ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະເຈລະຈາ ກັບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ

10:39 | 11/01/2022

ຍສໝ - ວັນທີ 9 ມັງກອນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫຼ້າຄຳຟອງ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊັກຖາມ
ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານກະກຽມ ເຜີຍແຜ່ ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ແຂວງຈຳປາສັກ
ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະເຈລະຈາ ກັບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ
ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະເຈລະຈາ ກັບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ. ພາບ: kienthuc.net.vn

ສອງຝ່າຍສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງກະຊວງ ດ້ວຍຮູບການໂດຍກົງ ແລະ ທາງໄກ, ສົມທົບກັນແກ້ໄຂບັນຫາເກີດໃໝ່ຢ່າງວ່ອງໄວ, ທັນການ, ບໍ່ປະໃຫ້ບັນດາອິດທິກຳລັງເປັນປໍລະປັກ, ອາດຊະຍະກອນເຄື່ອນໄຫວກໍ່ຜົນເສຍຫາຍຕໍ່ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍລະຫວ່າງສອງປະເທດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນສະພາບການໂລກ ແລະ ພາກພື້ນ ທີ່ກໍ່ຜົນກະທົບຕໍ່ຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ຫວຽດນາມ, ລາວ.

ສອງຝ່າຍສົມທົບກັນຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ; ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ. ສອງກະຊວງສືບຕໍ່ຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ກ່ອນທີ່ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ວິໄລ ຫຼ້າຄຳຟອງ ໄດ້ເປັນສັກຂີພິຍານໃຫ້ກົມກອງທີ່ມີໜ້າທີ່ຮັບຜິດຊອບສອງກະຊວງ ລົງນາມໃນເອກະສານຮ່ວມມືສະບັບຕ່າງໆ.

ໄຊພອນ

ເຫດການ
302 Found

Found

The document has moved here.