ຍູ້ແຮງການຮ່ວມມືດ້ານເສດຖະກິດ , ການລົງທຶນລະຫວ່າງຫວຽດນາມ ແລະ ລາວ

10:48 | 11/01/2022

ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ຈີ໋ຢຸງ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ 209 ​ໂຄງການ​ລົງທຶນ​ຢູ່​ລາວ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 5,1 ຕື້ USD. ຫວຽດນາມ​ຢືນ​ອັນ​ດັບ 3 ​ໃນ​ບັນດາ​ປະ​ເທດ​ລົງທຶນ​ຢູ່​ລາວ.

KOICA ໄດ້ໃຫ້ການສະໜັບສະໜູນ ເຂັມສັກຢາໃຊ້ເທື່ອດຽວ 6,3 ລ້ານເຂັມໃຫ້ແກ່ຫວຽດນາມ KOICA ໄດ້ໃຫ້ການສະໜັບສະໜູນ ເຂັມສັກຢາໃຊ້ເທື່ອດຽວ 6,3 ລ້ານເຂັມໃຫ້ແກ່ຫວຽດນາມ
ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະເຈລະຈາ ກັບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະເຈລະຈາ ກັບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ. ພາບ: TTXVN

ໃນ​ປີ 2021, ຍອດ​ຈຳນວນ​ທຶນ​ລົງທຶນ​ຂອງ ຫວຽດນາມ ຢູ່ ລາວ ບັນລຸ 118,3 ລ້ານ USD, ​ເພີ່ມ​ຂຶ້ນ 33,3% ​ເມື່ອ​ທຽບ​ໃສ່​ປີ 2020. ບາງ​ໂຄງການ​ລົງທຶນ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ລາວ ມີ​ປະສິດທິ​ຜົນ, ສືບ​ຕໍ່​ເພີ່ມ​ທະວີທຶນ​ການ​ລົງທຶນເປີດກວ້າງ​ໃນ​ປີ 2022 ​ແລະ ຊຸມ​ປີ​ຕໍ່​ໄປ. ຫຼາຍ​ໂຄງການ​ໄດ້​ນໍາເຂົ້າເຄື່ອນໄຫວຢ່າງ​ໝັ້ນຄົງ, ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ມອບເຂົ້າ​ງົບປະມານ, ປະຕິບັດ​ວຽກ​ງານ​ສະຫວັດດິການສັງຄົມ, ສ້າງ​ວຽກ​ເຮັດ​ງານ​ທຳ, ບຳລຸງ​ສ້າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບສີມື​ແຮງ​ງານ, ລະດັບ​ຂອງ​ຄົນ​ງານ, ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຢູ່​ບາງ​ທ້ອງ​ຖິ່ນ... ໂດຍໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກລັດຖະບານລາວ.

ໂຄງການ​ໃຫຍ່​ຈຳນວນ​ໜຶ່ງ​ແມ່ນ​ໄດ້ຝ່າຍ​ລາວ​ສຸມໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ກີດຂວາງ, ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ເພື່ອຍູ້ໄວ​ຄວາມຄືບໜ້າໃນການຈັດຕັ້ງປະຕິບັດເປັນ​ຕົ້ນ​ແມ່ນ: ​ໂຄງການ​ທ່າ​ເຮືອ​ຫວູງອາງ, ​ໂຄງການ​ໄຟຟ້າ​ນ້ຳຕົກ​ຫຼວງ​ພະ​ບາງ, ​ເຊ​ຂະໝານ 3, ​​ບໍ່​ເກືອກາ​ລີ, ສະ​ໜາມ​ບິນ​ໜອງຄ້າງ,...

ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິນຈິງ ສະ​ເໜີ​ບັນດາ​ກຸ່ມບໍລິສັດ, ວິ​ສາ​ຫະກິດ​ໃຫຍ່​ຂອງ 2 ປະ​ເທດ​ທີ່​ມີ​ປະສົບ​ການ​ດ້ານ​ການ​ລົງທຶນ ຈົ່ງສະ​ເໜີ​ບັນດາ​ແນວ​ຄວາມຄິດ​ໃໝ່​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່​ມີ​ທ່າ​ແຮງ​ໃນ​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ 2 ປະ​ເທດ ໂດຍໄວ. ດ້ວຍ​ທິດນຳ “ຊ່ວຍ​ເພື່ອນກໍ່​ແມ່ນ​ຊ່ວຍ​ຕົນ​ເອງ” ເຊິ່ງມີພຽງ​ແຕ່​ໃນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ, ລາວ - ຫວຽດນາມ, ບວກ​ກັບ​ແນວ​ຄິດ​ການ​ຮ່ວມ​ມື​ໃໝ່, ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​​ແຮງ, ​ມີລັກສະນະບຸກທະລຸຂອງ​ສອງ​ຝ່າຍ​, ແນ່ນອນວ່າຈະເປີດ​ກາ​ລະ​ໂອ​ກາດຫຼາຍຢ່າງໃນການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ອັນ​ໃຫຍ່​ຫຼວງ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ວິ​ສາ​ຫະ​ກິດ 2 ປະ​ເທດ.

ທ່ານ​ນາຍົກລັດຖະມົນຕີ ລາວ ພັນ​ຄຳ ວິພາວັນ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແລະ ລາວ ​ແມ່ນ​ສອງ​ປະ​ເທດ​​ຮ່ວມຊາຕາກຳ, ມີ​ການ​ພົວພັນ​ມິດຕະພາບ​ອັນ​ສະໜິດຕິດພັນ​ໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດໃນເມື່ອກ່ອນ ​ແລະ ໃນ​ພາລະກິດສ້າງສາ, ປົກ​ປັກ​ຮັກສາປະເທດຊາດຄື​ໃນ​ປະຈຸບັນ. ລັດຖະບານ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ​ໄດ້​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ຍັງ​ບໍ່​ທັນ​ສົມ​ກັບ​ການພົວພັນມິດຕະພາບ​ອັນ​ໃຫຍ່​ຫຼວງ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ປາດ​ຖະ​ໜາ​ວ່າ ບັນດາວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ​ ຈະຊຸກ​ຍູ້​ການ​ຮ່ວມ​ມື​ດ້ວຍ​ຈິດ​ໃຈອັນ​ຈິງ​ໃຈ, ໄວ້​ເນື້ອ​ເຊື່ອ​ໃຈ “ເວົ້າ​ໄດ້, ເຮັດ​ໄດ້”, ປະ​ກອບ​ສ່ວນ​ໃຫ້​ແຕ່​ລະ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ເພື່ອ​ຄວາມ​ກິນອີ່ມນຸ່ງ​ອຸ່ນ, ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ລັດຖະບານ 2 ປະເທດຈະສ້າງເງື່ອນໄຂສະດວກທີ່ສຸດ ແລະ ຊີ້ນຳບັນດາກະຊວງ, ຂະແໜງການ, ບັນດາອົງການເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງໃຫ້ແກ່ວິສາຫະກິດຂອງ 2 ປະເທດ ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານເສດຖະກິດ, ການລົງທຶນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພັນ​ຄຳ ວິ​ພາ​ວັນ ປາດ​ຖະ​ໜາ​ວ່າ ວິ​ສາ​ຫະ​ກິດ​ຫວຽດ​ນາມ ຈະໄປ​ລົງ​ທຶນ​ຢູ່ ລາວ ນັບ​ມື້​ນັບ​ຫລາຍ​ຂຶ້ນ, ເຮັດ​ໃຫ້​ຫວຽດ​ນາມ ກາຍ​ເປັນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ​ສອງ, ອັນ​ດັບ​ໜຶ່ງ​ຢູ່​ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.