ກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນຂອງການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ລາວ

16:37 | 09/01/2022

ຕອນເຊົ້າວັນທີ 8/1, ພາຍຫຼັງພິທີຕ້ອນຮັບ ແລະ ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ.

ວົງເງິນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ເພີ່ມຂຶ້ນ 17% ວົງເງິນການຄ້າສອງຝ່າຍ ລະຫວ່າງຫວຽດນາມ ແລະ ອັງກິດ ເພີ່ມຂຶ້ນ 17%
ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງຈາກຕ່ອງໂສ້ການສະໜອງໃນ RCEP
ກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນຂອງການເຈລະຈາຂັ້ນສູງລະຫວ່າງຫວຽດນາມ ແລະ ລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີ້ງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນການເຈລະຈາ

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມ, ນາຍົກລັດຖະມົນຕີທັງສອງໃຫ້ຮູ້ວ່າ: ສອງຝ່າຍໄດ້ມີການເຈລະຈາຢ່າງເປີດກວ້າງ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນ. 2 ຝ່າຍໄດ້ເຫັນດີສືບຕໍ່ປະຕິບັດຖະແຫຼງການຮ່ວມຢ່າງມີປະສິດທິຜົນເນື່ອງໃນໂອກາດການຢ້ຽມຢາມມິດຕະພາບຫວຽດນາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໃນເດືອນມິຖຸນາ 2021 ແລະ ໝາກຜົນແຫ່ງການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວນຟຸກ ເມື່ອເດືອນສິງຫາ 2021.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ແລະ ນາຍົກລັດຖະມົນຕີລາວ ເຫັນດີເປັນເອກະພາບວ່າ 2 ປະເທດຄວນຊ່ວຍເຊິ່ງກັນ ແລະ ກັນ ກໍ່ສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ, ໜູນຊ່ວຍເຊິ່ງກັນ ແລະ ກັນ, ຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກ; ຮັກສາຄວາມສາມັກຄີໃນອາຊຽນ, ສະຫນັບສະຫນູນກໍາປູເຈຍໃນບົດບາດເປັນປະທານອາຊຽນ. ສອງປະເທດຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງທາງບົກ, ທາງລົດໄຟ ແລະ ທາງທະເລ. 2 ຝ່າຍໄດ້ເຫັນດີເປັນເອກະສັນຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ຕອນເຊົ້າວັນທີ 8 ມັງກອນນີ້, ນາຍົກລັດຖະມົນຕີທັງສອງ ໄດ້ກົດປຸ່ມເປີດປີສາມັກຄີມິດຕະພາບຫວຽດນາມ - ລາວ; ລາວ-ຫວຽດນາມ 2022. ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານຮ່ວມມື 8 ສະບັບ ໃນຂົງເຂດປ້ອງກັນຄວາມສະຫງົບ, ຊາຍແດນ, ເສດຖະກິດ, ທະນາຄານ, ການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ.

vovworld.vn

302 Found

Found

The document has moved here.