ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ

06:30 | 06/12/2021

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ADB ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ, ໜູນຊ່ວຍຫວຽດນາມ ໃນພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດ ແລະ ການຟື້ນຟູເສດຖະກິດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດສ.ເກົາຫຼີ ແລະ ອິນເດຍ
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ອວຍພອນວັນຊາດ ສ.ລັດເວຍ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ອວຍພອນວັນຊາດ ສ.ລັດເວຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບຜູ້ອຳນວຍການໃຫຍ່ ADB ປະຈຳ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຜູ້ອຳນວຍການທະນາຄານພັດທະນາອາຊີ ປະຈຳ ຫວຽດນາມ Andrew Jeffries (ພາບ: TTXVN)

ຕອນເຊົ້າວັນທີ 05 ທັນວາ, ຢູ່ນອກເວທີປາໄສເສດຖະກິດ ຫວຽດນາມ 2021 “ຟື້ນຟູເສດຖະກິດ” ຢູ່ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ Andrew Jeffries.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ADB ສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ, ໜູນຊ່ວຍຫວຽດນາມ ໃນພາລະກິດແຫ່ງການປ້ອງກັນ, ຕ້ານໂລກລະບາດ ແລະ ການຟື້ນຟູເສດຖະກິດ, ໜູນຊ່ວຍທຶນໃຫ້ແກ່ບັນດາໂຄງການລົງທຶນ, ພິເສດແມ່ນໜູນຊ່ວຍ, ໃຫ້ຄຳປຶກສາດ້ານນະໂຍບາຍກ່ຽວກັບການພັດທະນາແບບຍືນຍົງ, ໜູນຊ່ວຍດ້ານການເງິນ, ເຕັກນິກ ໃຫ້ບາງອົງການຂອງສະພາແຫ່ງຊາດ ຫວຽດນາມ ເພື່ອປະຕິບັດພາລະໜາ້ທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີກວ່າອີກ. ທ່ານປະທານສະພາແຫ່ງຊາດ ກໍ່ສະເໜີໃຫ້ ADB ສືບຕໍ່ໜູນຊ່ວຍສະພາແຫ່ງຊາດ, ບັນດາອົງການວາງແຜນນະໂຍບາຍຍຸດທະສາດຂອງ ຫວຽດນາມ ໃນການສືບຕໍ່ຍົກສູງກຳລັງການຄາດຄະເນ ແລະ ວິໄສທັດ ເພື່ອແນໃສ່ຕົກລົງຢ່າງຊັດເຈັນ, ທັນການກວ່າ.

ສ່ວນທ່ານຜູ້ອຳນວຍການ ADB Andrew Jeffries ຢືນຢັນວ່າ, ໜ້າທີຂອງ ADB ຫວຽດນາມ ແມ່ນຮ່ວມມື ແລະ ໜູນຊ່ວຍ, ປະກອບສ່ວນໃຫ້ແກ່ການພັດທະນາຂອງ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.