ຕອນເຊົ້າວັນທີ 6 ທັນວາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ນໍາໂດຍທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ລາວ ໄດ້ເດີນທາງມາເຖິງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 6 ຫາວັນທີ 8 ທັນວາ 2021, ຕາມຄໍາເຊີນຂອງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ADB ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ, ໜູນຊ່ວຍຫວຽດນາມ ໃນພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດ ແລະ ການຟື້ນຟູເສດຖະກິດ.
ຍສໝ - ທ່ານ Wang Wenbin ໂຄສົກກະຊວງການຕ່າງປະເທດຈີນ ຢືນຢັນວ່າ: ຫວຽດນາມ, ມາເລເຊຍ, ກຳປູເຈຍ ແລະ ອິນໂດເນເຊຍ ແມ່ນສະມາຊິກສຳຄັນຂອງອາຊຽນ, ແມ່ນປະເທດບ້ານໃກ້ເຮືອນຄຽງມິດຕະພາບທີ່ສຳຄັນຂອງຈີນ, ຍາມໃດກໍ່ຖືເປັນສຳຄັນການພົວພັນຕ່າງປະເທດກັບບັນດາປະເທດອາຊຽນ ໃນນະໂຍບາຍການຕ່າງປະເທດຂອງຕົນ.
ຍາໝ - ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢືນຢັນວ່າ ການພົວພັນ ຫວຽດນາມ - ຈີນ ແມ່ນໝັ້ນຄົງ ແລະ ດີງາມ, ຕອບສະໜອງຄວາມມຸ່ງມາດປາດຖະໜາລວມ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ 2 ປະເທດ.
ຍສໝ - ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ໄດ້ມີການເຮັດວຽກກັບບັນດາອົງການມິດຕະພາບ, ຄູ່ຮ່ວມມືຂອງລັດເຊຍ ເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ການຮ່ວມມື ແລະ ແລກປ່ຽນລະຫວ່າງປະຊາຊົນສອງປະເທດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາທີ່ມີລັກສະນະປະຫວັດສາດກັບທ່ານປະທານາທິບໍດີລັດເຊຍ V.Putin ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງ, ປຶກສາຫາລື 20 ບັນຫາສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ບໍລິສັດຫຸ້ນສ່ວນກກຸ່ມບໍລິສັດ T&T Group ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກອງທຶນລົງທຶນໂດຍກົງຂອງສະຫະພັນລັດເຊຍ (RDIF) ແລະ ກຸ່ມບໍລິສັດ Binnopharm ກ່ຽວກັບການມອບໂອນເຕັກໂນໂລຢີການຜະລິດ, ການສ້າງຕັ້ງຮາກຖານການຜະລິດໃຫມ່ຈໍານວນໜຶ່ງ ໃນວົງຈອນການຜະລິດວັກຊີນ Sputnik V ແບບຄົບວົງຈອນ.
ຍສໝ - ຕອນຄ່ຳວັນທີ 30 ພະຈິກ (ຕາມເວລາຫວຽດນາມ), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບ ທ່ານປະທານາທິບໍດີລັດເຊຍ Vladimir Putin. ສອງຝ່າຍຢືນຢັນວ່າ: ພະລັງງານ ແລະ ນ້ຳມັນອາຍແກັສ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ.
ນັ້ນແມ່ນຄໍາຢັ້ງຢືນຂອງທ່ານ ເຈິ່ນແທັງຫາຍ ຮອງປະທານຜູ້ປະຈໍາການສະຫະພັນໃຫຍ່ແຮງງານຫວຽດນາມ ຢູ່ການພົບປະຊົມເຊີຍສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021).
ການກຳເນີດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ, ບໍ່ພຽງແຕ່ສ້າງໜ້າປະຫວັດສາດອັນສະຫງ່າລາສີທີ່ສຸດຂອງປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ, ນຳປະເທດລາວ ກ້າວເຂົ້າສູ່ສັງກາດພັດທະນາໃໝ່, ສົດໃສເທົ່ານັ້ນຫາກຍັງມີຄວາມໝາຍຍຸກສະໄໝຢ່າງເລິກເຊິ່ງ, ເປັນຂີດໝາຍບາດລ້ຽວໃໝ່ໃນພູມສາດການເມືອງໃນພາກພື້ນ, ພ້ອມທັງເປັນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນພາລະກິດການປະຕິວັດລວມຂອງສອງປະເທດຫວຽດນາມ ແລະລາວ.
ຍສໝ - ວັນທີ 1 ທັນວາ 2021, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ນຳໜ້າໂດຍ ທ່ານພົນຕີ ຫງວຽນຕຽນລອງ, ຮອງປະທານສະມາຄົມ ໄດ້ໄປທີ່ສະຖານທູດລາວ ປະຈຳ ຮ່າໂນ້ຍ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 46 ປີ (2 ທັນວາ 1975 - 2 ທັນວາ 2021).
ຍສໝ - ທ່ານ Noah Zaring, ຜູ້ຮັກສາການຮອງເອກອັກຄະລັດຖະທູດອາເມລິກາ ປະຈຳ ຮ່າໂນ້ຍ ໄດ້ສະແດງຄວາມຂອບອົກຂອບໃຈຕຕໍ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍວຽກງານມະນຸດສະທຳຂອງອົງການຊອກຫາຊາວຕ່າງປະເທດທີ່ຫາຍສາບສູນໃນສົງຄາມຫວຽດນາມ (MIA).
ຍສໝ - ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນໄປ, ຈີນຈະນຳໃຊ້ຄຳສັ່ງເລກທີ 248, 249 ກ່ຽວກັບການຈົດທະບຽນວິສາຫະກິດທີ່ນຳເຂົ້າສະບຽງອາຫານເຂົ້າຈີນຢ່າງເປັນທາງການ, ວິສາຫະກິດສົ່ງອອກຕ້ອງໃສ່ໃຈ 11 ຈຸດ ເພື່ອຫຼີກລ້ຽງສະຖານະການສິນຄ້າຖືກສົ່ງກັບຄືນ.
ຍສໝ - ພິທີມອບລາງວັນແຟຊັ່ນ ຫວຽດນາມ - ສ.ເກົາຫຼີ (KVFFA) ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ໂຮງແຮມ Seoul Garden, ສ.ເກົາຫຼີ...
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຢືນຢັນວ່າ ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບັນລຸໄດ້ບັນດາໝາກຜົນຮອບດ້ານ ແລະ ມີຄວາມໝາຍຍຸດທະສາດ, ສ້າງຄວາມໝາຍອັນໃຫຍ່ຫຼວງໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານປະທານສະພາສູງລາຊະອານາຈັກກຳປູເຈຍ Samdech Say Chhum ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຮຸຍແທງ ເຂົ້າຢ້ຽມຂ່ຳນັບ.
ຍສໝ - ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 11 ຂອງແນວລາວສ້າງຊາດ ໄລຍະ 2021-2026 ໄດ້ດຳເນີນໄປຢ່າງສຳເລັດຜົນ, ຫວ່າງແລ້ວນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໂດວັນຈຽນ ໄດ້ສົ່ງຈົດໝາຍອວຍພອນ.
ຍສໝ - ແຂວງກວາງບິ່ງ ແລະ ແຂວງຄໍາມ່ວນ (ລາວ) ມີສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ສະໜິດແໜ້ນ. ໃນໄລຍະທີ່ຜ່ານມາ, ສອງແຂວງໄດ້ມານະພະຍາຍາມຢ່າງຕັ້ງໜ້າເພື່ອພ້ອມກັນຕ້ານພະຍາດໂຄວິດ-19 ແລະ ພັດທະນາເສດຖະກິດ.
ຍສໝ - ວັນທີ 01 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ທີ່ສຳນັກງານຂອງສະມາຄົມປະຊາຊົນ ອາຊີ - ເອີລົບ (ສະມາຄົມ), ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກກັບການນຳຂອງສະມາຄົມ.
ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ
ຍສໝ - ທ່ານ ນາງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຣູມານີ ປະຈຳ ຫວຽດນາມ Cristina Romila ໄດ້ມີບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 103 ປີແຫ່ງວັນຊາດ ຣູມານີ (1/12/1918 – 1/12/2021) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ປີ 1991-2021).
ຕອນເຊົ້າວັນທີ 1 ທັນວາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນໂຮ່ຫ໋າຍ, ຮອງເລຂາພັກນະຄອນນຳໜ້າໄດ້ໄປສະຖານກົງສູນໃຫຍ່ ແຫ່ງ ສປປ.ລາວ ປະຈຳນະຄອນໂຮ່ຈີມິນ ເພື່ອອວຍພອນວັນຊາດລາວ (ຄືວັນທີ 2 ທັນວາ 1975 – 2 ທັນວາ 2021).
ຫວ່າງແລ້ວນີ້, ທ່ານ ເລືອງຫງວຽນມິງຈ໊ຽດ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນດ່ານັ້ງ ໄດ້ນໍາໜ້າຄະນະການນໍານະຄອນໄປຢ້ຽມຢາມ ແລະອວຍພອນທ່ານ ວຽງໄຊ ພົມມະຈັນ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາດ່ານັ້ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (2-12-1975 / 2-12-2021) ແລະ 101 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 – 13-12-2021).
ຍສໝ - ໃນຂອບເຂດການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກນຳທ່ານ V.Kalganov, ຮອງປະທານຄະນະກຳມະການພົວພັນຕ່າງປະເທດຂອງນະຄອນ St.Petersburg ເພື່ອແນໃສ່ເພີ່ມທະວີການພົວພັນປະຊາຊົນ ຫວຽດນາມ - ລັດເຊຍເວົ້າລວມ ແລະ ກັບນະຄອນ St.Petersburg ເວົ້າສະເພາະ.
ຄວາມສາມັກຄີ, ການຮ່ວມມື, ຮ່ວມແຮງຮ່ວມໃຈ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດແມ່ນເງື່ອນໄຂຈຳເປັນເພື່ອຮັບປະກັນການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງ ບຸ່ຍທິມິງຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຈລະຈາທາງໄກກັບທ່ານນາງ Men Xom On ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກປະຊາຊົນກຳປູເຈຍ, ຮອງນາຍົກລັດຖະມົນຕີ ກຳປູເຈຍ.
ຍສໝ - ໃນຂອບເຂດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຕອນເຊົ້າວັນທີ 25 ພະຈິກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ່ຽນ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Koichi Haguida.
ຫວ່າງແລ້ວນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ຜູ້ດີເດັ່ນ” ປີ 2021. ເນື່ອງໃນໂອກາດນີ້, ມີນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນ 107 ຄົນ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍຊົມເຊີຍ ຍ້ອນມີຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂະບວນການ.
ຕອນບ່າຍວັນທີ 29 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ ປະຈຳ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ໜັງສືພິມເອກະລາດ ຂອງ ລັດເຊຍ ໄດ້ລົງບົດຂຽນຂອງ ທ່ານ ປ.ອ Alexander Korolev ນັກຊ່ຽວຊານສັງກັດສູນຄົ້ນຄ້ວາເອີລົບ ແລະ ສາກົນ (HSE) ດ້ວຍຫົວຂໍ້ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຊຸກຍູ້ຮ່າໂນ້ຍ ແລະ ມົດສະກູ ຫຍັບໃກ້ກັນກ່ວາອີກ”... ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ.