ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024

09:20 | 21/05/2024

ຍສໝ - ຫ້ອງການປະສານງານໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ນະຄອນ ຮ່າ​ໂນ້ຍ ສົມທົບ​ກັບອົງການການຄ້າ ຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ສົ່ງ​ເສີມ​ການ​ຄ້າ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ Foodservice Australia 2024 ຢູ່​ນະຄອນ Sydney ແຕ່ວັນທີ 19-21 ພຶດສະພາ - ງານ​ຕະຫຼາດນັດສາກົນແຖວໜ້າກ່ຽວກັບຂະແໜງການອາຫານຢູ່ ອົດສະຕຣາລີ ເຊິ່ງໄດ້ຈັດຂຶ້ນປະຈໍາປີໃນຕະຫຼອດ 40 ປີທີ່ຜ່ານມາ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ
​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ. ​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ ເພື່ອຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມືຢ່າງເລິກເຊິ່ງກວ້າງຂວາງກ່ວາ ພາຍຫຼັງທີ່ ຫວຽດນາມ ​ແລະ ອົດສະຕຣາລີ ຍົກ​ລະດັບການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ; ຜັນ​ຂະຫຍາຍ “​ໂຄງການ​ຊຸກຍູ້​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມບັນດາເຄືອ​ຂ່າຍ​ຈຳໜ່າຍ​ຕ່າງປະ​ເທດ​ໂດຍກົງ ​ຮອດ​ປີ 2030​”; ​ແຜນການ​ປະຕິບັດ​ປີ 2024 ໃຫ້ແກ່ການຜັນ​ຂະຫຍາຍ “​ໂຄງການ​ລະດົມ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ແນະນຳ, ບໍລິ​ໂພ​ກຜະລິດຕະພັນ ແລະ ພັດທະນາ​ຊ່ອງ​ທາງ​ຈຳໜ່າຍ​ສິນຄ້າ​ ຫວຽດນາມ ຢູ່​ຕ່າງປະ​ເທດ​ໄລຍະ 2020-2024”.

ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024

ຮ້ານວາງສະແດງຂອງຄະນະສົ່ງເສີມການຄ້ານະຄອນ ຮ່າໂນ້ຍ ຢູ່ງານຕະຫຼາດນັດ Foodservice Australia 2024. (ພາບ: TTXVN)

​ເຂົ້າ​ຮ່ວມ ​ແລະ ຕັດແຖບຜ້າເປີດເຂດຮ້ານວາງສະ​ແດງ “ຮ່າ​ໂນ້ຍ - ຫວຽດນາມ” ຢູ່ Foodservice Australia 2024 ມີ​ທ່ານ ຫງວຽນ​ຟູ໋ຮວ່າ – ຫົວໜ້າອົງການການຄ້າ ຫວຽດນາມ ປະຈຳ ອົດສະຕຣາລີ; ທ່ານ ຫງວຽນວັນຈີ໋- ຫົວໜ້າສາຂາກົມພັດທະນາຊົນນະບົດ, ຮອງຫົວໜ້າຫ້ອງການຜູ້ປະຈຳການຫ້ອງການປະສານງານໂຄງການກໍ່ສ້າງຊົນນະບົດໃໝ່ນະຄອນ ຮ່າ​ໂນ້ຍ; ບັນດາພະນັກງານຫ້ອງການປະສານງານໂຄງການກໍ່ສ້າງຊົນນະບົດໃໝ່ນະຄອນ ຮ່າ​ໂນ້ຍ; ຄະນະຈັດຕັ້ງງານຕະຫຼາດນັດ; ຜູ້ຕາງໜ້າບັນດາວິ​ສາ​ຫະ​ກິດ​​ ຮ່າ​ໂນ້ຍ ແລະ ສາ​ກົນ...

ດ້ວຍເນື້ອທີ່ 90 ຕາແມັດ, ເຂດຮ້ານວາງສະ​ແດງ “ຮ່າໂນ້ຍ - ຫວຽດນາມ” ຕັ້ງຢູ່ໃນເຂດຮ້ານວາງສະ​ແດງ ຫວຽດນາມ ໄດ້ເຕົ້າໂຮມຫຼາຍວິສາຫະກິດຜະລິດບັນດາຜະລິດຕະພັນທີ່ມີທ່າແຮງ, ມີຄວາມສາມາດບົ່ມຊ້ອນໃນການສົ່ງອອກ ແລະ ແກ່ງແຍ້ງໃນທ້ອງຕະຫຼາດ ອົດສະຕຣາລີ ເຊັ່ນ ບໍລິສັດ Hanuti JSC; ບໍລິສັດ Vinh Ha Food; ບໍລິສັດ Visimex Corp. JSC, ບໍລິສັດເຕັກນິກ ແລະ ການ​ຄ້າ Ban Mai ຈຳກັດ; ບໍລິສັດມິງເຢືອງ Foodstuff JSC; ບໍ​ລິ​ສັດ Tuan Minh Co Ltd....

ບັນດາຜະ​ລິດ​ຕະ​ພັນ​ທີ່ໄດ້ວາງ​ສະ​ແດງ​ປະ​ກອບ​ມີ ເຂົ້າປຸ້ນ, ເສັ້ນລ້ອນ, ເຝີແຫ້ງ​; ເມັດໝາກມ່ວງຫິມະພານ, ກາເຟ, ໝາກພິກໄທ, ປະເພດເມັດອົບແຫ້ງ, ຜະລິດຕະພັນເຄື່ອງເທດ, ໝາກເຜັດ, ສະອິ້ວ, ຜົງໂພຊະນາການ, Cordyceps, ຜັກທຽມດຳ, ຜົງຜັກ, ປະເພດເປັນຫົວ, ໝາກໄມ້, ບັນດາຊາສະໝູນໄພຊະນິດຕ່າງໆ... ເຂດຮ້ານວາງສະ​ແດງ ໄດ້ອອກແບບຢ່າງພິເສດດ້ວຍຫົວຂໍ້ “ບັນດານັກປຸງແຕ່ງສະ​ບຽງ​ອາ​ຫານ​ແຖວໜ້າຈາກ ຮ່າ​ໂນ້ຍ - ຫວຽດ​ນາມ” ມີຂີດໝາຍວັດ​ທະ​ນະ​ທຳຂອງ ທັງ​ລອງ - ດົງ​ໂດ - ຮ່າ​ໂນ້ຍ - ຫວຽດນາມ.

ເພີ່ມ​ເຕີມນັ້ນ, ດ້ວຍແບບຈັດວາງທີ່ໜ້າຈັບຕາ ພ້ອມທັງການສະແດງບັນດາຜະລິດຕະພັນທີ່ປະ​ທັບ​ໃຈ ແລະ ຈັດຕັ້ງໃຫ້ນັກທ່ອງທ່ຽວໄດ້ຊີມບັນດາຜະລິດຕະພັນ, ເຂດຮ້ານວາງສະ​ແດງ “ຮ່າໂນ້ຍ - ຫວຽດນາມ” ໄດ້ສ້າງຄວາມແຕກຕ່າງ, ສະແດງໃຫ້ເຫັນເອກະລັກຂອງຊາດ ແລະ ດຶງດູດແຂກທ່ອງທ່ຽວນັບພັນຄົນໃນມື້ທຳອິດ.

ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024
ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024. (ພາບ: TTXVN)

ຄະນະ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ສາກົນ ​ແລະ ​ທ່ານເລຂາທິການ​​ກະຊວງ​ພັດທະນາ​ວິ​ສາ​ຫະກິດ ​ແລະ ສະຫະກອນ ມາ​ເລ​ເຊຍ, Dato Suriani binti Dato Ahmad ກໍ່ໄດ້​ໄປ​ຢ້ຽມຢາມ​ເຂດ​ວາງສະ​ແດງ​ຂອງ ຫວຽດນາມ.

ທ່ານ​ຫົວໜ້າ​ອົງການການ​ຄ້າ ​ຫວຽດນາມ ປະຈຳ ອົດສະຕຣາລີ ຫງວຽນ​ຟູ໋ຮວ່າ ໃຫ້​ຮູ້​ວ່າ ຄຽງ​ຄູ່​ກັບ​ເຂດຮ້ານ “ຮ່າ​ໂນ້ຍ - ຫວຽດນາມ”, ອົງການການ​ຄ້າ ຍັງ​ມີ​ຮ້ານ​ວາງສະ​ແດງດ້ວຍພື້ນທີ່​ເປີດທີ່ພົ້ນເດັ່ນ ​ແລະ ​ປະ​ທັບ​ໃຈ​ຢູ່​ງານ​ຕະຫຼາດນັດ ເພື່ອ​ໜູນ​ຊ່ວຍ​ການ​ຊຸກຍູ້ຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ ໃຫ້ມີຈຸດຢືນ​ຢູ່​ໃນ​ ອົດສະຕຣາລີ. ປີນີ້, ​ອົງການການ​ຄ້າ ໄດ້ຖືເປັນສຳຄັນເຂົ້າໃນບັນດາຜະລິດຕະພັນອົງຄະທາດ, ຜະລິດຕະພັນສີຂຽວ, ພິເສດ ແມ່ນບັນດາຜະລິດຕະພັນເຄື່ອງເທດ, ຜະລິດຕະພັນສະອາດ ເຊິ່ງໄດ້ຮັບຄວາມນິຍົມຫຼາຍໃນທ້ອງຕະຫຼາດນີ້.

ທ່ານ ຮວ່າ ໃຫ້ຮູ້ຕື່ມອີກວ່າ ໃນໄລຍະຈະມາເຖິງ, ອົງການການຄ້າ ຈະສຸມໃສ່ສົ່ງເສີມການເຜີຍແພ່ການບໍລິໂພກໝາກລິ່ນຈີ່, ລຳໄຍ, ໝາກມ່ວງຂຽວສະເຫວີຍ ແລະ ກະກຽມແຜນການຕ້ອນຮັບໝາກກ້ຽງໃຫຍ່ສົດຂອງ ຫວຽດນາມ ໄປສູ່ ອົດສະຕຣາລີ. ກໍ່ໃນປີນີ້, ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳຫຼັກຂອງ ​ຫວຽດນາມ ຈະ​ສືບ​ຕໍ່​ໄດ້​ຮັບ​ການເຜີຍແພ່​ຢູ່​ປະ​ເທດ ​ໂອເຊຍເນຍ ນີ.

ຕາມ​ຂໍ້ມູນສະຖິຕິ, ຜ່ານ​ບັນດາ​ມາດ​ຕະການຍູ້ແຮງການ​ສົ່ງ​ເສີມ​ການ​ຄ້າ​ທີ່​ແທດ​ຈິງ, ບັນດາຜະລິດ​ຕະພັນ​ກະເສດຕະພັນຂອງ​ ຫວຽດນາມ ໄດ້​ຮັບ​ການ​ເຕີບ​ໂຕ​ທີ່​ໜ້າ​ປະ​ທັບ​ໃຈ​ຢູ່ ອົດສະຕຣາລີ ໃນ​ໄລຍະ​ມໍ່ໆ​ມາ​ນີ້. ໃນສະເພາະໃນເດືອນເມສາ ທີ່ຜ່ານມາ​ນີ້, ໄດ້ເພີ່ມຂຶ້ນເກືອບ 80% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ສິນຄ້າ​ຫຼາຍ​ຊະນິດ​ ໄດ້​ເຕີບ​ໂຕ​ຢ່າງ​ກະໂດດຂັ້ນເຊັ່ນ ກາ​ເຟ (​ເພີ່ມ​ຂຶ້ນ​ເກືອບ 300%), ໝາກມ່ວງຫິມະພານ (​ເພີ່ມ​ຂຶ້ນ 42%), ​ເຂົ້າສານ (ເພີ່ມ​ຂຶ້ນ 18%)...

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.