ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ

14:42 | 29/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, ໜັງ​ສື​ພິມ​ເອ​ກະ​ລາດ ຂອງ ລັດ​ເຊຍ​ ໄດ້​ລົງ​ບົດ​ຂຽນ​ຂອງ ທ່ານ ​ປ.ອ Alexander Korolev ນັກ​ຊ່ຽວ​ຊານສັງ​ກັດ​ສູນ​ຄົ້ນ​ຄ້​ວາ​ເອີ​ລົບ ແລະ ສາ​ກົນ (HSE) ດ້ວຍ​ຫົວ​ຂໍ້ ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊຸກ​ຍູ້​ຮ່າ​ໂນ້ຍ ແລະ ມົດ​ສະ​ກູ ຫຍັ​ບ​ໃກ້​ກັນ​ກ່​ວາອີກ”... ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຈະ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ.

ທ່ານນາງ ​ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ບັນ​ດາເພື່ອນ​ມິດຄູ່ຮ່ວມມື​ ທີ່​ປະ​ເທດສະ​ວິດ ທ່ານນາງ ​ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບ ໄດ້​ພົບ​ປະ ແລະ ເຮັດ​ວຽກ​ກັບ​ບັນ​ດາເພື່ອນ​ມິດຄູ່ຮ່ວມມື​ ທີ່​ປະ​ເທດສະ​ວິດ
VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ
ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ພາບປະກອບ: TTXVN

ຕາມ​ນັກ​ຮຽນ​ຮູ້​ແລ້ວ, ໃນ​ຊຸມ​ປີ​ມໍ່ໆ​ມານີ້, ການ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ພັນ ລັດ​ເຊຍ - ຫວຽດ​ນາມ ໄດ້ຮັບ​ຄ​ວາມສົນ​ໃຈຫຼາຍຂຶ້ນ ຈາກບັນ​ດາ​ນັກ​ຊ່ຽວ​ຊານ ແລະ ພາ​ຫະ​ນະ​ສື່ມວນ​ຊົນ​ແຖວ​ໜ້າ​ລັດ​ເຊຍ. ສອ​ງ​ຝ່າຍ ສະ​ເຫຼີມ​ສະຫຼອງບັນ​ດາ​ເຫດ​ການ​ໃຫຍ່, ໃນ​ປີ 2020, ສອ​ງ​ປະ​ເທດ​ໄດ້​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ປີນີ້ ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຄົບ​ຮອບ 20 ປີ ແລະ ສະ​ເຫຼີມ​ສະຫຼອງ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 10 ປີ.

ທ່ານ ​ປອ. Korolev ຖື​ວ່າ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໝັ້ນຄົງ​ຂອງ​ລັດ​ເຊຍ. 2 ຝ່າຍ​ຕັ້ງໜ້າ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ ​ແລະ ນ້ຳມັນ​ອາຍ​ແກັສ. ບັນດາ​ກຸ່ມ​ບໍ​ລິ​ສັດອຸດສາຫະກຳ​ໃຫຍ່​ຂອງ​ລັດ​ເຊຍ ຄື Zarubezhneft, Rosneft ແລະ Gazprom ພວມ​ປະຕິບັດບັນດາ​ສັນຍາ​ກັບ Petrovietnam ​ເພື່ອ​ສະໜອງ ​ແລະ ຜະລິດ​ນ້ຳມັນ ​ແລະ ອາຍ​ແກັສ. ປີ 2019, Rosatom ​ແລະ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ກໍ່ສ້າງ​ສູນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີນິວ​ເຄຼຍ ຢູ່ຫວຽດນາມ. ນີ້​ອາດກາຍ​ເປັນ​ໂຄງການ​ສອງ​ຝ່າຍ​ແຖວໜ້າໃໝ່​ໃນ​ຂະ​ແໜງ​ພະລັງງານ.

ກ່ຽວ​ກັບ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19, ລັດ​ເຊຍ ​ແລະ ຫວຽດນາມ ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສະໜອງ​ອຸປະກອນ​ການ​ແພດ, ໜູນ​ຊ່ວຍ​ພົນລະ​ເມືອງ​ຢູ່​ເຂດ​ດິນ​ແດນ​ຂອງ​ກັນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການກັບເມື​ອ​ປະ​ເທດ. ​ເດືອນ​ກັນຍາ, ຫວຽດນາມ​ໄດ້​ຮັບ​ວັກ​ຊິ​ນ Sputnik-V ​ການ​ຄ້າ​ຄັ້ງ​ທຳ​ອິດ​ຂອງຣັດ​ເຊຍ 739.000 ​ໂດ​ສ. ຕາມ​ເງື່ອນ​ໄຂ​ຂອງ​ສັນຍາແລ້ວ, ຫວຽດນາມ​ຈະ​ໄດ້​ຮັບ​ຢາ​ວັກຊິນ​ທັງ​ໝົດ 40 ລ້ານ​ໂດ​​ສ​ຈາກ​ລັດ​ເຊຍ​ໃນ​ເດືອນ ມິຖຸນາ 2022.

ນັກຮຽ​ນ​ຮູ້ນັ້ນ​ໜັກ​ວ່າ ຫວຽດນາມ ມີ​ປະສົບ​ການ​ຫຼາຍ​ຢ່າງ​ໃນ​ການ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ການ​ຄ້າ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ຕ່ອງ​ໂສ້​ມູນ​ຄ່າ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ​ແມ່ນ​ຕະຫຼາດ​ໃຫຍ່​ທີ່​ມີ​ປະຊາກອນ​ປະມານ 100 ລ້ານ​ຄົນ. ຄົນ​ຊັ້ນ​ກາງ​ຂອງ​ຫວຽດນາມ​ພວມ​ເຕີບ​ໂຕ, ​ແມ່ນ​ຕະຫຼາດ​ທີ່​ມີ​​ເຕັມ​ໄປ​ດ້ວຍ​ແງ່​ຫວັງ.

ໃນ​ບັນ​ດາ​ສິ່ງ​ທ້າ​ທາຍ​ເພື່ອ​ທົດ​ສອບ​ກຳ​ລັງ​ແຮງ​ຂອງ​ການ​ພົວ​ພັນ​ລັດ​ເຊຍ-ຫວຽດ​ນາມ, ອາດ​ເວົ້າ​ເຖິງສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​. ​ໃນ​ນັ້ນ, ລັດ​ເຊຍ ​ໄດ້​ສະ​ແດງ​ທ່າ​ທີ​ເປັນ​ກາງ​ກ່ຽວ​ກັບ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຖື​ເປັນ​ສຳຄັນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນທະເລຕາ​ເວັນ​ອອກ.

ນັກ​ຂຽນ​ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​ລັດ​ເຊຍ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຈະ​ສ້າງ​ກຳ​ລັງ​ໜູນ​ໃຫ​ມ່ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດຖະໜາ​ຂອງ​ຫວຽດນາມ ​ແລະ ລັດ​ເຊຍ ​ໃນ​ການປັບ​ປຸງ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ບຸນ​ຄົງ

ທ່ານອາດຈະມັກ

302 Found

Found

The document has moved here.