ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ

16:47 | 12/01/2022

ຍສໝ - ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ
ກ່ຳ​ປັ່ນ​ປ້ອງ​ກັນ FGS Bayern ຂອງ ກອງ​ທັບ​ເຢຍ​ລະ​ມັນ ໄດ້​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ກ່ຳ​ປັ່ນ​ປ້ອງ​ກັນ FGS Bayern ຂອງ ກອງ​ທັບ​ເຢຍ​ລະ​ມັນ ໄດ້​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ
ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ

ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ. ພາບ: TTXVN

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະເຈລະຈາ ໂດຍເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມື, ພິທີເປີດປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ສປປ ລາວ, ພົບປະກັບນັກທຸລະກິດສອງປະເທດ ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ; ພົບປະໂອ້ລົມກັບ ທ່ານປະທານປະເທດ ຫງວຽນ ຊ່ວນ ຟຸກ; ພົບປະໂອ້ລົມກັບ ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ, ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານລາວ ໄປວາງພວງມາລາຢູ່ສຸສານ ແລະ ຂຳ່ນັບ ປະທານ ໂຮ່ຈີມິນ ແລະ ວາງພວງມາລາຢູ່ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ, ຮ່າໂນ້ຍ).

ບັນດາການພົບປະເຈລະຈາ, ພົບປະໂອ້ລົມ, ການພົບປະການນຳຂັ້ນສູງ, ສອງຝ່າຍຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດ ໃນການປັບປຸງ ແລະ ເພີ່ມທະວີການພົວພັນອັນຍີ່ງໃຫ່ຍ, ຄວາມສາມັກຄີແບບພິດເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ. ສອງຝ່າຍສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະການນຳຂັ້ນສູງ ແລະ ທຸກຂັ້ນພາຍໃຕ້ບັນດາຮູບການຢ່າງມີໄຫວພິບ, ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັນສູງຢ່າງມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເຫັນດີສົມທົບກັນຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ; ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສະເໜີບັນດາກົນໄກນະໂຍບາຍໃໝ່ທີ່ສອດຄ່ອງກັບລັກສະນະສະເພາະຂອງສາຍພົວພັນ ຫວຽດນາມ - ລາວ, ສ້າງກອບນິຕິກຳທີ່ມີຄວາມສະຖຽນລະພາບ ແລະ ໂປ່ງໃສ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດ 2 ປະເທດ, ໜູນຊ່ວຍແຫຼ່ງກຳລັງຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ. ພ້ອມກັນນັ້ນ, ກໍ່ສືບຕໍ່ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ; ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ; ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳປອດສານພິດ, ການຄ້າເອເລັກໂຕນິກ, ຫັນເປັນດີຈີຕອນ ແລະ ປ່ຽນແປງໃໝ່ຄວາມປະດິດຄິດສ້າງ.

ສອງຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ, ສປຊ ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນແມ່ນຳ້ຂອງ; ພ້ອມກັບບັນດາປະເທດ ອາຊຽນ ສະໜັບສະໜູນ ກຳປູເຈຍ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2022 ໃຫ້ປະສົບຜົນສຳເລັດ, ມານະພະຍາຍາມຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ ແລະ ບົດບາດໃຈກາງຂອງ ອາຊຽນ, ສ້າງປະຊາຄົມ ອາຊຽນ ຢ່າງປະສົບຜົນສຳເລັດ; ສະໜັບສະໜູນ ກຳປູເຈຍ ໃນການຊຸກຍູ້ປະຕິບັດການເຫັນດີເຫັນພ້ອມ 5 ບັນຫາຂອງ ອາຊຽນ, ໃນນັ້ນມີການຢຸດຕິການໃຊ້ຄວາມຮຸນແຮງ, ຢຸດຍິງ ແລະ ຊຸກຍູ້ການໜູນຊ່ວຍມະນຸດສະທຳໃຫ້ແກ່ ມຽນມາ.

ສອງຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງກັບສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ.

ໄຊພອນ

ເຫດການ
302 Found

Found

The document has moved here.