ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ​ເບ​ລາຣຸດ

07:25 | 14/01/2022

ຍສໝ - ​ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ໂຕແອງຢູງ ​ແລະ ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເບ​ລາຣຸດ Nikolai Borisevich ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ເບ​ລາຣຸດ, ການ​ແລກປ່ຽນກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ ຈໍານວນໜຶ່ງທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ລາວ
ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ລາວ ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ລາວ
ພາບ
ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ​ເບ​ລາຣຸດ. ພາບ:TTXVN

ສອງຝ່າຍໄດ້ສົມທົບກັນກວດກາຄືນສະພາບການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ເຫັນດີເປັນເອກະພາບຕໍ່ຫຼາຍມາດຕະການເພື່ອເພີ່ມທະວີການພົວພັນສອງຝ່າຍກວ່າອີກ, ໃນນັ້ນລວມມີການຟື້ນຟູບັນດາການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນໃນສະພາບການເປັນປົກກະຕິໃໝ່, ເປີດກວ້າງການພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ - ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ, ການ​ຮ່ວມ​ມື​ທ້ອງ​ຖິ່ນ...

ທ່ານ​ຮອງ​ລັດຖະມົນຕີ ໂຕແອງຢູງ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ຮອງ​ລັດຖະມົນຕີ Nikolai Borisevich; ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ​ເບ​ລາຣຸດ; ທ່ານ​ກໍ່ໃຫ້ຮູ້ວ່າ​ສອງ​ປະ​ເທດໄດ້ມອບອຸປະກອນການແພດໃຫ້ເຊິ່ງກັນ ແລະ ກັນ ​ເພື່ອ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ​ໃນ​ເດືອນ​ທັນວາ 2021 ​ແມ່ນ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ຂອງນໍ້າໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ຮອງ​ລັດຖະມົນຕີ ໂຕແອງຢູງ ໄດ້ສະແດງຄວາມປິຕິມ່ວນຊື່ນ​ຕໍ່ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ​ໃນ​ປີ 2021 ​ໄດ້​ຟື້ນ​ຟູ​ເມື່ອ​ທຽບ​ໃສ່​ກ່ອນເກີດ​ໂລກລະບາດ​ໂຄ​ວິດ-19, ສະເໜີ 2 ປະ​ເທດ​ນຳ​ໃຊ້​ບັນດາສິດພິເສດຂອງ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ​ເສດຖະກິດ​ ອາຊີ - ເອີ​ລົບ ເຊິ່ງ ເບລາຣຸດ ເປັນສະມາຊິກ ເພື່ອເພີ່ມທະວີການແລກປ່ຽນການຄ້າໃນອະນາຄົດອັນໃກ້ນີ້.

ທ່ານ​ຮອງ​ລັດຖະມົນຕີ Nikolai Borisevich ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່ມາ​ຢ້ຽມຢາມ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (24 ມັງກອນ 1992 – 24 ມັງກອນ 2022); ຕີ​ລາຄາ​ສູງ ​ແລະ ຊົມ​ເຊີຍ ຫວຽດນາມ ທີ່​ໄດ້​ປະຕິບັດ​ສຳ​ເລັດ​ບົດບາດ​ເປັນ​ສະມາຊິກ​ບໍ່​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄລຍະ 2020-2021; ເນັ້ນໜັກວ່າ ເບລາຣຸດ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.

ສອງ ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເບ​ລາຣຸດ ​ໄດ້​ມອບ​ຈົດໝາຍທາງການ​ຢືນຢັນ​ວ່າ ເບ​ລາຣຸດ ຈະ​ສະໜັບສະໜູນ ຫວຽດນາມ ໃນການອອກຮັບສະໝັກ ​ເຂົ້າ​ສະພາປະຊາຊົນ​ສິດທິ​ມະນຸດ ​ສະຫະ​ປະຊາ​ຊາດ ​ອາຍຸການ 2023-2025.

ໄຊພອນ

ເຫດການ
302 Found

Found

The document has moved here.