ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ

08:46 | 19/05/2024

ຍສໝ - ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ ດ້ວຍປະລິມານບັນລຸ 4.518 ​ໂຕນ ​ແລະ 340 ​ໂຕນ, ກວມ​ເອົາ 95,7% ປະລິມານຂອງ​ການ​ສົ່ງ​ອອກ.

ກອງປະຊຸມພົບປະຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ ຫວຽດນາມ - ລາວ - ຈີນ ກອງປະຊຸມພົບປະຢູ່ຫຼັກໝາຍຈຸດຕັດກັນຂອງເສັ້ນຊາຍແດນ ຫວຽດນາມ - ລາວ - ຈີນ
ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຕາມ​ຂໍ້ມູນສະຖິຕິຈາກສະມາຄົມໝາກພິກໄທ ຫວຽດນາມ (VPA), ການ​ສົ່ງ​ອອກ​ໝາກ​ເຜັດ​ຂອງ​ ຫວຽດນາມ ໃນ​ເດືອນ​ເມສາ​ ບັນລຸ 1.935 ​ໂຕນ ດ້ວຍ​ມູນ​ຄ່າ​ກວ່າ 4,7 ລ້ານ USD, ​ເພີ່ມ​ຂຶ້ນ 27,1% ​ເມື່ອ​ທຽບ​ໃສ່​ປະລິມານຂອງເດືອນ​ກ່ອນ. ​ໃນ​ເດືອນ​ເມສາ​ນີ້, ຈີນ ກວມ​ເອົາ 91% ປະລິມານການ​ສົ່ງ​ອອກ​ຂອງ ​ຫວຽດນາມ ດ້ວຍ 1.765 ​ໂຕນ, ​ເພີ່ມ​ຂຶ້ນ 31,8% ​ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ.

ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ

ການ​ສົ່ງ​ອອກ​ໝາກ​ເຜັດ​ຂອງ​ ຫວຽດນາມ​ ໃນ​ເດືອນ​ເມສາ​ ບັນລຸ 1.935 ​ໂຕນ ດ້ວຍ​ມູນ​ຄ່າ​ກວ່າ 4,7 ລ້ານ USD.

ໄລ​ຮອດ​ວັນ​ທີ 30 ​ເມສາ​ນີ້, ປະລິມານການສົ່ງ​ອອກ​ໝາກ​ເຜັດ​ຂອງ​ ຫວຽດນາມ ບັນລຸ 5.076 ​ໂຕນ ດ້ວຍວົງເງິນບັນລຸ 12,7 ລ້ານ USD, ເພີ່ມ​ຂຶ້ນ 18,5% ກ່ຽວກັບປະລິມານ ແລະ ​ເພີ່ມ​ຂຶ້ນ 46,8% ກ່ຽວກັບມູນ​ຄ່າ. ຈີນ ​ແລະ ​ລາວ​ ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ຕົ້ນຕໍ ​ດ້ວຍປະລິມານບັນລຸ 4.518 ​ໂຕນ ​ແລະ 340 ​ໂຕນ, ກວມ​ເອົາ 95,7% ປະລິມານການ​ສົ່ງ​ອອກ.

ໝາກເຜັດ ແມ່ນຜະລິດຕະພັນທີ່ຊ່ວຍຫວຽດນາມ ສ້າງລາຍຮັບໄດ້ຫຼາຍລ້ານ USD ໃນປີ 2023. ຕາມຂໍ້ມູນຂອງສະມາຄົມໝາກພິກໄທ ຫວຽດນາມ (VPSA), ໃນປີ 2023, ຫວຽດນາມ ໄດ້ສົ່ງອອກໝາກເຜັດ ບັນລຸ 20 ລ້ານ USD, ທຽບເທົ່າກັບ 10.173 ໂຕນ, ເພີ່ມຂຶ້ນ 107% ເມື່ອທຽບໃສ່​ປີ 2022.

ຈີນ ​ແລະ ລາວ ​ແມ່ນ​ສອງ​ທ້ອງ​ຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ, ດ້ວຍ​ປະລິມານ​ບັນລຸ​ກວ່າ 8.600 ​ໂຕນ ​ແລະ 1.100 ​ໂຕນ, ກວມ​ເອົາ 85% ​ແລະ 10.9% ຂອງ​ອັດຕາສ່ວນກວມ​ທ້ອງຕະຫຼາດ.

ນັບ​ແຕ່​ເດືອນ​ມີນາ​ ປີ 2022, ໝາກ​ເຜັດສົດຂອງ ​ຫວຽດ​ນາມ ​ໄດ້​ຮັບ​ການ​ອະ​ນຸ​ມັດ​ສົ່ງ​ອອກ​ໄປທ້ອງຕະຫຼາດ ຈີນ. ຕາມນັ້ນແລ້ວ, ບັນດາການຂົນສົ່ງໝາກເຜັດສົດທັງໝົດ ຕ້ອງຖືກກັກກັນໂດຍບັນດາຫົວໜ່ວຍທີ່ມີໜ້າທີ່ຂອງ ຫວຽດນາມ ຫຼື ໂດຍບັນດາຫົວໜ່ວຍທີ່ມີໜ້າທີ່ຂອງ ຫວຽດນາມ ມອບສິດ, ພ້ອມທັງ ຕ້ອງໝາຍເຫດບັນດາຂໍ້ມູນທີ່ກ່ຽວຂ້ອງໃນໃບຢັ້ງຢືນການກັກກັນພືດຢ່າງຊັດເຈນ. ລາຄາ​ຂາຍ​ໝາກ​ເຜັດ​ ກໍດີ​ຂຶ້ນ​ກວ່າ​ປີ 2022, ຊ່ວຍ​ໃຫ້​ຊາວ​ກະສິກອນ​ມີ​ກຳ​ໄລ​ທີ່ເປັນປົກກະຕິ.

ໝາກເຜັດ ກໍໄດ້ຮັບຂະໜານນາມວ່າ ເປັນໝາກໄມ້ປະເພດທີ່ລົງທຶນ 1 ແຕ່ມີກຳໄລ 10 ເມື່ອສາມາດນຳມາປູກປະສົມກັຍຕົ້ນໄມ້ອື່ນໆຫຼາຍຊະນິດ, ບໍ່ຈຳເປັນຕ້ອງມີການດູແລຫຼາຍ ແລະ ມີເວລາເກັບກ່ຽວສັ້ນ. ສຳລັບໝາກເຜັດໃນເນື້ອທີ່ 360 ຕາແມັດ, ຊາວກະສິກອນ ຈະໄດ້ຮັບໝາກເຜັດກວ່າ 1 ໂຕນໃນແຕ່ລະປີ. ສະ​ນັ້ນ, ດ້ວຍ​ລາຄາ​ຂາຍ​ໃນ​ປະຈຸ​ບັນ​ແຕ່ 30.000 – 40.000 ດົ່ງ/ກິ​ໂລ, ຊາວ​ກະສິກອນ​ ຈະ​ມີ​ລາຍ​ຮັບ​ແຕ່ 30 – 50 ລ້ານ​ດົ່ງ.

ໃນໂລກ, ບັນດາປະເທດທີ່ປູກໝາກເຜັດຕົ້ນຕໍແມ່ນອິນເດຍ, ມຽນມາ, ບັງກະລາເທດ, ປາກິດສະຖານ, ໄທ, ຫວຽດນາມ, ຣູມາເນຍ, ຈີນ, ໄນຈີເຣຍ ແລະ ເມັກຊິໂກ… ໂດຍສະເພາະໝາກເຜັດແຫ້ງ, ອິນເດຍ ແມ່ນປະເທດຜະລິດ ແລະ ສົ່ງອອກໝາກເຜັດແຫ້ງແຖວໜ້າ​ໃນ​ໂລກ, ກວມ​ເອົາ​ຫຼາຍ​ກວ່າ 6,11% ​ໃນ​ປີ 2021, ຖັດມາແມ່ນ ຫວຽດນາມ, ຈີນ ​ແລະ ອິນ​ໂດ​ເນ​ເຊຍ. ອິນ​ເດຍ ​ຍັງ​ເປັນ​ປະ​ເທດ​ຜະ​ລິດ ​ແລະ ບໍລິໂພກໝາກ​ເຜັດ​ແຖວ​ໜ້າຂອງ​ໂລກ ດ້ວຍ​ປະ​ມານ 36% ຂອງ​ປະລິມານການຜະລິດທົ່ວ​ໂລກ, ສົ່ງ​ອອກ​ປະ​ມານ 30% ຂອງປະລິມານການຜະລິດທັງໝົດ.

ຂໍ້ມູນຈາກກົມປູກຝັງ ໃຫ້ເຫັນວ່າ ໝາກເຜັດ ໄດ້ປູກຫຼາຍທີ່ສຸດຢູ່ບັນດາແຂວງ ດົ່ງທາບ, ອານຢາງ, ຕ່ຽນຢາງ, ຊ໋ອກຈັງ, ຫວີງລອງ ແລະ ຈ່າວິງ ດ້ວຍເນື້ອທີ່ທັງໝົດກວ່າ 7.000 ເຮັກຕາ, ປະລິມານການຜະລິດປະມານ 100.000 ໂຕນ/ປີ. ​ໃນ​ຂະນະ​ນັ້ນ, ຢູ່ ໄຕງວຽນ, ​ເນື້ອ​ທີ່​ປູກ​ແມ່ນ​ປະມານ 4.000 – 5.000 ​ເຮັກຕາ ດ້ວຍປະລິມານການຜະລິດ 60.000 ​ໂຕນ/ປີ. ນອກຈາກ​ນັ້ນ, ລ້າງເຊີນ ຍັງ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດ​ປູກ​ໝາກ​ເຜັດ​ທີ່​ສຳຄັນ, ​ເນື້ອ​ທີ່​ປູກ​ໝາກ​ເຜັດໃນບໍລິເວນແຂວງ​ບັນລຸ​ກວ່າ 1.479 ​ເຮັກຕາ, ​ເພີ່ມ​ຂຶ້ນ 91 ​ເຮັກຕາ​ເມື່ອ​ທຽບ​ໃສ່​ປີ 2022.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.