ອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍ: ສັນຍາລັກຕົວແທນແຫ່ງຄວາມຜູກພັນລະຫວ່າງປະຊາຊົນສອງຊາດ

11:45 | 12/01/2022

ຍ​ສ​ໝ - 23 ສະ​ຖານ​ອະ​ນຸ​ສາ​ວະ​ລີ​ທີ່​ເປັນ​ຄຳ​ກ່າວ​ຂານ​ກ່ຽວ​ກັບ​ວັນ​ເວ​ລາ​ທີ່​ເຄັ່ງ​ຕຶງ​ທີ່​ສຸດ​ໃນ​ປະ​ຫວັດ​ສາ​ກຳ​ປູ​ເຈຍ, ກ່ຽວ​ກັບ​ສົງ​ຄາມ​ພິ​ເສດ​ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ສອງ​ຊາດ, ກ່ຽວ​ກັບ​ໄຊ​ຊະ​ນະ​ທີ່​ໄດ້​ປ່ຽນ​ແປງ​ປະ​ຫວັດ​ສາດ​ຂອງ​ຊົນ​ຊາດ​ໜຶ່ງ - ໄຊ​ຊະ​ນະ 7 ມັງ​ກອນ 1979.

ການເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ ແຂວງ Tbong Khnum ການເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ ແຂວງ Tbong Khnum
ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ

ອ​າ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ

ໃນ​ທ່າມ​ກາງວາ​ລະ​ການ​ຢ້ຽມ​ຢາມ​ຂັ້ນ​ລັດ​ຖະ​ບານຢູ່​ລາ​ຊາ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໃນ​ວັນ​ທີ 21 ທັນ​ວາ 2021, ທ່ານ ປະ​ທານ​ປະ​ເທດ ຫງວຽນ ຊວນ ຟຸກ ໄດ້​ໄຕ້​ທູບ, ຖະ​ຫວາຍດອກ​ໄມ້​ທີ່​ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ-ກຳ​ປູ​ເຈຍ ໃນ​ນະ​ຄອນຫຼວງ​ພະ​ນົມ​ເປນ. ອາ​ນຸ​ສາ​ວະ​ລີ​ນີ້​ໃກ້​ກັບ​ພະ​ລາ​ຊະ​ວັງ​ກຳ​ປູ​ເຈຍ, ຖືກ​ສ້າງ​ຂຶ້ນ​ເພື່ອລະ​ນຶກເຖິງ​​ພັນທະ​ມິດ​ຫວຽດ​ນາມ-ກຳ​ປູ​ເຈຍ, ພາຍຫຼັງ​ເມື່ອ​ກຳ​ລັງທະ​ຫານປະ​ຊາ​ຊົນ​ຫວຽດ​ນາມກ້າວ​ເຂົ້າ​ສູ່​ກຳ​ປູ​ເຈຍ​ເພື່ອ​ໂຄ່ນ​ລົ້ມ​ລະ​ບອບ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ຂະ​ເໝນ​ແດງ. ອາ​ນຸ​ສາ​ວະ​ລີ​ນີ້ ກໍ​ຕັ້ງ​ຢູ່​ໃກ້​ກັບ​ເຮືອນ​ພັກ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ເຈົ້າ​ສົມ​ເດັດ ຮຸນ​ແຊນ.

ອະນຸສາວະລີມິດຕະພາບຫວຽດນາມ-ກຳປູເຈຍ: ສັນຍາລັກຕົວແທນແຫ່ງຄວາມຜູກພັນລະຫວ່າງປະຊາຊົນສອງຊາດ
ພາບ: VOV.VN

ເປັນສະ​ຖາ​ປັດ​ຕິ​ຍະ​ກຳ​ທີ່​ມີ​ຊື່​ສຽງ​ທີ່​ສຸດ ຊຶ່ງ​ຖ່າຍ​ທອດ​ເຖິງ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ​ ຫວຽດ​ນາມ-ກຳ​ປູ​ເຈຍ, ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ເປັນ​ການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ນັກ​ຮົບ​ຫວຽດ​ນາມ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ອັນ​ສູງ​ສົ່ງ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ກຳ​ປູ​ເຈຍຫຼຸດ​ພົ້ນ​ໄພ​ການ​ຂ້າ​ລ້າງ​ເຜົ່າ​ພັນຈາກ​ຂະ​ເໝນ​ແດງ​ທີ່​ກໍ່​ຂຶ້ນ​ທີ່ກຳ​ປູ​ເຈຍ. 23 ສະ​ຖານ​ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ​ໄດ້​ຖືກ​ສ້າງ​ຂຶ້ນ​ເປັນ​ລຳ​ດັບ​ໃນ 25 ແຂວງ, ນະ​ຄອນ ຢູ່​ກຳ​ປູ​ເຈຍ, ເພື່ອ​ລະ​ນຶກ​ເຖິງ​ບັນ​ດາ​ນັກ​ຮົບວິ​ລະ​ຊົນ, ກຳ​ລັງ​ອາ​ສາ​ສະ​ໝັກ​ຫວຽດ​ນາມ ແລະ ກຳ​ລັງ​ແນວ​ໂຮມ​ກູ້​ຊາດ​ກຳ​ປູ​ເຈຍ ທີ່​ໄດ້​ເສັຍ​ສະຫຼະ​ຊີ​ວິດ​ໃຫ້​ແກ່​ພາ​ລະ​ກິດ​ປົດ​ປ່ອຍ​ຜືນ​ແຜນ​ດິນ​ວັດວາ​ເຈ​ດີ ອອກ​ຈາກ​ໄພ​ຮ້າຍ​ຂ້າງ​ລ້າງ​ເຜົ່າ​ພັນ Pol Pot.

ປີ 2022 ຈະ​ປີ​ຕື່ມ​ອີກ 5 ສະ​ຖານ​ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ-ກຳ​ປູ​ເຈຍ ທີ່​ຈະ​ສ້າງ​ສຳ​ເລັດ​ໃນ​ໂອ​ກາດ​ຄົບ​ຮອບ 55 ປີ ການ​ສ້າງ​ຕ້ອງ​ສາຍ​ພົວ​ພັນ​ການ​ທູດ​ລະ​ຫວ່າງ​ສອງ​ຊາດ​ ທີ່​ບັນ​ດາ​ທ້ອງ​ຖ່ານ​ຂອງ​ກຳ​ປູ​ເຈຍ ເປັນ​ຕົ້ນ: ຊຽມ​ລຽບ, Odor Meanchey, Tbong Khmum, Kampong Speu ແລະ ແຂວງ Pailin.

ອາ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ-ກຳ​ປູ​ເຈຍ ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ຄວາມ​ສາ​ມັກ​ຄີ, ໃກ້​ຊິດສະ​ໜິດ​ແໜ້ນລະ​ຫວ່າງ​ສອງ​ຊາດ​ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ເປັນ​ຫຼັກ​ຖານ​ທາງ​ປະ​ຫວັດ​ສາ​ດແຫ່ງ​ການເສັຍ​ສະ​ລະ​ເລືອ​ດເນື້ອຂອງ​ບັນ​ດາ​ຄົນ​ລຸ້ນ​ກ່ອນ ເພື່ອ​ປ່ຽນ​ເອົາ​ສັນ​ຕິ​ພາບ ແລະ ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ.

ທ່ານ Nhem Valy, ຮອງ​ປະ​ທານຜູ້​ປະ​ຈຳ​ການ, ຄວບ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແນວ​ໂຮມ​ແຫ່ງ​ຊາດ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ​ກຳ​ປູ​ເຈຍ ໄດ້​ເຄີຍກ່າວວ່າ: “ພວກ​ເຮົາ​ປົກ​ປັກ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ 2 ຊາດ ຄື​ກັນ​ກັບ​ຮັກ​ສາ​ປະ​ຊາ​ຊົນ​ຂອງ​ເຮົາ​ເອງ, ຖ້າ​ພວກ​ເຮົາ​ບໍ່​ມີປະ​ຊາ​ຊົນ ກໍ​ຈະ​ຍັງ​ບໍ່​ເຫັນ​ແສງ​ສະ​ຫວ່າງ ສະ​ນັ້ນ ເຮົາ​ຕ້ອງ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ. ພວກ​ເຮົາ​ສ້າງ​ອາ​ນຸ​ສາ​ວະ​ລີ​ມີດ​ຕະ​ພາບ ແມ່ນ​ເພື່ອ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງກອງ​ທັບ​ຫວຽດ​ນາມ ແລະ ກຳ​ລັງ​ແນວ​ໂຮມ​ກູ້​ຊາດ​ກຳ​ປູ​ເຈຍ ທີ່​ໄດ້​ສະຫຼະ​ເລືອດ​ເນື້ອ​ຂອງ​ຕົນ ເພື່ອ​ປົດ​ປ່ອຍ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ຫຼຸດ​ພົ້ນ​ອອກ​ຈາກ​ໄພ​ຮ້າຍ​ຂ້າ​ລ້າງ​ເຜົ່າ​ພັນ Pol Pot”.

23 ສະ​ຖານ​ອາ​ນຸ​ສາ​ວະ​ລີ ເປັນ​ສິ່ງ​ຢ້ຳ​ເຕືອນ​ກ່ຽວ​ກັບ​ວັນ​ເວ​ລາ​ທີ່​ເຄັ່ງ​ຕຶງ​ໂຫດ​ຮ້າຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາ​ຫວຽດ​ນາມ, ກ່ຽວ​ກັບການ​ຕໍ່​ສູ້​ທີ່​ພິ​ເສດ​ຂອງກອງ​ທັບ​ສອງ​ປະ​ເທດ, ກ່ຽວ​ກັບ​ໄຊ​ຊະ​ນະ​ທີ່​ໄດ້​ປ່ຽນ​ແປງ​ປະ​ຫວັດ​ສາດ​ຊົນ​ຊາດ​ໜຶ່ງ - ໄຊ​ຊະ​ນະ 7 ມັງ​ກອນ 1979.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.