ກຳປູເຈຍລະນຶກເຖິງໄຊຊະນະວັນທີ 7 ມັງກອນ: ຈາລຶກໄວ້ສະເໝີເຖິງບຸນຄຸນຂອງກອງກຳລັງອາສາສະໝັກຫວຽດນາມ

14:52 | 10/01/2022

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ທີ່​ພະ​ນົມ​ເປັນ ໃນວັນ​ທີ 7 ມັງ​ກອນ ໃຫ້​ຊາບ​ວ່າ: ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ 43 ປີ ແຫ່ງໄຊ​ຊະ​ນະເໜືອ​ລະ​ບອບ​ການ​ຂ້າງ​ລ້າງ​ເຜົ່າ​ພັນ Pol Pot (ວັນ​ທີ 7 ມັງ​ກອນ 1979 - ວັນ​ທີ 7 ມັງ​ກອນ 2022), ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ (CPP) ທີ່​ກຳ​ອຳ​ນາດ, ທ່ານນາ​ຍົກລັດ​ຖະ​ມົນ​ຕີ​ ສົມ​ເດັດ ​ຕີ​ຈໍ່ ຮຸນ​ແຊນ ໄດ້ກ່າວຖະ​ແຫຼງ​ການ​ຢ່າງ​ຈະ​ແຈ້ງວ່າ: “​ວັນ​ທີ 7 ມັງ​ກອນ 2022 ເປັນ​ວັນ​ລະ​ນຶກ 43 ປີ ແຫ່ງ​ໄຊ​ຊະ​ນະ​ປະ​ຫວັດ​ສາ​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໃນ​ການ​ໂຄ່ນ​ລົ້ມ​ລະ​ບອບ​ຂ້າ​ລ້າງ​ເຜົ່າ​ພັນ Pol Pot, ກອບ​ກູ້ຟື້ນ​ຟູ​ປະ​ເທດ​ຊາດ​ຢ່າງ​ທັນ​ການ, ສິ້ນ​ສຸດ​ໄລ​ຍະ​ແຫ່ງ​ຄວາມ​ມືດ​ມົວ, ເປີດ​ສັງ​ກາດ​ໃໝ່​ແຫ່ງ​ອິດ​ສະຫຼະ​ພາບ, ເສ​ລີ​ພາບ, ປະ​ຊາ​ທິ​ປະ​ໄຕ ແລະ ສັງ​ຄົມ​ຂະ​ຫຍາຍ​ຕົວຂອງ​ກຳ​ປູ​ເຈຍ”.

ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ
ແຜນທີ່ຊາຍແດນກຳປູເຈຍ-ຫວຽດນາມ ຈະສົ່ງໃຫ້ສະຫະປະຊາຊາດເກັບຮັກສາໄວ້ ແຜນທີ່ຊາຍແດນກຳປູເຈຍ-ຫວຽດນາມ ຈະສົ່ງໃຫ້ສະຫະປະຊາຊາດເກັບຮັກສາໄວ້
ກຳປູເຈຍລະນຶກເຖິງໄຊຊະນະວັນທີ 7 ມັງກອນ: ຈາລຶກໄວ້ສະເໝີເຖິງບຸນຄຸນຂອງກອງກຳລັງອາສາສະໝັກຫວຽດນາມ
ທ່ານນາ​ຍົກລັດ​ຖະ​ມົນ​ຕີ​ ສົມ​ເດັດ ​ຕີ​ຈໍ່ ຮຸນ​ແຊນ.ພາບ: TTXVN

ຂໍ້​ຄວາມຖະ​ແຫຼງໄດ້​ເນັ້ນ​ໜັກວ່າ: ຫຼັງ​ຈາກ​ໄຊ​ຊະ​ນະ​ປະ​ຫວັດສາດ​ດັ່ງ​ກ່າວ, ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ແນວ​ໂຮມ​ສາ​ມັກ​ຄີ​ກອບ​ກູ້​ປະ​ເທດ​ກຳ​ປູ​ເຈຍ ແລະ ລັດ​ຖະ​ບານ​ປະ​ຊາ​ຊົນ ໄດ້ຮວບ​ຮວມ​ທຸກ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ, ຟື້ນ​ຟູ​ທຸກ​ຄວາມ​ຫຍຸ້ງ​ຍາກ, ລຳ​ບາກ ເພື່ອ​ປົກ​ປ້ອງ, ຟື້ນ​ຟູ ແລະ ສ້າງ​ສາ​ຄືນ​ປະ​ເທດ​ຊາດ​ນັບ​ຕັ້ງແຕ່​ເລກ 0. ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດບັນ​ດາ​ໜ້າ​ທີ່ຍຸດ​ທະ​ສາດ​ນີ້ ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຊອກ​ຫາ​ສັນ​ຕິ​ພາບ, ຄວາມ​ສາ​ມັກ​ຄີ​ແຫ່ງ​ຊາດ, ສືບ​ຕໍ່​ຟື້ນ​ຟູ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ທຸກ​ຂົງ​ເຂດ ເພື່ອ​ບັນ​ລຸ​ໄດ້​ຄວາມ​ກ້າວ​ໜ້າ​ຈົນ​ເຖິງ​ທຸກວັນ​ນີ້. ວັນ​ທີ 7 ມັງ​ກອນ 1979 ໄດ້​ຖືກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ສັນ​ລະ​ເສີນ​ໃຫ້​ເປັນ “ວັນ​ເກີດ​ຄັ້ງ​ທີ່​ສອງ​ຂອງ​ຕົວ​ເອງ”, ຖ້າບໍ່​ມີ​ໄຊ​ຊະ​ນະ 7 ມັງ​ກອນ​ນີ້ ປະ​ຊາ​ຊົນ​ກຳ​ປູ​ເຈຍບໍ່​ສາ​ມາດ​ມີ​ຊີ​ວິດ​ການ​ເປັນ​ຢູ່​ໄດ້​ຮອດ​ທຸກວັນ​ນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸນ​ແຊນ ຢືນ​ຢັນ​ວ່າ: “ພວກ​ເຮົາ​ລະ​ນຶກ​ເຖິງ​ເຫດ​ການ​ປະ​ຫວັດ​ສາດ​ນີ້ ດ້ວຍ​ຈິດ​ວິນ​ຍານ​ແຫ່ງ​ການ​ຈົດ​ຈຳ​ຢ່າງ​ເລິກສະ​ເໝີ​ໃນຄວາມ​ຊົ່ວ​ຮ້າຍຂອງ​ລະ​ບອບການ​ຂ້າ​ລ້າງ​ເຜົ່າ​ພັນ Pol Pot ທີ່​ກໍ່​ຂຶ້ນ​ກັບ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ, ກໍ​ຄື​ຈາ​ລຶກ​ໄວ້​ສະ​ເໝີ​ໃນ​ບຸນ​ຄຸນ​ອັນ​ຍິ່ງ​ໃຫຍ່​ຂອງ​ພະ​ນັກ​ງານ, ນັກ​ຮົບ​ແນວ​ໂຮມ​ສາ​ມັກ​ຄີກອບ​ກູ້​ປະ​ເທດ​ຊາດກຳ​ປູ​ເຈຍ ແລະ ທະ​ຫານ​ອາ​ສາ​ສະ​ໝັກ​ຫວຽດ​ນາມ​ທີ່​ໄດ້​ສູນ​ເສຍ​ເລືອດ​ເນື້ອ ແລະ ຜູ້​ກ້າ​ຫານ​ທີ່​ເສຍ​ສະຫຼະ​ໃນ​ສົງ​ຄາມ​ການ​ຕໍ່​ສູ້​ໂຄ່ນ​ລົ້ມ​ລະ​ບອບ​ການ​ຂ້າ​ລ້າງ​ເຜົ່າ​ພັນ Pol Pot ແລະ ສະ​ກັດ​ກັ້ນ​ພວກ​ມັນ​ກັບ​ຄືນ​ມາ”.

ຂໍ້​ຄວາມ​ການ​ຖະ​ແຫຼງ​ຍັງ​ເນັ້ນ​ໜັກ​ໃນ​ປີ 2020-2021 ຜ່ານ​ມາ, ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ໄດ້​ສົ່ງ​ຜົນ​ກະ​ທົບ​ຮຸນ​ແຮງ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ໃນ​ສັງ​ຄົມ​ກຳ​ປູ​ເຈຍ. ເພື່ອ​ປະ​ເຊີນ​ໜ້າ​ກັບ​ສະ​ຖາ​ນະ​ການ​ນີ້, ລັດ​ທ​ຖະ​ບານ​ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ ໄດ້​ກຳ​ນົດຫຼາຍ​ແຜນ​ການ​ຍຸດ​ທະ​ສາດ ແລະ ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນ​ແທດ​ຕົວ​ຈິງ ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ ຊຶ່ງ​ປະ​ກອບ​ທັງ​ມາດ​ຕະ​ການ​ການ​ບໍ​ລິ​ຫານ, ການ​ແພດ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ ແລະ ສັງ​ຄົມ ພິ​ເສດ​ແມ່ນ​ຍຸດ​ທະ​ສາດ​ຕ້ານ​ພະ​ຍາດ​ດ້ວຍ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ໃນ​ທົ່ວ​ປະ​ເທດ ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ສັງ​ຄົມ, ຮັກ​ສາ​ຄວາມ​ເທົ່າ​ທຽມ​ທາງ​ເສດ​ຖະ​ກິດ ແລະ ຊີ​ວິດ​ການ​ເປັນ​ຢູ່ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ກະ​ຕື​ລື​ລົ້ນ​ຂອງ​ປວງ​ຊົນ.

ຮອດ​ທ້າຍ​ປີ 2021, ກຳ​ປູ​ເຈຍ​ໄດ້​ມີ​ຕົວ​ເລກ​ຜຸ້​ຕິດ​ເຊື້ອ​ໂຄວິດ-19 ຫຼຸດ​ລົງ​ຢູ່​ໃນ​ລະ​ດັບ​ຕ່ຳ ພ້ອມ​ທັງ​ສາ​ມາດ​ສ້າງ​ພູມ​ຄຸ້ມ​ກັນ​ໄດ້​ໃນ​ຊຸມ​ຊົນ, ດ້ວຍ​ເຫດນັ້ນ​ ຈຶ່ງ​ອະ​ນຸ​ຍາດ​ໃຫ້​ລັດ​ຖະ​ບານ​ປະ​ກາດ​ເປີດປະ​ຕູ​ປະ​ເທດ​ຄືນໃນ​ທຸກ​ຂົງ​ເຂດ​ທ່າມ​ກາງ​ສະ​ພາບ​ປົກ​ກະ​ຕິໃໝ່ ນັບ​ແຕ່​ວັນ​ທີ 1 ພະ​ຈິກ 2021. ຮອດ​ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ນັບ​ມື້​ນັບ​ດີ​ຂຶ້ນ ຊຶ່ງ​ສະ​ທ້ອນ​ໄຊ​ຊະ​ນະ​ຂອງ​ກຳ​ປູ່​ເຈຍ​ໃນ​ການ​ສະ​ກັດ​ກັ້ນ​ການ​ລະ​ບາ​ດະ​ຍາດ​ໂຄວິດ-19, ພ້ອມ​ທັງ​ນຳ​ໄປ​ສູ່​ການ​ຄາດ​ຄະ​ເນ​ຕ່າງໆ​ທີ່​ຕັ້ງ​ໜ້າ​ກ່ຽວ​ກັບ​ການ​ຟື້ນ​ຟູ ແລະ ຊຸກ​ຍູ້​ການ​ຂະ​ຫຍາ​ຍ​ຕົວ​ເສດ​ຖະ​ກິດ​ໃນ​ປີ 2022.

ກໍ​ຄື​ໃນ​ໂອ​ກາດ​ນີ້, ໜັງ​ສື​ພິມ ແລະ ບັນ​ດາ​ອົງ​ການ​ສື່​ສານ​ຂອງ​ກຳ​ປູ​ເຈຍ ພ້ອມພາ​ກັນນຳຂ່າວ​ສານລົງຫຼາຍ​ກ່ຽວ​ກັບໂອ​ກາດ​ລະ​ນຶກ 43 ປີ ແຫ່ງ​ໄຊ​ຊະ​ນະ​ເໜືອ​ລະ​ບອບ​ການ​ຂ້າ​ລ້າ​ງເຜົ່າ​ພັນ Pol Pot (7/1/1979-7/1/2022).

ໜັງ​ສື​ພິມ Khmer Times ໄດ້​ກ່າວ​ຢ່າງ​ຊັດ​ເຈນ​ວ່າ 43 ປີ​ກ່ອນ, ກ້ອນ​ກຳ​ລັງ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ຮ່ວມ​ກັນ​ກຳ​ລັງ​ທະ​ຫານ​ສູ້​ຮົບ​ກຳ​ປູ້​ເຈຍ, ແນວ​ໂຮມ​ສາ​ມັກ​ຄີ​ປະ​ຊາ​ຊົນ​ກອບ​ກູ້​ຊາດ​ກຳ​ປູ​ເຈຍ (KUFNS) ໄດ້​ເປີດ​ການ​ບຸກ​ໂຈມ​ຕີ​ໂຄ່ນ​ລົ້ມ​ລະ​ບອບ​ຂະ​ເໝນ​ແດງ​ທີ່​ປ່າ​ເຖື່ອນ, ເປີດ​ສັກ​ກະຫຼາດ​ໄລ​ຍະ​ແຫ່ງ​ສັນ​ຕິ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ​ທີ່​ຖືກ​ສົງ​ຄາມ​ທຳ​ລາຍ​ມາ​ຕະຫຼອດຫຼາຍ​ປີ.

ວັນ​ໄຊ​ຊະ​ນ​ະ​ນີ້​ໄດ້​ຖືກ​ລະ​ນຶກ​ເຖິງ​ໃນ​ແຕ່​ລະ​ປີ​ທີ່​ແດນ​ແຫ່ງວັດ​ວາ​ທາດ​ເຈ​ດີ, ຈາ​ລຶກ​ໃຫ້​ປະ​ຊາ​ຊົນ 1,7 ລ້ານ​ຄົນ​ທີ່​ເສຍ​ຊີ​ວິດ​ຍ້ອນ​ຂ້າ​ທໍ​ລະ​ມານ, ຕາຍ​ອຶດ​ຕາຍ​ຫິວ, ອອກ​ແຮງ​ງານ​ຢ່າງ​ທຸກ​ທໍ​ລະ​ມານ ແລະ ພະ​ຍາດ​ບາດ​ໃນ​ລະ​ບອບ​ການ​ຂ້າ​ລ້າງ​ເຜົ່າ​ພັນ.

ຍ້ອນ​ເຫດ​ຜົນ​ທີ່​ຄວາມ​ສ່ຽງ​ຕໍ່ການແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ຂຶ້ນ​ອີກ, ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຈັດ​ຕັ້ງ​ລະ​ນຶກ 43 ປີ​ແຫ່ງ​ໄຊ​ຊະ​ນະ ດ້ວຍ​ຂະ​ໜາດ​ທີ່​ເລັກ​ນ້ອຍ​ໃນ​ທົ່ວ​ປະ​ເທດ. ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸນ​ແຊນ ທັງ​ເປັນ​ປະ​ທານ​ພັກ ກ່ອນ​ໜ້າ​ນີ້ ໄດ້​ແຈ້ງ​ການ​ຍົກ​ເລີກ​ການ​ຈັດ​ຕັ້ງ​ກິດ​ຈະ​ກຳ​ຕ່າງໆ​ທີ່​ມີ​ຜູ້​ຄົນໂຮມ​ກັນຫຼວງຫຼາຍ.

ສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ​ກຳ​ປູ​ເຈຍ (AKP) ນຳ​ຂ່າວ​ບັນ​ດາ​ການ​ນຳ​ຂອງ​ກຳ​ປູເຈຍ ປະ​ກອບ​ດ້ວຍ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ເດັດ ຕີ​ຈໍ່ ຮຸນ​ແຊນ ແລະ ປະ​ທານ​ລັດ​ຖະ​ສະ​ພາ ສົມ​ເດັດ ເຮັ່ງ ສຳ​ຣິນ ສົ່ງ​ຄຳ​ອວຍ​ພອນ​ໃນ​ໜ້າ​ຕ່າງ​ເຟ​ສ​ບຸກ​ສ່ວນ​ຕົວ ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ 43 ປີ ໄຊ​ຊະ​ນ​ະ​ເໜືອ​ລະ​ບອບ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ຂະ​ເໝນ​ແດງ.

ບັນ​ດາ​ການ​ນຳ​ຂອງ​ກຳ​ປູ​ເຈຍ ຢືນ​ຢັນ​ວ່າ​ໃນ​ໄລ​ຍະ​ເວ​ລາ​ຜ່ານ​ມາ, ລາ​ຊາ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ນຳ​ເອົາ​ຄືນ​ມາ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ເທດ​ຊາດ​ໃນ​ເວ​ລາ​ທີສາ​ກົນ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ສາ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ຢ່າງ​ຍືນ​ຍົງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.