ເພີ່ມທະວີການພົວພັນສາມັກຄີລະຫວ່າງກຳມະບານຫວຽດນາມ ແລະກໍາມະບານລາວ

06:18 | 03/12/2021

ນັ້ນແມ່ນຄໍາຢັ້ງຢືນຂອງທ່ານ ເຈິ່ນແທັງຫາຍ ຮອງປະທານຜູ້ປະຈໍາການສະຫະພັນໃຫຍ່ແຮງງານຫວຽດນາມ ຢູ່ການພົບປະຊົມເຊີຍສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 46 ປີ (2-12-1975/2-12-2021).

ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ ຫວຽດນາມ - ລັດເຊຍ: ເປີດກວ້າງການຮ່ວມມືໃນຂົງເຂດນ້ຳມັນອາຍແກັສ
ຊັບສົມບັດລວມອັນລ້ຳຄ່າຂອງສອງຊາດຫວຽດນາມ-ລາວ ຊັບສົມບັດລວມອັນລ້ຳຄ່າຂອງສອງຊາດຫວຽດນາມ-ລາວ
ທ່ານ ເຈິ່ນແທັງຫາຍ ຮອງປະທານຜູ້ປະຈໍາການສະຫະພັນໃຫຍ່ແຮງງານຫວຽດນາມ ມອບດອກໄມ້ໃຫ້ການນໍາສະຖານທູດລາວ. ພາບ: ທູທຸຍ.
ທ່ານ ເຈິ່ນແທັງຫາຍ ຮອງປະທານຜູ້ປະຈໍາການສະຫະພັນໃຫຍ່ແຮງງານຫວຽດນາມ ມອບດອກໄມ້ໃຫ້ການນໍາສະຖານທູດລາວ. ພາບ: ທູທຸຍ.

ກ່າວຄໍາເຫັນທີ່ການພົບປະ, ທ່ານ ເຈິ່ນແຮັງຫາຍ ໃຫ້ຮູ້ວ່າ ຜ່ານການຕິດຕາມຂໍ້ມູນ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ຮູ້ວ່າ ບັນດາສະຫາຍບັນລຸຫຼາຍຜົນງານສໍາຄັນໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ຄືຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜນດິນອັນຄົບຖ້ວນ; ເສີມຂະຫຍາຍຄວາມສາມັກຄີທີ່ເປັນປຶກແຜ່ນແໜ້ນໜາທົ່ວປວງຊົນທັງຊາດ; ວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກສືບຕໍ່ບັນລຸຜົນງານຢ່າງຕັ້ງໜ້າ; ບັນດາໂຄງການໃຫຍ່ລະດັບຊາດໄດ້ຮັບການຮັກສາຖືກຕາມລະດັບຄວາມຄືບໜ້າ; ປ່ຽນແປງໃໝ່ໃນຂົງເຂດຜະລິດອຸດສາຫະກໍາ, ການບໍລິການດ້ານການເງິນທະນາຄານ, ບໍລິການຄຸ້ມຄອງລັດ... ໃນໄລຍະ 5 ປີຜ່ານມາ, ເສດຖະກິດລາວ ບັນລຸລະດັບເຕີບໂຕດີ, ລາຍຮັບສະເລ່ຍຕໍ່ຫົວຄົນປີ 2020 ບັນລຸ 2.664 ໂດລາສະຫະລັດ.

ປີ 2022 ແມ່ນປີເຊິ່ງສອງປະເທດໄດ້ເຫັນດີເປັນເອກະພາບຖືເປັນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ” ເພື່ອສະເຫຼີມສະຫຼອງມີຫຼາຍເຫດການສໍາຄັນໃນການພົວພັນສອງປະເທດ ຄື: 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962/5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977/18-7-2022), ສະນັ້ນນອກຈາກການຜັນຂະຫຍາຍການເຄື່ອນໄຫວໃນຂໍ້ຕົກລົງຮ່ວມມືແລ້ວ, ສະຫະພັນໃຫຍ່ແຮງງານຫວຽດນາມ ຄາດວ່າຈະເຊີນຄະນະຜູ້ແທນຂັ້ນສູງຂອງສູນກາງສະຫະພັນກໍາມະການລາວ ໂດຍປະທານນໍາໜ້າຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 17 ຫາວັນທີ 21 ກໍລະກົດ 2022 ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງໂດຍຝ່າຍຫວຽດນາມ ຄາດຄະເນວ່າຈະຈັດຕັ້ງໃນວັນທີ 18 ກໍລະກົດ 2022.

ທ່ານ ເຈິ່ນແທັງຫາຍ ເນັ້ນໜັກວ່າ: “ຄະນະປະທານສະຫະພັນໃຫຍ່ແຮງງານຫວຽດນາມ ແລະຂ້າພະເຈົ້າຂໍຢັ້ງຢືນອີກເທື່ອໜຶ່ງກ່ຽວກັບຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງອົງການກໍາມະບານຫວຽດນາມ ໃນການສືບຕໍ່ປັບປຸງ ແລະເພີ່ມທະວີການພົວພັນສາມັກຄີແບບພິເສດລະຫວ່າງແຮງງານ, ກໍາມະບານສອງປະເທດຫວຽດນາມ-ລາວ ກວ່າອີກ, ປະກອບສ່ວນເຮັດໃຫ້ການພົວພັນທີ່ສັດຊື່ບໍລິສຸດ, ປອດໃສລະຫວ່າງສອງພັກ, ສອງລັດ” ເລິກເຊິ່ງກວ່່າອີກ.

la.qdnd.vn

ເຫດການ
302 Found

Found

The document has moved here.