ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ

18:35 | 10/01/2022

ຍສໝ - ຫວ່າງແລ້ວນີ້, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ກຽນຢາງ ໄດ້ຈັດພິທີມອບທຶນການສຶກສາ 41 ທຶນ ໄປຮຽນຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມສຶກສາ ແຂວງ ກຽນຢາງ ຂອງມະຫາວິທະຍາໄລ ອາເມລິກາ - AUV ຢູ່ ຫວຽດນາມ.

ປີ 2022, ກຽນຢາງ ຈະດຶງດູດການລົງທຶນ ເຂົ້າເຂດເສດຖະກິດດ່ານຊາຍແດນ ປີ 2022, ກຽນຢາງ ຈະດຶງດູດການລົງທຶນ ເຂົ້າເຂດເສດຖະກິດດ່ານຊາຍແດນ
ວິ​ສາ​ຫະ​ກິດ ສ.ເກົາຫຼີ ຫຼາ​ຍ​ແຫ່ງ​ມີ​ຄວາມສົນ​ໃຈ​​ມາ​ລົງ​ທຶນ​ຢູ່​ແຂວງ ທ໊າຍ​ບິ່ງ ວິ​ສາ​ຫະ​ກິດ ສ.ເກົາຫຼີ ຫຼາ​ຍ​ແຫ່ງ​ມີ​ຄວາມສົນ​ໃຈ​​ມາ​ລົງ​ທຶນ​ຢູ່​ແຂວງ ທ໊າຍ​ບິ່ງ
ພາບ
ມອບທຶນການສຶກສາ 41 ທຶນ ໄປຮຽນຕໍ່ຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແຂວງ ກຽນຢາງ. ພາບ: baoquocte.vn

ທ່ານ ​ປອ. ​ເຢືອງ​ແມ້ງ​ເກື່ອງ, ຫົວໜ້າຜູ້ຕາງໜ້າ ໂຮງຮຽນ​ມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ - AUV ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ ດ້ວຍ​ຄວາມ​ປາດ​ຖະໜາ​​ຊຸກຍູ້​ການ​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດທີ່ມີຄຸນນະພາບສູງ​ໃຫ້​ຫວຽດນາມ ​ເວົ້າ​ລວມ ແລະ ​ແຂວງ ກຽນ​ຢາງ ​ເວົ້າ​ສະ​ເພາະ, ​ທາງໂຮງຮຽນ​ໄດ້​ສະຫງວນ​ບັນດາທຶນການ​ສຶກສາຂອງ ​ອາ​ເມ​ລິ​ກາ​ ໃຫ້​ແກ່​ນັກ​ຮຽນ​ມັດທະຍົມ​ ແຂວງ​ກຽນ​ຢາງ.

ໃນນັ້ນ, ທຶນການສຶກສາ 100% ມີມູນຄ່າ 60,000 ໂດລາ (ລວມຄ່າຮຽນ 4 ປີ) 1 ທຶນ, ທຶນການສຶກສາ ຫຼຸດຄ່າຮຽນ 50% (ມູນຄ່າ 30,000 ໂດລາ ແຕ່ລະທຶນ) 10 ທຶນ, ທຶນການສຶກສາ 30 ທຶນ ຫຼຸດຄ່າຮຽນ 30% (ມູນຄ່າ 18,000 ໂດລາ/ທຶນ) 30 ທຶນ.

ທຶນການສຶກສາ 100% ແມ່ນສໍາລັບເປົ້າໝາຍນັກຮຽນທີ່ຮຽນເກັ່ງໃນລະດັບແຂວງ, ລະດັບຊາດ, ມີລະດັບພາສາອັງກິດເທົ່າກັບ 7.5 IELTS. ​ເມື່ອ​ໄດ້​ຮັບ​ທຶນ​ການ​ສຶກສາ, ນັກ​ສຶກສາ​ຈະ​ເຂົ້າ​ຮ່ວມ​ຫຼັກສູດ 2 ປີ​ຢູ່​ມະຫາວິທະຍາ​ໄລ​ອາ​ເມ​ລິ​ກາ - AUV ທີ່ ດ່ານັງ, 2 ປີ​ຕໍ່​ໄປ​ຈະໄດ້ຮໍ່າ​ຮຽນ​ ຢູ່ໜຶ່ງ​ໃນ 20 ມະຫາວິທະຍາ​ໄລ​ແຖວໜ້າຂອງ​ອາ​ເມ​ລິ​ກາ.

ທ່ານ ເຈິ່ນກວາງບາວ, ຜູ້ອໍານວຍການ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ ​ແຂວງ ກຽນຢາງ ​ໃຫ້​ຮູ້​ວ່າ: ບັນດາທຶນ​ສຶກສາ​ຂອງ​ມະຫາວິທະຍາ​ໄລ ອາ​ເມ​ລິ​ກາ - AUV ​ແມ່ນ​ມີ​ຄຸນຄ່າ​ຫຼາຍ, ​ເພື່ອ​ໜູນ​ຊ່ວຍ​ບັນດາ​ນັກຮຽນ​ທີ່ຮຽນເກັ່ງ, ມີຄວາມກຳລັງສາມາດໜຸ່ມ​ຂອງ​ຂະແໜງສຶກສາ-ບຳລຸງ​ສ້າງ ຢ່າງທັນການ; ພ້ອມ​ກັນ​ນັ້ນ ​ກໍ​ພັດທະນາ​ການ​ລົງທຶນ​ໃຫ້​ແກ່​ການ​ສຶກສາ​ປາຍແຫຼມຂອງ​ແຂວງ​ໃນ​ອະນາຄົດ. ຜ່ານ​ນັ້ນ, ກໍປະກອບສ່ວນ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ​ເພື່ອຮັບໃຊ້ໃນການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.