ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ)

14:35 | 01/12/2021

ຍ​ສ​ໝ - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ ສະ​ຫະ​ພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ, ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໄດ້​ມີ​ການ​ເຮັດ​ວຽກ​ນຳ​ທ່ານ V.Kalganov, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ນະ​ຄອນ St.Petersburg ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ປະ​ຊາ​ຊົນ ຫວຽດ​ນາມ - ລັດ​ເຊຍ​ເວົ້າ​ລວມ ແລະ ກັບ​ນະ​ຄອນ St.Petersburg ເວົ້າ​ສະ​ເພາະ.

ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ VUFO, ສະຖານທູດ​ລັດ​ເຊຍ ປະຈຳ ​ຫວຽດນາມ ສືບ​ຕໍ່​ພັດທະນາ​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ຫວຽດນາມ ​ແລະ ລັດ​ເຊຍ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ)
ບັນຍາກາດທີ່ການ​ຕ້​ອນ​ຮັບ

ຕອນ​ບ່າຍ​ວັນ​ທີ 30 ພະ​ຈິກ, ຢູ່​ມົດ​ສະ​ກູ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໄດ້​ມີ​ການ​ເຮັດ​ວຽກ​ກັບ​ ທ່ານ V.Kalganov, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ນະ​ຄອນ St.Petersburg (ລັດ​ເຊຍ). ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ຂອງ VUFO ຢູ່ນອກໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃນ​ລະ​ຫວ່າງວັ​ນ​ທີ 29 ພະ​ຈິກ ຫາ​ວັນ​ທີ 2 ທັນ​ວາ ປີ 2021.

ທີ່​ການ​ເຮັດ​ວຽກ, ທ່ານ V.Kalganov, ໄດ້​ແບ່ງ​ປັນ​ຂໍ້​ມູນ ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄາດ​ວ່າ​ຈະ​ສົມ​ທົບ​ກັບ​ອົງ​ການ, ຄູ່​ຮ່ວ​ມມື ຫວຽດ​ນາມ, ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ງານ​ຕະຫຼາດ​ນັດ​ປປຶ້ມ ປະ​ຈຳ​ປີ ທີ່​ຈະ​ດຳ​ເນີນ​ໃນ​ເດືອນ​ພຶດ​ສະ​ພາ ປີ 2022 ເຊິ່ງ​ທ່ານ​ປາດ​ຖະ​ໜາກ​ຢາກໃຫ້ VUFO ເຂົ້າ​ຮ່ວມ ແລະ ມີ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ. ຕາມ​ທ່ານ​ແລ້ວ, ການ​ແນະ​ນຳ​ປຶ້ມ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈີ​ມິ​ນ​ຈະ​ຊ່ວຍ ປະ​ຊາ​ຊົນ​ສອງ​ປະ​ເທດ ເຂົ້າ​ໃຈ​ກັນ​ຕື່ມ​ອີກ, ຊ່ວຍ​ລຸ້ນ​ໜຸ່ມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດອັນ​ສະ​ຫງ່າ​ລາ​ສີໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

undefined
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ

ສອງ​ຝ່າຍ​ກໍ່​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ມ​າດ​ຕະ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາ​ບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ປີ 2022 ເມື່ອ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 10 ປີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.