ຫຼາຍ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ

15:46 | 04/12/2021

ຍສໝ - ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ໄດ້ມີການ​ເຮັດ​ວຽກ​ກັບ​ບັນດາ​ອົງການມິດຕະພາບ, ຄູ່​ຮ່ວມ​ມື​ຂອງລັດ​ເຊຍ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ລະຫວ່າງປະຊາຊົນ​ສອງ​ປະ​ເທດ.

ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ຂອງ 3 ​ແຂວງ​ ຢູ່ ໄຕງວຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ຂອງ 3 ​ແຂວງ​ ຢູ່ ໄຕງວຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ອົງການ​ອະນາ​ໄມ​ໂລກ (WHO) ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ອົງການ​ອະນາ​ໄມ​ໂລກ (WHO)

ມອບ​ຫຼຽນ​ກາທີ່ລະນຶກ​ໃຫ້​ແກ່ບັນດາ​ບຸກຄົນຂອງສະ​ມາ​ຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ

ໂດຍ​​ຮັບ​ຮູ້​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ບັນດາ​ບຸກຄົນ​ສັງກັດສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ ​ສຳລັບການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ, ປະກອບສ່ວນ​ປົກ​ປັກ​ຮັກສາ, ພັດທະນາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​, ການຮ່ວມມື​ລະຫວ່າງ​ປະຊາຊົນສອງ​ປະ​ເທດ ຫວຽດນາມ - ລັດ​ເຊຍ, ​ວັນ​ທີ ​ໃນ​ວັນ​ທີ 1 ທັນວາ 2021, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ໄດ້ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ ສະຫະພັນ​ລັດ​ເຊຍ ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ກາທີ່ລະນຶກ, ເຊິ່ງເປັນລາງວັນ​ອັນລຳ້ຄ່າທີ່​ສຸດ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃຫ້ 16 ສະມາຊິກ​ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ.

ຫຼາຍ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ພົບ​ປະ​ກັບ​ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ.

ເຂົ້າ​ຮ່ວມ​ພິທີ​ມອບ​ຫຼຽນ​ກາທີ່ລະນຶກມີ: ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ; ທ່ານ ໂດ​ຊວນ​ຮ່ວາງ, ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ລັດ​ເຊຍ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລັດ​ເຊຍ; ຜູ້ຕາງໜ້າ​ການ​ນຳ​ຄະນະ​ ​ເອີ​ລົບ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ພະນັກງານສະຖານທູດ​ຫວຽດນາມ ປະຈຳ ລັດ​ເຊຍ.

ທີ່​ພິທີ​ມອບ​ຫຼຽນ​ກາທີ່ລະນຶກ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ສຳຄັນ​ຂອງ​ບັນດາ​ສ່ວນ​ບຸກຄົນ​ຂອງ​ສະມາຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມ ​ແລະ ສະມາຄົມ​ນັກຮົບ​ເກົ່າ​ລັດ​ເຊຍໃນສະໄໝ​ສົງຄາມ​ຢູ່ ຫວຽດນາມ ​ໃນ​​ການ​ເພີ່ມພູນຄູນສ້າງ, ປົກປັກຮັກສາ ​ແລະ ພັດທະນາການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ສະຫະພັນລັດເຊຍ.

ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ບັນດາເພື່ອນ​ມິດ​ລັດ​ເຊຍ ທີ່​ພິ​ທີ​ມອບ​ຫຼຽນກາທີ່ລະນຶກ.
ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ແລະ ບັນດາເພື່ອນ​ມິດ​ລັດ​ເຊຍ ທີ່​ພິ​ທີ​ມອບ​ຫຼຽນກາທີ່ລະນຶກ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ, ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ ​ແລະ ສະມາຄົມ​ນັກຮົບ​ເກົ່າ​ລັດ​ເຊຍ ​ໃນສະໄໝ​ສົງຄາມ​ ຢູ່​ຫວຽດນາມ ​ໄດ້​ສົມທົບ​ກັນ​ຢ່າງ​ເປັນ​ປົກກະຕິ, ​ໃກ້​ຊິດ ​ແລະ ມີ​ປະສິດທິ​ຜົນ​ໃນ​ການ​ຈັດຕັ້ງປະຕິບັດບັນດາການເຄື່ອນ​ໄຫວ​ທາງ​ການ​ທູດ​​ປະຊາຊົນລະຫວ່າງ 2 ປະ​ເທດ; ​ໃນ​ນັ້ນ​ມີ​ບາງ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຄື: ປະຕິບັດສຳ​ເລັດ​ໂຄງການ​ກໍ່ສ້າງ​ອະນຸສາວະລີ​ນັກ​ບິນ​ອະວະກາດ, ວິລະ​ຊົນ​ສະຫະພາບ ​ໂຊ​ວຽດ, ວິລະ​ຊົນ​ແຮງງານຫວຽດນາມ Gherman Titov, ອະດີດ​ປະທານ​ສະມາຄົມ​ມິດຕະພາບ ​ໂຊ​ວຽດ - ຫວຽດນາມ ຢູ່​ເກາະ Titov ຢູ່​ອ່າວ​ຮ້າ​ລອງ, ແຂວງກວາງ​ນິງ, ສສ ຫວຽດນາມ; ຈັດ​ຕັ້ງງານ​ປະ​ກວດ​ແຕ້ມ​ຮູບ​ເດັກ​ນ້ອຍ​ສາ​ກົນ ​ປະຈໍາປີ “ນ້ອງແຕ້ມປະເທດ​ຫວຽດ​ນາມ - ນ້ອງ​ແຕ້ມ​ປະເທດລັດ​ເຊຍ” ຢູ່​ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ; ຈັດຕັ້ງການ​ແປ ​ແລະ ພິມ​ຈຳໜ່າຍ​ປຶ້ມ​ສອງ​ພາສາ​ຫວຽດນາມ - ລັດ​ເຊຍ ຫຼາຍ​ສະບັບ ​ເພື່ອ​ແນະນຳ ​ແລະ ​ໂຄສະນາ​ເຜີຍແຜ່ວັດທະນະທຳ​ຂອງ 2 ປະ​ເທດ ​ແລະ ບັນດາ​ຜົນງານຂອງວຽກງານ​ການ​ທູດ​ປະຊາຊົນ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ Buyanov Vladimir Petrovich, ທ່ານ Kolesnik Nikolai Nikolaevich ​ພ້ອມກັບບັນດາ​ສະມາຊິກ​ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ, ສະມາຄົມ​ນັກຮົບເກົ່າ ລັດ​ເຊຍ ​ໃນສະໄໝ​ສົງຄາມ​ຢູ່ ຫວຽດນາມ ​ແລະ ບັນດາ​ພະນັກງານ​ສະຖານທູດ ຫວຽດນາມ ປະຈໍາ ສະຫະພັນ​ລັດ​ເຊຍ ຍາມ​ໃດ​ກໍ່​ຮ່ວມເດີນທາງ ​ແລະ ໜູນຊ່ວຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ ​ກໍ່ຄືສະມາຄົມ​ມິດຕະພາບ ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃນ​ການ​ຜັນ​ຂະຫຍາຍ​ຫຼາຍ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ​ແລະ ປາດຖະໜາ​ວ່າ​ຈະ​ສືບ​ຕໍ່​​ໄດ້​ຮັບ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ການຮ່ວມເດີນທາງຂອງ​ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ, ສະມາຄົມ​ນັກຮົບ​ເກົ່າ​​ລັດ​ເຊຍ ​ໃນ​ສະໄໝສົງຄາມ​ຢູ່​ຫວຽດນາມ ​ແລະ ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດໃຫ້ຫຼາຍກວ່າອີກ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ການ​ນຳ​ບັນດາ​ສະມາຄົມ ໄດ້ສະ​ແດງຄວາມ​ຕື້ນຕັນໃຈ, ​ຕີ​ລາຄາ​ສູງ​ຄວາມ​ຮັກ​ແພງ ​ແລະ ຄວາມ​ເຄົາລົບ​ນັບຖື, ​ສະແດງຄວາມ​ຂອບ​ອົກ​ຂອບ​ໃຈ​ ຕໍ່ປະຊາຊົນ​​ຫວຽດນາມ ທີ່ຍາມໃດກໍ່​ສະຫງວນໃຫ້ບັນດາ​ເພື່ອນ​ມິດ​ລັດ​ເຊຍ​; ພ້ອມ​ກັນ​ນັ້ນ ກໍ່ໄດ້ຢືນຢັນ​ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ລັດ​ເຊຍ.

ສະມາຄົມ​ມິດຕະພາບ​ຂອງ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນຂໍ້ຕົກລົງ​ຮ່ວມ​ມື​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ທາງ​ກາທູດລະຫວ່າງ​ສອງ​ປະ​ເທດ ກວ່າອີກ

ທີ່​ການ​ພົບ​ປະ​ຂອງ​ ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ກັບ​ສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ ​ແລະ ສະມາຄົມ​ນັກຮົບ​ເກົ່າ​​ລັດ​ເຊຍ ​ໃນ​ສະໄໝ​ສົງຄາມ​ຢູ່​ຫວຽດນາມ, ​ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານປະທານ​ປະ​ເທດ​, ທ່ານ Vladimir Buianov ປະທານສະມາຄົມ​ມິດຕະພາບ​ລັດ​ເຊຍ - ຫວຽດນາມ ​ແລະ ທ່ານ ໂດຊວນຮວ່າງ, ກຳມະການຄະນະປະທານ​​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ​ໄດ້​ແລກປ່ຽນ​ຂໍ້ຕົກລົງການຮ່ວມ​ມື​ລະຫວ່າງ​ສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ​ແລະ ສະມາຄົມ​ມິດຕະພາບ​ ລັດ​ເຊຍ - ຫວຽດນາມ ​ໄລຍະ 2020-2025 ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ ລະຫວ່າງຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ກວ່າອີກ.

ສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ​ແລະ ລັດ​ເຊຍ - ຫວຽດນາມ ​ໄດ້​ແລກປ່ຽນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2020-2025.
ສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ​ແລະ ລັດ​ເຊຍ - ຫວຽດນາມ ​ໄດ້​ແລກປ່ຽນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2020-2025.

ເຮັດວຽກກັບອົງການຮ່ວມມືຂອງສະຫະພັນລັດເຊຍ (Rossotrudnichestvo)

ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ປະຈຳ ລັດ​ເຊຍ, ຕອນ​ເຊົ້າ​ວັນ​ທີ 2 ທັນວາ, ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ກໍ່​ໄດ້​ມີ​ການ​ເຮັດວຽກ​ກັບ ທ່ານ Evgheny Primakov, ຜູ້ອຳນວຍການ​ ອົງການຮ່ວມມືສະຫະພັນ (Rossotrudnichestvo). ນອກຈາກ​ນັ້ນ, ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ ​ໂດ​ຊວນ​ຮວ່າງ, ກຳມະການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ປະທານ​ກອງ​ທຶນ​ຊຸກຍູ້​ການ​ພັດທະນາ​ການ​ຮ່ວມ​ມືລັດ​ເຊຍ-ຫວຽດນາມ “​ມູນເຊື້ອ ​ແລະ ມິດຕະພາບ​”.

ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ໄດ້ຍົກອອກບັນດາທິດ​ທາງ ​ແລະ ແງ່​ຫວັງ​ການ​ຮ່ວມ​ມື​ກັບ Rossotrudnhichestvo ​ໃນ​ຂົງ​ເຂດ​ມະນຸດສະທຳ ​ແລະ ສະເໜີ ການ​ນຳ Rossotrudnhichestvo ໜູນ​ຊ່ວຍ​ປະຊາ​ຄົມ​ຊາວຫວຽດນາມ ຢູ່​ສະຫະພັນ ລັດ​ເຊຍ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ເທດ​ປະຈໍາຖິ່ນ ແລະ ປະກອບສ່ວນໃນການປັບປຸງ​ການ​ພົວ​ພັນ ແລະ ການ​ຮ່ວມ​ມື​ອັນ​ແໜ້ນແຟ້ນ ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ທ່ານ ​ໂດ​ຊວນ​ຮວ່າງ ​ໃຫ້​ຮູ້​ວ່າ ຕ້ອງ​ສຶກສາ​​ລຸ້ນຄົນໜຸ່ມ​ສືບ​ທອດມູນເຊື້ອມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ແລະ ພັດທະນາ​ມູນເຊື້ອ​ມິດຕະພາບ​ໃຫ້​ກາຍ​ເປັນ​ການ​ປະຕິບັດ​ຕົວ​ຈິງ​ທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດໃຫ້ແກ່ສອງ​ຝ່າຍ. ທ່ານ ​ໂດ​ຊວນ​ຮ່ວາງ ກໍ່​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່​ມກ່ຽວກັບສ້າງ​ຮູບ​ປັ້ນ​ນັກ​ວິ​ສະ​ວະ​ກອນ​ - ຊ່ຽວຊານ ລັດ​ເຊຍ - ຫວຽດນາມ, ​ເຊິ່ງ​ເປັນ​ສັນຍາ​ລັກ​ແຫ່ງ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ​ໃນພາລະກິດແຫ່ງການ​ສ້າງສາ​ສັນຕິພາບ.

ທີ່​ການ​ເຮັດວຽກ, ທ່ານ Evghenhi Primacov ​ໄດ້​ຮັບ​ຮູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ຂອງ​ສະຫະພັນ​ກັບ​ສູນ​ວັດທະນະທຳ ​ແລະ ວິທະຍາສາດ​ລັດ​ເຊຍ ຢູ່ ຮ່າ​ໂນ້ຍ ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ພົບ​ປະ​ລະຫວ່າງ​ການ​ນຳ​ຂອງ 2 ອົງການ​ນຳໜ້າ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະຊາຊົນຂອງ​ສອງ​ປະ​ເທດ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ​ເປັນ​ປະຖົມປັດໄຈໃຫ້ບັນດາການ​ພັດທະນາ​ໃໝ່​ໃນວຽກ​ງານ​​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນ ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ.

ໄຊພອນ

ເຫດການ
302 Found

Found

The document has moved here.