ກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມ ACDFM-19 ຢ່າງສຳເລັດຜົນ

16:54 | 13/01/2022

ຍສໝ - ຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຕິນເກື່ອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Vong Pisen, ຜູ້ບັນຊາການໃຫຍ່ທະຫານພະບໍລົມວົງສານຸວົງກຳປູເຈຍ.

ອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍ: ສັນຍາລັກຕົວແທນແຫ່ງຄວາມຜູກພັນລະຫວ່າງປະຊາຊົນສອງຊາດ ອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍ: ສັນຍາລັກຕົວແທນແຫ່ງຄວາມຜູກພັນລະຫວ່າງປະຊາຊົນສອງຊາດ
ມອບອຸປະກອນຮັບໃຊ້ຫ້ອງການໃຫ້ແກ່ກອງທະຫານເຮືອລາດຊະວົງກຳປູເຈຍ ມອບອຸປະກອນຮັບໃຊ້ຫ້ອງການໃຫ້ແກ່ກອງທະຫານເຮືອລາດຊະວົງກຳປູເຈຍ

ທ່ານພົນເອກ Vong Pisen ໄດ້ສະແດງຄວາມຂອບອົກຂອບໃຈ ກອງທັບປະຊາຊົນຫວຽດນາມ ທີີ່ຍາມໃດກໍ່ໃຫ້ການສະໜັບສະໜູນກອງທັບພະບໍລົມວົງສານຸວົງກໍາປູເຈຍ ໃນທຸກດ້ານ ບົນຈິດໃຈມິດຕະພາບທີ່ເປັນມູນເຊື້ອ; ພ້ອມ​ກັນ​ນັ້ນ, ທ່ານພົນເອກ Vong Pisen ​ກໍ​ປາດ​ຖະໜາ​ວ່າ ພະຍາດ​ໂຄ​ວິດ-19 ​ໄດ້​ຮັບ​ການ​ສະກັດ​ກັ້ນ​ໂດຍ​ໄວ ​ເພື່ອ​ໃຫ້​ກອງທັບ​ສອງ​ປະ​ເທດ​ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດທີ່​ໄດ້​ລົງ​ນາມ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ທ່ານພົນເອກ Vong Pisen ໄດ້ແບ່ງປັນກ່ຽວກັບປະສົບການໃນການຮັບມືກັບໂລກລະບາດໂຄວິດ-19 ຂອງປະຊາຊົນ ແລະ ກອງທັບພະບໍລົມວົງສານຸວົງກໍາປູເຈຍ, ພ້ອມທັງຢືນຢັນບົດບາດຂອງກອງທັບພະບໍລົມວົງສານຸວົງກໍາປູເຈຍ ໃນວຽກງານຕ້ານພະຍາດລະບາດຂອງລັດຖະບານ, ພ້ອມກັບບັນດາສະມາຊິກຂອງກອງທັບພະບໍລົມວົງສານຸວົງກຳປູເຈຍ ແລະ ປະຊາຊົນກໍາປູເຈຍ ທີ່ໝາະສົມກັບສະພາບປົກກະຕິໃໝ່.

ກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມ ACDFM-19 ຢ່າງສຳເລັດຜົນ
ທ່ານພົນໂທ ຫງວຽນເຕິນເກື່ອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. (ພາບ: QDND)

ທ່ານພົນເອກ Vong Pisen ປະກາດແຜນການຈັດຕັ້ງກອງປະຊຸມ ຜູ້ບັນຊາການກຳລັງປ້ອງກັນຊາດ ອາຊຽນ (ACDFM) ຄັ້ງທີ 19 ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ ເພື່ອຈັດຕັ້ງໃນເດືອນມີນາ 2022 ແລະ ໄດ້ສົ່ງຄຳເຊີນເຖິງຫົວໜ້າກົມໃຫຍ່ເສນາທິການ, ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ກອງ​ປະຊຸມ ACDFM ຄັ້ງທີ 19 ​ຢູ່​ນະຄອນຫຼວງ​ພະນົມ​ເປັນ.

ທ່ານພົນໂທ ຫງວຽນເຕິນເກື່ອງ ຂໍສະແດງຄວາມຂອບອົກຂອບໃຈ ທ່ານຫົວໜ້າຄະນະຜູ້ແທນ ກຳປູເຈຍ ທີ່ໄດ້ເຊື້ອເຊີນຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ACDFM-19 ຢູ່ ກຳປູເຈຍ; ພ້ອມ​ກັນ​ນັ້ນ, ທ່ານພົນໂທ ຫງວຽນເຕືນເກື່ອງ ​ກໍ່​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ກຳປູ​ເຈຍ, ກອງ​ປະຊຸມ ADFM-19 ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ທະຫານ - ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ໃຫ້​ແທດກັບຕົວຈິງ ​ແລະ ມີ​ປະສິດທິ​ຜົນ.

ທ່ານພົນໂທ ຫງວຽນເຕິນເກື່ອງ ຢືນຢັນວ່າ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍກອງທັບພະບໍລົມວົງສານຸວົງ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມການທະຫານ - ປ້ອງກັນຊາດ ອາຊຽນ ໃນປີ 2022 ຢ່າງສຳເລັດຜົນ.

ບົນ​ຈິດ​ໃຈ​ແຜນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ປີ 2022 ​ໂດຍ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ຝ່າຍ​ໄດ້​ລົງ​ນາມ, ທ່ານພົນໂທ ຫງວຽນເຕິນເກື່ອງ ປາດ​ຖະໜາ​ວ່າ ທ່ານພົນເອກ Vong Pisen ຈະສືບ​ຕໍ່​ເອົາ​ໃຈ​ໃສ່, ຊີ້​ນຳ​ບັນດາ​ອົງການ​ທີ່ກ່ຽວຂ້ອງ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ຫົວໜ່ວຍ​ຂອງ​ປະຊາຊົນ​ຫວຽດນາມ ເພື່ອ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ໄດ້​ກຳນົດ​ໄວ້​ໃນ​ແຜນການ​ ຢ່າງ​ເປັນ​ເອກະ​ພາບ ​ແລະ ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ສຸມ​ໃສ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ຊາຍ​ແດນ, ຕ້ານ ​ແລະ ຄວບ​ຄຸມ​ອາດຊະຍາ​ກຳ, ກະກຽມ​ໃຫ້​ແກ່​ບາງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ໃນ​ປີ 2022.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.