ຫວຽດນາມ ສືບ​ຕໍ່​ຮ່ວມ​ມື​ກັບ MIA ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ

20:25 | 02/12/2021

ຍສໝ - ທ່ານ Noah Zaring, ຜູ້ຮັກສາການຮອງ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ ຮ່າ​ໂນ້ຍ ​ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈຕຕໍ່​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ທີ່ໄດ້​ໃຫ້ການໜູນ​ຊ່ວຍ​ວຽກ​ງານ​ມະນຸດສະທຳ​ຂອງອົງການຊອກຫາຊາວຕ່າງປະເທດທີ່ຫາຍສາບສູນໃນສົງຄາມຫວຽດນາມ (MIA).

ຍູ້​ແຮງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ກຳປູ​ເຈຍ ຍູ້​ແຮງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ກຳປູ​ເຈຍ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ)
ຫວຽດນາມ ສືບ​ຕໍ່​ຮ່ວມ​ມື​ກັບ MIA ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ກວກ​ຢຸງ. ພາບ: TTXVN

ໃນ​ສອງ​ວັນ​ແຕ່​ວັນ​ທີ 26-27 ພະຈິກ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ກວກ​ຢຸງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ​ເງ້ອານ ​ເພື່ອ​ປຶກສາ​ຫາລື​ກ່ຽວກັບບັນດາ​ມາດ​ຕະການ​ໜູນ​ຊ່ວຍທ້ອງຖິ່ນ​ພັດທະນາ​ເສດຖະກິດ​ການຕ່າງປະເທດ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ກວກ​ຢຸງ ຢືນຢັນ​ວ່າ: ກະຊວງ​ການ​ຕ່າງປະ​ເທດຈະ​ພ້ອມ​ກັບ​ແຂວງ​ໃນການປະຕິບັດ​ເປົ້າໝາຍ​ໜູນ​ຊ່ວຍທ້ອງຖິ່ນ​ໃນການ​ເຊື່ອມ​ຕໍ່​, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ພັດທະນາ​ເສດຖະກິດ, ດຶງ​ດູດ​ການ​ລົງທຶນ, ໜູນ​ຊ່ວຍດ້ານສາທາລະນະສຸກ, ​​ມະນຸດສະທຳ​ຈາກ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ກວກຢຸງ ​ແລະ ຜູ້ຕາງໜ້າ​ການ​ນຳ​ແຂວງ ເງ້ອານ ພ້ອມ​ກັບ​ສະຖານທູດ​ອາ​ເມ​ລິ​ກາ ​ແລະ ຫ້ອງການ MIA ອາ​ເມ​ລິ​ກາ ປະຈຳ ຮ່າ​ໂນ້ຍ ​ໄດ້​ລົງ​ຢ້ຽມຢາມ​ສະໜາມການ​ຂຸດ​ຄົ້ນ​ປະສົມຂອງ​ MIA ຢູ່​ແຂວງ ແທງຕຽນ, ເມືອງ ແທງ​ເຈືອງ, ແຂວງ ເງ້ອານ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ນະ​ໂຍ​ບາຍ​ມະ​ນຸດ​ສະ​ທຳ​, ແຜນນະໂຍບາຍ “ປ່ອຍວາງ​ອະ​ດີດ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ” ຂອງຫວຽດນາມ; ຢືນຢັນ​ວ່າ ການ​ຮ່ວມ​ມື MIA ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສອງ​ຝ່າຍ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​ຄື: ການ​ເມືອງ - ການ​ທູດ, ເສດຖະກິດ - ການ​ຄ້າ, ສາທາລະນະສຸກ, ​ມະນຸດສະທຳ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ຢູ່ ຫວຽດນາມ.

ທ່ານ Noah Zaring, ຜູ້ຮັກສາການຮອງ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ ຮ່າ​ໂນ້ຍ ​ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈຕຕໍ່​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ທີ່​ໄດ້​ໃຫ້ການໜູນ​ຊ່ວຍ​ວຽກ​ງານ​ມະນຸດສະທຳ​ຂອງ MIA; ພິ​ເສດ, ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຢ່າງ​ປອດ​ໄພ ​ແລະ ມີ​ປະສິດທິ​ຜົນ​ໃນ​ສະພາບ​ການ​ຜັນ​ແປຢ່າງ​ສັບສົນ​ຂອງ​ໂລກ​ລະບາດ​ໂຄ​ວິດ​ຢູ່ 2 ປະ​ເທດ; ຢືນຢັນ​ລັດຖະບານ ອາ​ເມ​ລິ​ກາ ຈະ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່ຫວຽດນາມ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະ ​ຍຸ້ແຮງການ​ຮ່ວມ​ມື​ໃນ​ບບັນດາຂົງ​ເຂດ​ອື່ນໆກວ່າອີກ, ພິ​ເສດ​ແມ່ນ​ຂົງ​ເຂດ​ການ​ແພດ ເພື່ອຕ້ານ Covid-19.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.