ປະທານສະພາແຫ່ງຊາດ ລາວ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

11:09 | 06/12/2021

ຕອນເຊົ້າວັນທີ 6 ທັນວາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ນໍາໂດຍທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ລາວ ໄດ້ເດີນທາງມາເຖິງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 6 ຫາວັນທີ 8 ທັນວາ 2021, ຕາມຄໍາເຊີນຂອງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ.

ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ
ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ
undefined
ບັນຍາກາດທີ່ພິທີຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ຢູ່ທີ່ສະໜາມບິນສາກົນໂນ້ຍບ່າຍ. ພາບ: ສໍານັກຂ່າວ ສານຫວຽດນາມ.

ເຂົ້າຮ່ວມຄະນະປະຕິບັດງານຂອງ ປະທານສິພາແຫ່ງຊາດລາວ ໄຊສົມພອນ ພົມວິຫານແລະພັນລະຍາ ມີທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ; ທ່ານນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ ລາວ; ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້; ທ່ານ ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກນິກ ແລະສິ່ງແວດລ້ອມ; ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ; ທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດລາວ...

la.qdnd.vn

ເຫດການ
302 Found

Found

The document has moved here.