ງານແລກປ່ຽນແຟຊັ່ນ ຫວຽດນາມ-ສ.ເກົາຫຼີ

19:07 | 02/12/2021

ຍສໝ - ພິທີ​ມອບ​ລາງວັນ​ແຟຊັ່ນ​ ຫວຽດນາມ - ສ.​ເກົາຫຼີ (KVFFA) ຄັ້ງທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງແຮມ​ Seoul Garden, ສ.​ເກົາຫຼີ...

ດ່ານັ້ງ ຈັດຕັ້ງການປະກວດຮູບຖ່າຍທາງໄກໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ ດ່ານັ້ງ ຈັດຕັ້ງການປະກວດຮູບຖ່າຍທາງໄກໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ
ເປີດໂຕ​ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ຕາມ​ໂຄງ​ການ EPS ຢູ່ ສ.ເກົາຫຼີ ເປີດໂຕ​ຫ້ອງ​ການ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ຕາມ​ໂຄງ​ການ EPS ຢູ່ ສ.ເກົາຫຼີ
ງານແລກປ່ຽນແຟຊັ່ນ ຫວຽດນາມ-ສ.ເກົາຫຼີ

ງານແລກປ່ຽນແຟຊັ່ນ ຫວຽດນາມ-ສ.ເກົາຫຼີ. ພາບ: TTXVN

ຈຸດ​ພົ້ນ​ເດັ່ນ​ຂອງ KVFFA ປີ​ນີ້​ແມ່ນ​ການ​ສະ​ແດງຊຸດ​ເສື້ອຍາວ​ຫວຽດນາມ ທີມີລວດລາຍ ຮຸບທຸງ​ດາວເຫຼືອງ, ​ເຊິ່ງໄດ້​ສະ​ແດງເຖິງ​ສານເຊີດຊູປະເທດຊາດ ແລະ ຊາວຫວຽດນາມ ​ໃນ​ການ​ພົວພັນທີ່ສະໜິດຕິດແໜ້ນ​ກັບ​ປະຊາຊົນ ສ.​ເກົາຫຼີ. ທີ່ເຫດການ, ວົງດົນຕີ K-pop ຫຼາຍວົງ ​ແລະ ນັກ​ສິລະ​ປິນ ​ສ.​ເກົາຫຼີ​ ຫຼາຍທ່ານ​ໄດ້​ເຂົ້າຮ່ວມການສະ​ແດງ ອັນໄດ້ສ້າງ​ເປັນລາຍການ​ສິລະ​ປະ​ທີ່​ຄືກຄື້ນ ​ແລະ ມີ​ສີສັນຫຼາກຫຼາຍ.

ກ່າວ​ຄຳ​ເຫັນ​ທີ່ເຫດການ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ຫງວຽນຫວູຕຸ່ງ ໃຫ້ຮູ້ວ່າ: KVFFA 2021 ​ແມ່ນ​ເຫດການທີ່​ມີ​ຄວາມ​ໝາຍ ​ແລະ ​ແທດ​ຈິງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 29 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສ.​ເກົາຫຼີ, ສືບຕໍ່ເຮັດ​ໃຫ້​ວິວັດການແລກປ່ຽນວັດທະນາທໍາເລິກ​ເຊິ່ງກ່ວາ​ອີກ, ຊ່ວຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ຊຸກຍູ້​ຂະ​ບວນການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ສ.​ເກົາຫຼີ ​ແລະ ປະຊາຊົນ​ປະ​ເທດ​ປະຈໍາຖິ່ນ.

ຕາມທ່ານເອກອັກຄະລັດຖະທູດ ຫງວຽນຫວູຕຸ່ງ ແລ້ວ, ນີ້ແມ່ນຄັ້ງທີ 2 ທີ່ KVFFA ຕ້ອງຈັດຕັ້ງສ່ວນໜຶ່ງດ້ວຍຮູບແບບອອນໄລ, ແຕ່ເຫດການດັ່ງກ່າວກໍ່ຍັງສະແດງໃຫ້ເຫັນວ່າ 2 ປະເທດສາມາດຮ່ວມເດິນທາງນໍາກັນເພື່ອຕ້ານການແຜ່ລະບາດຂອງພະຍາດ, ຜ່ານຜ່າຄວາມຫຍຸ້ງຍາກທັງໝົດ ເພື່ອພັດທະນາ​ການ​ພົວພັນ​ມິດຕະພາບ​​ໃນ​ໄລຍະ​ຈະ​ມາ​ເຖິງໃຫ້ເຂັ້ມແຂງກວ່າອີກ.

ຜູ້ກໍາກັບ​ໃຫຍ່ Jeong Min-woo, ຫົວໜ້າ​ຄະນະ​ຈັດ​ຕັ້ງງານ ​ເນັ້ນ​ໜັກ​ວ່າ: ການ​ຈັດ​ຕັ້ງ KVFFA 2021 ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ສົ່ງກະທົບ​ເຖິງ​ທຸກ​ດ້ານ​ຂອງ​ຊີວິດ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ສອງ​ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ການ​ພົວພັນຮ່ວມມືອັນສະໜິດແໜ້ນ​ ລະ​ຫວ່າງ ສ​.ເກົາຫຼີ ແລະ ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃນ​ທຸກ​ສະພາບ​ການ.

ການ​ເຄື່ອນໄຫວໂຄສະນາເຜີຍແຜ່​ວັດ​ທະ​ນະ​ທຳ​ຫວຽດ​ນາມ ແລະ ສ.ເກົາຫຼີ ຜ່ານ​ລາຍການແຟຊັ່ນ​ ຈະ​ຊ່ວຍ​ເຊື່ອມ​ຕໍ່​ບັນ​ດາ​ແນວ​ຄວາມຄິດ, ສ້າງເປັນ​ຄວາມ​ຮູ້ສຶກນຶກຄິດອັນດຽວກັນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ຊາດ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.