ຫວຽດນາມ-ອິນເດຍ ມີກໍາລັງບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາການພົວພັນສອງຝ່າຍ

14:07 | 11/01/2022

ຍສໝ - ລະຫວ່າງ ຫວຽດນາມ ແລະ ອິນເດຍ ມີວິໄສທັດ ແລະ ວິທີການເຂົ້າເຖິງ ກັບບັນດາບັນຫາສາກົນໃຫຍ່, ບັນດາບັນຫາໃນພາກພື້ນ.

ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022 ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022
ການພົວພັນຕ່າງປະເທດປະຊາຊົນ ມີບົດບາດຕັ້ງໜ້າໃນການພັດທະນາການພົວພັນ ຫວຽດນາມ - ອິນເດຍ ການພົວພັນຕ່າງປະເທດປະຊາຊົນ ມີບົດບາດຕັ້ງໜ້າໃນການພັດທະນາການພົວພັນ ຫວຽດນາມ - ອິນເດຍ

ນີ້ແມ່ນຂໍ້ສັງເຂດຂອງທ່ານ ປ.ອ Rup Narayan Das ນັກຄົ້ນຄ້ວາຂັ້ນສູງ ຢູ່ສະພາຄົ້ນຄ້ວາວິທະຍາສາດ ສັງຄົມ ອິນເດຍ, ສະຖາບັນບໍລິຫານສາທານະລະ ວິທະຍາສາດສັງຄົມອິນເດຍ, ໃນການຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານ ຫວຽດນາມ ປະຈໍາ Delhi, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອິນເດຍ (07 ມັງກອນ 1972 – 07 ມັງກອນ 2022).

ຫວຽດນາມ-ອິນເດຍ ມີກໍາລັງບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາການພົວພັນສອງຝ່າຍ
ທ່ານປ.ອ Rup Narayan Das ນັກຄົ້ນຄ້ວາຂັ້ນສູງ ຢູ່ສະພາຄົ້ນຄ້ວາວິທະຍາສາດ ສັງຄົມ ອິນເດຍ. ພາບ: icsin.org

ຕາມທ່ານ ປ.ອ Rup Narayan Das ແລ້ວ, ການພົວພັນລະຫວ່າງ ສອງປະເທດ ບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານນັບທັງດ້ານການເມືອງ, ເສດຖະກິດ, ການຕ່າງປະເທດ ແລະ ຍຸດທະສາດ. ລະຫວ່າງ ຫວຽດນາມ ແລະ ອິນເດຍ ມີ ວິໄສທັດ ແລະ ວິທີການເຂົ້າເຖິງກັບບັນດາບັນຫາສາກົນໃຫຍ່, ບັນດາບັນຫາ ໃນພາກພື້ນ.

ຢູ່ຫຼາຍເວທີປາໄສສອງຝ່າຍ ແລະ ຫຼາຍຝ່າຍ, ທັງອິນເດຍ ແລະ ຫວຽດນາມ ໄດ້ເຕື້ອງເຖິງຄຳໝັ້ນສັນຍາກ່ຽວກັບບັນດາບັນຫາຄື ມະຫາສະຫມຸດອິນເດຍ - ປາຊີຟິກ ແລະ ຄວາມເສລີໃນການເດີນທະເລ. ທາງດ້ານສອງຝ່າຍ, ລະຫວ່າງສອງປະເທດມີການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ຫຼ້າສຸດນີ້ແມ່ນການຢ້ຽມຢາມ ອິນເດຍ ຢ່າງເປັນທາງການຂອງທ່ານ ປະທານ ສະພາແຫ່ງຊາດ ຫວຽດນາມ. ສອງຝ່າຍກໍ່ພວມມຸ່ງໄປເຖິງການເຄື່ອນໄຫວແລກ ປ່ຽນຄະນະຜູ້ແທນຂັ້ນສູງອື່ນອີກໃນປີ 2022.

ທ່ານ ປ.ອ Rup Narayan Das ໃຫ້ຮູ້ວ່າ ທ່ານ ບໍ່ເຫັນມີສິ່ງໃດກີດຂວາງ ການພົວພັນສອງຝ່າຍ. ຍິ່ງໄປກ່ວານັ້ນ, ເຖິງວ່າ ອຳນາດການປົກຄອງຢູ່ ອິນເດຍ ມີການປ່ຽນແປງ ແລະ ຄະນະການນຳ ຢູ່ ຫວຽດນາມ ກໍ່ມີການປ່ຽນແປງກໍ່ຕາມ ແຕ່ການພົວພັນລະຫວ່າງສອງປະເທດ ຍັງໄດ້ຮັບການ ປັບປຸງ ຜ່ານແຕ່ລະປີ ແລະ ນັບມື້ນັບເພີ່ມທະວີຕາມການເວລາ.

ກໍ່ຕາມທ່ານ ປ.ອ Rup Narayan Das ແລ້ວ, ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19 ການນໍາສອງປະເທດຍັງຮັກສາການຕິດຕໍ່ຢ່າງແໜ້ນແຟ້ນ. ສອງຝ່າຍມີກົນໄກເຈລະຈາສອງຝ່າຍຫຼາຍຢ່າງ...

ບູນມີ

ເຫດການ
302 Found

Found

The document has moved here.