສາມັກຄີ​ອັນ​ແໜ້ນ​ແຟ້ນ, ​ເຄົາລົບ​ນັບຖື​ດ້ານການ​ເມືອງ​ແບບ​ພິ​ເສດ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ ທີ່​ມີ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ຍູ້ແຮງການພົວພັນຮ່ວມມື ​ລະຫວ່າງ 2 ປະ​ເທດ.”

ຕາມ​ໜັງສືພິມ ປະ​ຊາ​ຊົນ ​ແລ້ວ, ​ເຖິງ​ວ່າ​ໂລກລະບາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ທຸກ​ຂົງ​ເຂດ​ຊີວິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ​ແຕ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ຄົງ​ເຂັ້ມ​ແຂງ, ສະ​ແດງ​ໃຫ້​ເຫັນ​ວ່າ 2 ປະ​ເທດ​ຍາມ​ໃດ​ກໍ່​ເປັນມິດສະ​ຫາຍ, ອ້າຍ​ນ້ອງ, ​ມີ​ຄວາມເຊື່ອ​ຖື, ສະໜິດຕິພັນ, ແມ່ນຄູ່ຮ່ວມມືທີ່ສໍາຄັນໃນທຸກຂົງເຂດ. ໃນ​ນັ້ນ, ພົ້ນ​ເດັ່ນ​​ແມ່ນ​ເລື່ອງສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຕັ້ງໜ້າ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ການ​ຈັດ​ຕັ້ງ, ປະຕິບັດ, ຕິດຕາມ​ກວດກາ ​ແລະ ກວດກາ​ໂຄງການ​ກໍ່ສ້າງ​ສະພາ​ແຫ່ງ​ຊາດ​ລາວຫຼັງ​ໃໝ່ ​ເຊິ່ງ​ແມ່ນ​ຂອງຂວັນ​ຂອງ​ພັກ, ລັດ ແລະ ​ປະ​ຊາ​ຊົນ​ຫວຽດ​ນາມ ທີ່ມອບ​ໃຫ້​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ ດ້ວຍ​ງົບ​ປະ​ມານ​ກວ່າ 111 ລ້ານ USD.

ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ດ້ານ​ການ​ເມືອງ, ການ​ພົວພັນ​ຕ່າງປະ​ເທດ, ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມິດຕະພາບ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃນ​ໄລຍະ​ໃໝ່, ​ໄລຍະ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຂອງ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ສັນຍາ​ລັກ. ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ-ຫວຽດນາມ ​ແລະ ຫວຽດນາມ-ລາວ.

ໜັງສືພິມ ປະ​ຊາ​ຊົນ ໃຫ້ຮູ້ວ່າ: ການຢ້ຽມຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໃນທ້າຍເດືອນ ມິຖຸນາ 2021 ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ການ​ນຳ​ສອງ​ປະ​ເທດ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ ​ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ, ຖື​ນີ້​ແມ່ນ​ມໍລະດົກ​ອັນ​ລ້ຳ​ຄ່າ​ທີ່​ຄວນ​ສືບ​ຕໍ່​ຮັກສາ, ເພີ່ມ​ພູນ​ຄູນ​ສ້​າງ ​ແລະ ແມ່ນ​ການ​ພົວ​ພັນ​ອັນ​ສັດ​ຊື່​ບໍ​ລິ​ສຸດ ແລະ ຫາຍາກໃນໂລກ; ພິ​ເສດ, ​ໃນ​ຖະ​ແຫຼ​ງການ​ຮ່ວມ ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ໃນ​ການ​ຮັກສາ ​ແລະ ນຳ​ການ​ພົວພັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ສະ​ນັ້ນ, ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ ພັນ​ຄຳ ວິ​ພາ​ວັນ​ ໃນ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ຢືນຢັນ​ຄືນ​ໃໝ່​ຄວາມ​ສະໜິດສະໜົມ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ພິສູດ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ນັບແຕກດອກ​ອອກ​ຜົນກວ່າອີກ.

ໜັງສືພິມປະ​ເທດ​ລາວຂອງສຳນັກຂ່າວສານປະເທດລາວ ກໍ່​ໄດ້​ລົງ​ບົດ​ຂຽນ​ທີ​ມີຫົວຂໍ້ວ່າ “ສືບຕໍ່​ເສີມ​ຂະ​ຫຍ​າຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ”.

ບົດ​ຂຽນ​ຊີ້​ແຈ້ງວ່າ ການ​ພົວພັນ​ລາວ - ຫວຽດນາມ ​ແມ່ນ​ສາຍ​ພົວພັນ​ແບບ​ພິ​ເສດ, ບໍລິສຸດ, ມີຄວາມ​ຮັກ​ແພງ ​ແລະ ​ໃກ້ຊິດ​ສະໜິດສະໜົມ​ທີ່​ບໍ່​ມີຫຍັງ​ສາ​ມາດ​ທຽບ​ໄດ້. ​ໃນ​ແຕ່ລະ​ປີ, ກໍ່​ຄື​ເວ​ລາ​ທີ່​ລາວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພັກ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ເພື່ອ​ຮັບ​ມື​ກັບ​ພະຍາດ​ໂຄ​ວິດ-19. ເລື່ອງ ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ໃຫ້ການ​ສະໜັບສະໜູນ​ແກ່​ລາວ ​ໃນ​ການ​ຮັບ​ມື​ກັບ​ພະຍາດ​ໂຄ​ວິດ-19 ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ພິ​ເສດ​ຂອງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ລາວ - ຫວຽດນາມ.

ໜັງສືພິມ​ໄດ້​ສະຫລຸບ​ວ່າ: ນ້ຳ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ​ແມ່ນ​ແບບຢ່າງ​ທີ່​ຫາ​ຍາກ​ໃນ​ການ​ພົວພັນ​ສາກົນ, ​ແມ່ນ​ກຳລັງ​ຂັບ​ເຄື່ອນ, ກົດໝາຍ​ທີ່​ມີ​ຢູ່​ແລ້ວ, ແມ່ນໜຶ່ງ​ໃນ​ບັນດາ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ໃຫ້​ແກ່​ໄຊຊະນະ​ຂອງ​ການ​ປະຕິວັດ​ຂອງ​ແຕ່ລະ​ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.