ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ ຍາມ​ໃດ​ກໍຖືບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ສຳ​ຄັນ

13:25 | 05/12/2021

ຍ​ສ​ໝ - ​ທ່ານ Wang Wenbin ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຢືນຢັນ​ວ່າ: ຫວຽດນາມ, ມາ​ເລ​ເຊຍ, ກຳປູ​ເຈຍ ​ແລະ ອິນ​ໂດ​ເນ​ເຊຍ ​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ອາ​ຊຽນ, ແມ່ນປະເທດບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ​ທີ່​ສຳຄັນ​ຂອງ​ຈີນ, ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຕ່າງປະ​ເທດກັບບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ.

ຫຼາຍ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຫຼາຍ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ
ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບວຽກ​ງານ​ຖະແຫຼງ​ຂ່າວໃຫ້​ຕ່າງ​ປະ​ເທດ ຊ່ວຍ​ໃຫ້ປະ​ຊາ​ຄົມ​ໂລກ ເຂົ້າ​ໃຈ​ແຈ້ງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ ຫວຽດ​ນາມ ລາງວັນ​ທົ່ວ​ປະ​ເທດ ກ່ຽວ​ກັບວຽກ​ງານ​ຖະແຫຼງ​ຂ່າວໃຫ້​ຕ່າງ​ປະ​ເທດ ຊ່ວຍ​ໃຫ້ປະ​ຊາ​ຄົມ​ໂລກ ເຂົ້າ​ໃຈ​ແຈ້ງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ ຫວຽດ​ນາມ
ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ ຍາມ​ໃດ​ກໍຖືບັນ​ດາ​ປະ​ເທດ​ອາ​ຊຽນ​ເປັນ​ສຳ​ຄັນ
ພາບ​ປະ​ກອບ: TTXVN

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ຫວາງ​ອີ, ກຳ​ມະ​ການ​ຄະ​ນະ​ລັດ​ຖະ​ບານ, ລັດ​ຖະ​ມົນ​ຕີ​​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ ບຸຍ​ແທັງ​ເຊີນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ທ່ານ Saifuddin Abdullah ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ, ທ່ານ Prak Sokhonn ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງເປັນ ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳ​ປູ​ເຈຍ, ທ່ານ Luhut BinsarPanjaitan ລັດ​ຖະ​ມົນ​ຕີ​ກະ​ຊວງ​ປະ​ສານ​ງານ ແລະ ການຮ່ວມມືກັບຈີນ ຂອງ ອິນ​ໂດ​ເນ​ເຊຍ ໄດ້​ໄປ​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ 2-5 ທັນວາ ​ນີ້.

ຕາມ​ທ່ານ ​Wang Wenbin ​ແລ້ວ, ນັບ​ແຕ່​ເວ​ລາ​​ພະຍາດ​ໂຄ​ວິດ-19 ເກີດ​ຂ​ຶ້ນ, ຈີນ​ແລະ ​ບັນດາ​ປະ​ເທດ​ ອາ​ຊຽນ ລ້ວນ​ແຕ່​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ລະດັບ​ສູງ​ຢ່າງແໜ້ນແຟ້ນ. ການ​ຢ້ຽມຢາມ​ເປັນ​ປະຈຳ​ລະຫວ່າງ​ສອງ​ຝ່າຍໄດ້​ສ່ອງ​ແສງ​ຢ່າງ​ເຕັມ​ສ່ວນ​ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ອາ​ຊຽນ, ​ກໍ່​ຄື​ເນື້ອ​ໃນ​ທີ່​ອຸດົມສົມບູນ​ຂອງ​ການ​ພົວພັນ​ຮ່ວມ​ມື​ຈີນ-ອາ​ຊຽນ.

ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ເນັ້ນໜັ້ກ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ການ​ເຊື່ອມ​ຕໍ່ທຳ​ອິດ​ລະຫວ່າງ​ຈີນ​ກັບບັນ​ດາ​ປະເທດອາ​ຊຽນ, ພາຍຫຼັງ​ທີ່ ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄົບຮອບ 30 ປີ​ແຫ່ງ​ການສ້າງ​ຕັ້ງການ​ພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ ຢ່າງສຳເລັດຜົນ, ປະກາດ​ຍົກ​ລະດັບ​ການ​ພົວພັນ​ສອງ​ປະ​ເທດ​ຂຶ້ນເປັນການພົວພັນຄູ່ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ.

ຈີນ​ຫວັງ​ວ່າ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ໝາກຜົນ​ທີ່​ກອງ​ປະຊຸມ​ບັນລຸ​ໄດ້, ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຕ້ານ​ການ​ແຜ່​ລະບາດ, ການ​ຮ່ວມ​ມື​ພັດທະນາ​ ກໍ່​ຄື​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບການ​ຢູ່ພາກ​ພື້ນ ​ແລະ​ ໂລກ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພ້ອມ​ກັນ​ນັ້ນ ກໍຮ່ວມ​ມື​ກັນ​ເພື່ອກໍ່ສ້າງ​ຊາຍ​ຄາ​ລວມແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ສວຍ​ສົດ​ງົດ​ງາມ ​ແລະ ມິດຕະພາບ.

ບຸນ​ຄົງ

302 Found

Found

The document has moved here.