ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

16:37 | 20/05/2024

ຍສໝ - ນອກຈາກນະ​ໂຍບາຍ​ເປີດ​ກວ້າງ​ການອອກວີຊາ, ການ​ນຳ​ໃຊ້​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ ແລະ ອຳນວຍຄວາມສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ ໄດ້​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ທ່ອງ​ທ່ຽວ ​ຫວຽດນາມ, ​ກະຕຸ້ນ​ໃຫ້ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ພັດທະນາກວ່າອີກ...

ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ກູ​ບາ​ ຜັນຂະຫຍາຍວີ​ຊາເອເລັກໂຕນິກໃໝ່​ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ
ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ
ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

ປີ 2024, ຂະ​ແໜງ​ການ​ທ່ອງ​ທ່ຽວ​ ຫວຽດ​ນາມ ຄາດ​ວ່າ​ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ເທື່ອ​ຄົນ.

ບັນດານະ​ໂຍ​ບາຍ​ໜຸນຊ່ວຍ​ຂອງ​ລັດ​ຖະ​ບານ ເພື່ອກະຕຸ້ນແຮງໃຈ​ໃຫ້ວິ​ສາ​ຫະກິດພັດທະນາ

ການ​ທ່ອງ​ທ່ຽວ ​ຫວຽດ​ນາມ ນັບ​ແຕ່​ປີ 2022 ຮອດ​ປະ​ຈຸ​ບັນ ໄດ້​ເຕີບໂຕຢ່າງກະໂດດຂັ້ນ. ປີ​ກາຍ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​​ມາ ​ຫວຽດນາມ ບັນລຸ​ໄດ້ 12,6 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 3,5 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ​ກາຍ ​ແລະ ລື່ນກາຍ​ເປົ້າ​ໝາຍ​ເບື້ອງ​ຕົ້ນ 8 ລ້ານ​ເທື່ອ​ຄົນ.

ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ​ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນກ່ວາ 4,6 ລ້ານ​ເທື່ອ​ຄົນ​ໃນ​ໄຕ​ມາດ​ທີ 1 ປີ 2024, ​ເພີ່ມ​ຂຶ້ນ 72% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີກາຍ ແລະ ​ເພີ່ມ​ຂຶ້ນ 3,2% ​ເມື່ອ​ທຽບ​ໃສ່​ລະດັບ​ກ່ອນເກີດ​​ໂລກລະບາດ​ໃນ​ປີ 2019.

ທ່ານ ຟ້າມຫາຍກວິ່ງ - ຫົວໜ້າສະຖາບັນພັດທະນາການທ່ອງທ່ຽວ ອາຊີ (ATI), ປະທານສະມາຄົມການທ່ອງທ່ຽວຊຸມຊົນ ຫວຽດນາມ (VCTC) ໃຫ້ຮູ້ວ່າ “ຫວຽດນາມ ມີພື້ນຖານວັດທະນະທໍາທີ່ເປັນເອກະລັກສະເພາະ ແລະ ອຸດົມສົມບູນ, ໄດ້ສົມທົບກັນຈາກການ​​ປະສົມປະສານລະຫວາ່ງຈຸດປະເພນີທ້ອງຖິ່ນ ແລະ ອິດທິພົນຈາກບັນດາປະເທດໃກ້ຄຽງ ພ້ອມທັງບັນດາປະເທດອື່ນໆໃນໂລກ. ພື້ນຖານວັດທະນະທໍາ​ນີ້ ​ບໍ່ພຽງ​ແຕ່​ສະ​ແດງ​ອອກ​ຜ່ານ​ສະຖາປັດຕະຍະກຳ, ອາຫານ, ​ເຄື່ອງ​ນຸ່ງອາພອນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ການ​ສະ​ແດງ​ອອກ​ດ້ວຍ​ສິລະ​ປະ, ດົນຕີ, ການ​ຟ້ອນ ແລະ ງານບຸນຕ່າງໆນຳອີກ. ສິ່ງ​​ນີ້ ​ສ້າງ​ຄວາມ​ດຶງ​ດູດແບບ​ພິ​ເສດ​ໃຫ້​ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ຢາກ​ຄົ້ນ​ຫາ ​ແລະ ລົງຕົວຈິງວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ຫວຽດນາມ. ນອກຈາກນັ້ນ, ທິວທັດທໍາມະຊາດຂອງ ຫວຽດນາມ, ນັບແຕ່ຫາດຊາຍທີ່ສວຍງາມຕະຫຼອດເຖິງປ່າໄມ້ທີ່ຕຶບຫນາ, ພູຜາປ່າດົງ ກໍຍັງເປັນຈຸດດຶງດູດພິເສດສໍາລັບນັກທ່ອງທ່ຽວ. ຫວຽດນາມ ຍັງ​ເປັນ​ທີ່​ຮູ້​ຈັກ​ດ້ວຍ​ລະບົບ​ການ​ປຸງ​ແຕ່ງ​ອາຫານ​ທີ່​ອຸດົມສົມບູນ ​ແລະ ແຊບ​ຊ້ອຍ, ດ້ວຍ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ລົດ​ຊາດ​ແຊບ​ຊ້ອຍ​ຈາກ​ທົ່ວ​ປະ​ເທດ. ບັນດາ​ປັດ​ໄຈ​ດັ່ງກ່າວທັງໝົດ ​ໄດ້​ສົມທົບ​ກັບ​ຄວາມ​ຈິງ​ໃຈ ​ແລະ ຄວາມ​ກະຕືລືລົ້ນ​ຂອງ​ຊາວ​ຫວຽດນາມ ກໍ​ໄດ້​ສ້າງ​ຈຸດໝາຍປາຍທາງທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ ​ແລະ ບໍ່​ອາດຫຼົງ​ລືມ​ໄດ້​ໃນ​ແຜນ​ທີ່​ການທ່ອງທ່ຽວ​ໂລກ”.

ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

ທ່ານ ຟ້າມຫາຍກວິ່ງ - ຫົວໜ້າສະຖາບັນພັດທະນາການທ່ອງທ່ຽວ ອາຊີ (ATI), ປະທານສະມາຄົມການທ່ອງທ່ຽວຊຸມຊົນ ຫວຽດນາມ (VCTC).

ຕາມ​ການ​ສັງ​ເກດ​ຂອງ​ທ່ານ ກວິ່ງ, ບັນດາຍຸດ​ທະ​ສາດ​ໂຄສະນາ, ການກຳນົດທິດໃນການສ້າງຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ນະ​ໂຍບາຍ​ເປີດ​ປະຕູຂອງ​ລັດຖະບານ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້​ໜູນ​ຊ່ວຍ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ ແລະ ວັດທະນະທຳອັນ​ອຸດົມສົມບູນທີ່ມີຢູ່ແລ້ວຢູ່​ ຫວຽດນາມ ຕື່ມອີກ

“ບັນດານະ​ໂຍ​ບາຍຕັ້ງໜ້າຈາກລັດ​ຖະ​ບານ​ ​ຄື​ການເປີດກ້ວາງການ​ອອກ​ວີ​ຊາ​ເອເລັກໂຕນິກ ໄດ້​ຊ່ວຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ ຫວຽດ​ນາມ ຫຼາຍຂຶ້ນດ້ວຍ​ຄວາມ​ສະ​ດວກ​ກວ່າ. ຫວຽດ​ນາມ ເປັນ​ປະ​ເທດ​ທີ່​ສວຍ​ງາມ ດ້ວຍຫຼາຍສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ແລະ ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ບັນດານະ​ໂຍ​ບາຍ​ດັ່ງ​ກ່າວ ຈະ​ຊ່ວຍ​ເພີ່ມ​ທະ​ວີ​ຮູບພາບ​ຂອງ​ ຫວຽດ​ນາມ ບົນສະໜາມຫຼິ້ນ​ສາ​ກົນ, ຈາກນັ້ນ ​ກໍໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ປະ​ເທດ ຫວຽດ​ນາມ ຫລາຍ​ຂຶ້ນ”, ທ່ານ ກວິ່ງ ໃຫ້​ຂໍ້ສັງເກດ.

ກ່ອນ​ໜ້າ​ນີ້, ຫວຽດ​ນາມ ພຽງ​ແຕ່​ນຳ​ໃຊ້​ການອອກ​ວີ​ຊາ​ເອ​ເລັກ​ໂຕນິກໃຫ້ 80 ປະ​ເທດໂດຍ​ມີ​ກຳນົດ​ເວ​ລາ​ສູງ​ສຸດ 30 ວັນ ແລະ ມີ​ຜົນ​ສັກ​ສິດ​ສຳ​ລັບ​ການ​ເຂົ້າ​ເມືອງ​ຄັ້ງ​ດຽວ. ນັບແຕ່ວັນທີ 15 ສິງຫາ 2023, ວີຊາອີເລັກ​ໂຕນິກ ໄດ້ເປີດກ້ວາງໃຫ້ພົນລະເມືອງຂອງທຸກປະເທດ, ເຂດແຄວ້ນໂດຍມີກຳນົດເວລາສູງສຸດ 90 ວັນ ແລະ ມີຜົນສັກສິດສຳລັບເຂົ້າເມືອງເທື່ອດຽວ ຫຼື ຫຼາຍເທື່ອ.

ນອກຈາກນະ​ໂຍບາຍ​ເປີດ​ກວ້າງ​ການອອກວີຊາແລ້ວ, ການ​ນຳ​ໃຊ້​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ ແລະ ອຳນວຍຄວາມສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຊ່ວຍ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ທ່ອງ​ທ່ຽວ ​ຫວຽດນາມ, ​ກະຕຸ້ນແຮງໃຈ​ໃຫ້ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ພັດທະນາ ແລະ ສະໜອງບັນດາຜະລິດຕະພັນທ່ອງທ່ຽວໃໝ່ ແລະ ຫຼາກຫຼາຍກວ່າອີກ.ຈາກ​ນັ້ນ, ການທ່ອງທ່ຽວ ຫວຽດນາມ ກໍຈະສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຫຼາຍເປົ້າໝາຍກ່ວາ, ​ນັບ​ແຕ່​ນັກ​ທ່ອງ​ທ່ຽວ​ລະດັບ​ສູງ​ໄປ​ຮອດ​ນັກ​ທ່ອງ​ທ່ຽວທີ່ຕ້ອງການໄປທ່ຽວແບບ​ປະຢັດ.

ສ້າງບຸກທະລຸຈາກການທ່ອງທ່ຽວ MICE ເພື່ອນໍາມາເຊິ່ງລາຍໄດ້ທີ່ຫຼາຍກວ່າ

​ໃນ​ສະພາບ​ການ​ທີ່ ຫວຽດນາມ ພວມ​ກາຍ​ເປັນ​ຈຸດໝາຍປາຍທາງສຳລັບ​ການ​ເຮັດ​ວຽກ ​ແລະ ການ​ບັນ​ເທິງ​ທີ່ໄດ້ຮັບຄວາມນິຍົມຢູ່ ອາຊີ - ປາຊີ​ຟິກ, ການທ່ອງທ່ຽວ​ສົມທົບ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ກອງ​ປະຊຸມ, ສຳ​ມະ​ນາ, ຍ້ອງຍໍ, ງານ​ວາງສະ​ແດງ (MICE) ພວມມີທ່າພັດທະນາເປັນຢ່າງດີ. ນັກ​ຊ່ຽວຊານດ້ານ​ການທ່ອງທ່ຽວ​ຫຼາຍ​ທ່ານ​ກ່າວ​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຜະລິດ​ຕະພັນ​ທີ່​ສາມາດ​ສ້າງ​ບາດກ້າວ​ບຸກທະລຸ, ນຳ​ມາ​ເຊິ່ງລາຍ​ຮັບ​ຢ່າງ​ຫຼວງ​ຫຼາຍ. ການທ່ອງທ່ຽວ MICE ໃນຊຸມປີມໍ່ໆມານີ້ ໄດ້ມີການປ່ຽນແປງທັງດ້ານຄຸນນະພາບ ແລະ ປະລິມານ, ອັນໄດ້ສ້າງບັນດາຄວາມປະທັບໃຫ້ນັກທ່ອງທ່ຽວ ແລະ ຄູ່ຮ່ວມງານສາກົນ.

ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

ຕົວແບບທ່ອງທ່ຽວ MICE ສ້າງລາຍຮັບຫຼາຍກວ່າການທ່ອງທ່ຽວແບບປົກກະຕິ 6 ເທົ່າ.

ຕາມກົມທ່ອງ​ທ່ຽວ​ແຫ່ງ​ຊາດ ​ຫວຽດນາມ ​ແລ້ວ, ການທ່ອງທ່ຽວ MICE ​ໄດ້​ກາຍ​ເປັນທ້ອງ​ຕະຫຼາດ​ສຳຄັນ​ທີ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຄື ສິງກະ​ໂປ, ​ໄທ, ມາ​ເລ​ເຊຍ, ຈີນ ​ໃຫ້​ຄວາມ​ສົນ​ໃຈ, ລົງທຶນ​ພັດທະນາ. ຕົວແບບທ່ອງທ່ຽວ MICE ສ້າງລາຍຮັບຫຼາຍກວ່າການທ່ອງທ່ຽວແບບປົກກະຕິ 6 ເທົ່າ. ຢູ່ ຫວຽດນາມ, ການທ່ອງທ່ຽວ MICE ກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍຂອງ​ຍຸດ​ທະ​ສາດ​ພັດທະນາຂະແໜງການທ່ອງທ່ຽວ.

ຕາມ​ຄວາມທັດສະນະຂອງ ​ທ່ານ ຟ້າມຫາຍກວິ່ງ ແລ້ວ, ມີປັດ​ໄຈຈຳນວນໜຶ່ງທີ່​ເຮັດ​ໃຫ້​ ຫວຽດນາມ​ ກາຍ​ເປັນ​ຈຸດໝາຍປາຍທາງທີ່​ເປັນໜ້າສົນໃຈໃຫ້ບັນດາເຫດການຂອງ MICE ສາກົນ:

ທີໜຶ່ງ, ທີ່ຕັ້ງພູມສາດທີ່ເອື້ອອຳນວຍ. ຫວຽດນາມ ​ຕັ້ງ​ຢູ່​ໃຈກາງ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ລະຫວ່າງ​ ຈີນ ​ກັບ​ບັນດາ​ປະ​ເທດ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ແມ່ນ​ຈຸດ​ເຊື່ອມ​ຕໍ່​ຂອງ​ສາຍ​ການບິນ​ສາກົນ ​ແລະ ​ພາກ​ພື້ນ.​

ທີສອງ ແມ່ນພື້ນຖານໂຄງລ່າງພັດທະນາ. ຫວຽດນາມ ​ໄດ້​ລົງທຶນ​ຢ່າງແຮງເຂົ້າໃນ​ພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ, ນັບແຕ່​ໂຮງ​ແຮມ, ສູນ​ກອງ​ປະຊຸມ ຕະຫຼອດເຖິງ​ບັນດາການ​ຄົມມະນາຄົມ​ຂົນສົ່ງທີ່ສະດວກ.

ທີສາມ ແມ່ນຄວາມຫຼາກຫຼາຍກ່ຽວກັບການລົງຕົວຈິງຂອງການທ່ອງທ່ຽວ. ຈາກ​ຕົວ​ເມືອງ​ໃຫຍ່, ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ, ສະຖານ​ທີ່​ທ່ອງ​ທ່ຽວພັກຕາກອາກາດ​ໄປ​ເຖິງ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່ໄດ້ຮັບຄວາມ​ນິຍົມ​ຊົມ​ຊອບນັ້ນ, ການທ່ອງທ່ຽວ​ວັດທະນະທຳ​ຊຸມ​ຊົນ, ຫວຽດນາມ ​ກໍໄດ້​ສະ​ເໜີ​ທາງເລືອກ​ທີ່​ຫຼາກ​ຫຼາຍ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.

ສຸດທ້າຍ ແມ່ນສະພາບແວດລ້ອມທາງດຳເນີນທຸລະກິດທີ່ເອື້ອອໍານວຍ. ນະໂຍບາຍໜູນ​ຊ່ວຍຂອງ​ລັດຖະບານ, ລະບຽບ​ການ​ເຂົ້າ​ອອກ​ເມືອງທີ່ສະດວກ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ແບບ​ໝັ້ນຄົງ ​ເຮັດ​ໃຫ້​ ຫວຽດນາມ ກາຍເປັນ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ໃຫ້​ແກ່​ບັນດາ​ເຫດການ MICE ສາກົນ.

ການທ່ອງທ່ຽວ ຫວຽດນາມ ເຮັດຫຍັງເພື່ອດຶງດູດນັກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ?

ຕາມການພົບປະກັບສະມາຄົມວິສາຫະກິດການທ່ອງທ່ຽວແລ້ວ, ສາມາດເຫັນໄດ້ວ່າ ເຂົາເຈົ້າຂ້ອນຂ້າງເສຍດາຍ ເພາະພວກເຮົາມີຄວາມໄດ້ປຽບທາງດ້ານການພັດທະນາຫຼາຍດ້ານ ແຕ່ຍັງບໍ່ທັນໄດ້ມີການສື່ສານໂຄສະນາ, ພົບປະຢ່າງທັນການ, ມີຄວາມຫຼາກຫຼາຍຢູ່ຕ່າງປະເທດ. ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ປາດ​ຖະ​ໜາ​ຢາກໃຫ້ ຫວຽດນາມ ສ້າງ​ຕັ້ງ​ສຳ​ນັກ​ງານ​ຜູ້ຕາງ​ໜ້າ​ການທ່ອງ​ທ່ຽວ​ ຫວຽດ​ນາມ ຢູ່​ບາງທ້ອງ​ຕະຫຼາດ​ເປົ້າ​ໝາຍ​ຂອງການທ່ອງ​ທ່ຽວ​ຫວຽດ​ນາມ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ ກວິ່ງ ​ໃຫ້​ຂໍ້ສັງເກດ​ວ່າ: “ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຂ້າພະ​ເຈົ້າ​ແລ້ວ, ການ​ສ້າງ​ຕັ້ງ​ສຳນັກງານ​ຜູ້ຕາງໜ້າ​ການທ່ອງທ່ຽວ ຫວຽດນາມ ຢູ່​ບັນດາທ້ອງຕະຫຼາດ​ເປົ້າ​ໝາຍ ແມ່ນ​ແນວຄວາມ​ຄິດ​ທີ່​ດີ​ເພື່ອ​ຍົກສູງການມີໜ້າ ແລະ ໂຄສະນາການທ່ອງທ່ຽວ ຫວຽດນາມ ​ໃນທ້ອງ​ຕະຫຼາດ​ສາກົນ. ສິ່ງ​ນີ້ ​ຊ່ວຍ​ເພີ່ມ​ທະວີ​ການ​ໂຄສະນາ​ຮູບພາບປະ​ເທດຊາດ ​ແລະ ບັນດາຜະລິດ​ຕະພັນ​ທ່ອງ​ທ່ຽວ ​ຫວຽດນາມ, ດຶງ​ດູດ​ຄວາມ​ສົນ​ໃຈ ​ແລະ ຄວາມໜ້າສົນໃຈ​ຂອງ​ບັນດາ​ລູກ​ຄ້າ​ສາກົນ. ນອກຈາກນັ້ນ, ການມີໜ້າໂດຍກົງຢູ່ບັນດາທ້ອງຕະຫຼາດເປົ້າໝາຍ ຍັງຊ່ວຍໃຫ້ວິສາຫະກິດທ່ອງທ່ຽວ ຫວຽດນາມ ເຂົ້າເຖິງຂໍ້ມູນທ້ອງຕະຫຼາດໄດ້ຢ່າງງ່າຍດາຍ, ຊອກຮູ້ກ່ຽວກັບຄວາມຕ້ອງການຂອງລູກຄ້າ ແລະ ຕອບສະໜອງໄດ້ຢ່າງສະດວກ. ພ້ອມ​ກັນ​ນັ້ນ, ຜ່ານ​ບັນດາ​ຫ້ອງການ​ຜູ້ຕາງໜ້າ, ຫວຽດນາມ ​ຍັງ​ສາມາດ​ສ້າງ​ຕັ້ງ​ການ​ພົວພັນຄູ່​ຮ່ວມ​ມື, ​ຮ່ວມ​ມື​​ກັບ​ບັນດາ​ຄູ່​ຮ່ວມ​ມືທ້ອງຖິ່ນຢູ່ຕ່າງປະເທດ ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ຢ່າງ​ມີ​ປະສິດທິ​ຜົນກ່ວາອີກ. ສິ່ງ​ດັ່ງກ່າວ ​​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ ຫວຽດນາມ ຢູ່ທ້ອງຕະຫຼາດ​ສາກົນ”.

ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ ຫວຽດ​ນາມ ເລີ່ມຕົ້ນສີສັນໃໝ່​ຢູ່ສະໜາມຫຼິ້ນ​ສາ​ກົນ?

ຫວຽດນາມ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ 4,6 ລ້ານ​ເທື່ອ​ຄົນ​ໃນ​ໄຕ​ມາດ​ທີ 1 ປີ 2024, ເພີ່ມ​ຂຶ້ນ 72% ​ເມື່ອ​ທຽບ​ໃສ່ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຮອດໝົດ​ປີ 2024, ຂະ​ແຫນງ​ທ່ອງ​ທ່ຽວ​ ຫວຽດ​ນາມ ຄາດ​ວ່າ​ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ເທື່ອ​ຄົນ. ຕາມ​ທ່ານ ກວິ່ງ ແລ້ວ, ເພື່ອ​ບັນລຸໄດ້ ກໍຄືທັງລື່ນ​ກາຍ​ບັນດາ​ເປົ້າໝາຍ​ໃໝ່ທີ່​ໄດ້​ວາງ​ອອກ​, ນອກຈາກ​ບັນດາ​ວຽກ​ງານ​ທີ່​ພວມເຮັດ, ຫວຽດນາມ ຍັງ​ສາມາດນຳໃຊ້ບັນດາ​ຍຸດ​ທະ​ສາດ​ຄື:

ທີ​ໜຶ່ງ, ພັດທະນາ​ບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ມີ​ຄວາມ​ຫຼາກ​ຫຼາຍ​ຄື: ລົງທຶນເຂົ້າ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ, ລົງຕົວຈິງທາງດ້ານວັດທະນະທຳ, ອາຫານ, ທຳ​ມະ​ຊາດ ​ແລະ ປະຫວັດສາດ​ຂອງ​ ຫວຽດນາມ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ.

ທີ​ສອງ, ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ​ທີ່​ທັນ​ສະ​ໄໝ: ຍົກລະດັບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ​ໂຮງ​ແຮມ, ຮ້ານອາຫານ, ສະໜອງ​ການ​ບໍລິການທີ່ອຳນວຍຄວາມສະດວກຂັ້ນ​ສູງ​ເພື່ອ​ເພີ່ມ​ທະວີການລົງຕົວຈິງຂອງນັກ​ທ່ອງ​ທ່ຽວ.

ທີ​ສາມ, ຊຸກຍູ້​ມາດຕະຖານ​ຄຸນ​ນະພາ​ບການ​ບໍລິການ​ທ່ອງ​ທ່ຽວ: ບຳລຸງສ້າງແຫຼ່ງຊັບພະຍາກອນ​ມະນຸດ​ດ້ານ​ການທ່ອງທ່ຽວທີ່ເປັນມືອາຊີບ, ເພີ່ມທະວີລະບົບຜູ້ນຳທ່ຽວ, ຜູ້ນຳທ່ຽວການ​ນຳ​ທ່ຽວ​ທີ່​ມີລະດັບວິຊາສະເພາະ ແລະ ຄວາມສາມາດ​ສື່ສານ​ດີ.

ທີ​ສີ່, ​ເພີ່ມ​ທະວີຍຸດທະນາການ​ໂຄສະນາ: ສ້າງ​ຍຸດທະນາການ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ດ້ານ​ສື່​ມວນ​ຊົນ, ສົນທະນາ​ທາງ​ອິນ​ເຕີ​ແນັດ ​ແລະ ​ເຄືອ​ຂ່າຍ​ສັງຄົມ ​ເພື່ອ​ສ້າງຄວາມໜ້າສົນໃຈໃຫ້ ​ຫວຽດນາມ ເປັນຈຸດໝາຍປາຍທາງການທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ.

ທີ​ຫ້າ, ການ​ຮ່ວມ​ມື​ສາກົນ ​ແລະ ​ເພີ່ມ​ທະວີ​ການພົບປະແລກປ່ຽນ​ວັດທະນະທຳ: ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ ​ເພື່ອ​ພັດທະນາ​ບັນດາ​ໂຄງການ​ທ່ອງ​ທ່ຽວສົບທົບກັນ ແລະ ສ້າງ​ຂົວ​ເຊື່ອມ​ຕໍ່​ວັດທະນະທຳ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ.

ສຸດທ້າຍ ແມ່ນເພີ່ມທະວີການສົມມະນາຄຸນ ແລະ ນະໂຍບາຍໜຸນຊ່ວຍການທ່ອງທ່ຽວ: ສ້າງເງື່ອນໄຂສະດວກໃຫ້ແກ່ນັກທ່ອງທ່ຽວສາກົນ ດ້ວຍນະໂຍບາຍວີຊາທີ່ປ່ຽນແປງໄດ້, ຫຼຸດລາຄາປີ້ຍົນ, ຫຼຸດລາຄາໃຫ້ບັນດາການທ່ອງທ່ຽວ ແລະ ການບໍລິການອື່ນໆ.

ດ້ວຍການປະຕິບັດບັນດາຍຸດ​ທະ​ສາດ​ດັ່ງກ່າວ, ຫວຽດນາມ ຈະ​ສາມາດ​ຮັກສາ​ທີ່​ຕັ້ງ​ຂອງ​ຕົນບົນທ້ອງ​ຕະຫຼາດ​ການທ່ອງທ່ຽວ​ສາກົນ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ກວ່າ​ອີກ​ໃນ​ອະນາຄົດ.

ມິງດຶກ

ເຫດການ
302 Found

Found

The document has moved here.