ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ

06:25 | 05/12/2021

ຍາ​ໝ - ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢືນຢັນວ່າ ການພົວພັນ ຫວຽດນາມ - ຈີນ ແມ່ນໝັ້ນຄົງ ແລະ ດີງາມ, ຕອບສະໜອງຄວາມມຸ່ງມາດປາດຖະໜາລວມ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ 2 ປະເທດ.

ຫວຽດນາມ - ຈີນ ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ​ແກ້​ໄຂ​ບັນດາບັນຫາ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ສົມເຫດສົມຜົນ ຫວຽດນາມ - ຈີນ ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ​ແກ້​ໄຂ​ບັນດາບັນຫາ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ສົມເຫດສົມຜົນ
ຈີນ​ຮັດ​ແໜ້ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ໃສ່ໃຈ 11 ຈຸດ ຈີນ​ຮັດ​ແໜ້ນ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ​ຕ້ອງ​ໃສ່ໃຈ 11 ຈຸດ
ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ: ການພົວພັນຫວຽດນາມ - ຈີນ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ
ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຫ​ວຽດ​ນາມ ປະ​ຈຳ ຈີນ (ພາບ: baotintuc.vn)

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໄປຢ້ຽມຢາມສາທາລະນະລັດປະຊາຊົນຈີນຢ່າງເປັນທາງການແຕ່ວັນທີ 2-4 ທັນວາ 2021.

ເນື່ອງໃນໂອກາດນີ້, ສຳນັກຂ່າວສານຫວຽດນາມປະຈຳປັກກິ່ງ ໄດ້ເປັນກຽດສຳພາດ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ຟ້າມຊາວມາຍ ກ່ຽວກັບການພົວພັນລະຫວ່າງສອງພັກ ແລະ ສອງປະເທດໃນໄລຍະຜ່ານມາ ແລະ ຄວາມໝາຍຂອງການຢ້ຽມຢາມຄັ້ງນີ້. ກ່ຽວກັບສະພາບການການພົວພັນລະຫວ່າງຫວຽດນາມ - ຈີນ ໃນໄລຍະຜ່ານມາ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ໄດ້ຕີລາຄາວ່າ: ໃນສະພາບການສາກົນ ແລະ ພາກພື້ນພວມມີການຜັນແປໄປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໂລກລະບາດໂຄວິດ-19 ໄດ້ກໍ່ຜົນສະທ້ອນທາງລົບຕໍ່ດ້ານການເມືອງ, ເສດຖະກິດໂລກ, ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ຈີນ ໃນຊຸມປີທີ່ຜ່ານມາ ແຕ່ກໍຍັງສືບຕໍ່ໄດ້ຮັກສາທ່າພັດທະນາທີ່ດີດ້ວຍຫຼາຍຈຸດເດັ່ນ.

ກ່ຽວກັບການພົວພັນດ້ານການເມືອງ, ການແລກປ່ຽນ ແລະ ການພົບປະຂັ້ນສູງ ກໍໄດ້ດຳເນີນຢ່າງເປັນປະຈຳດ້ວຍຮູບແບບທີ່ມີໄຫວພິບ. ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດຂອງສອງປະເທດໄດ້ໂອ້ລົມທາງໂທລະສັບ ແລະ ໂອ້ລົມທາງອອນລາຍ, ຍົກອອກການກຳນົດທິດທີ່ສຳຄັນເພື່ອຊຸກຍູ້ການພົວພັນສອງພັກ, ສອງປະເທດໃຫ້ມີການພັດທະນາຢ່າງໝັ້ນຄົງ, ປອດໄສ ແລະ ຍືນຍົງ.

ການຮ່ວມມື ແລະ ແລກປ່ຽນກ່ຽວກັບບັນດາຊ່ອງທາງຂອງພັກ, ການທູດ, ຕຳຫຼວດ, ການປ້ອງກັນປະເທດ ແລະ ທ້ອງຖິ່ນເຂດຊາຍແດນຂອງ 2 ປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີ. 2 ຝ່າຍໄດ້ຈັດຕັ້ງກອງປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ຢ່າງສຳເລັດຜົນ. ການຮ່ວມມືດ້ານເສດຖະກິດການຄ້າສອງຝ່າຍມີການເຕີບໂຕຢ່າງໜ້າປະທັບໃຈ. ຈີນສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ ແລະ ຕະຫຼາດສົ່ງອອກໃຫຍ່ອັນດັບ 2 ຂອງຫວຽດນາມ, ໃນຂະນະນັ້ນ ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນໃນສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະ ຄູ່ຮ່ວມມືໃຫຍ່ອັນດັບ 6 ຂອງຈີນໃນໂລກ.

ຕາມສະຖິຕິຂອງ ພາສີຫວຽດນາມ, ໃນ 10 ເດືອນປີ 2021, ວົງເງິນການຄ້າສອງສົ້ນບັນລຸ 133,65 ຕື້ USD, ເພີ່ມຂຶ້ນ 29,23% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕາມສະຖິຕິຂອງອົງການພາສີອາກອນຈີນ, ມູນຄ່າການຄ້າສອງສົ້ນບັນລຸ 186,5 ຕື້ USD, ເພີ່ມຂຶ້ນ 25%, ຄາດວ່າ ປີນີ້ແມ່ນຄັ້ງທຳອິດຈະລື່ນກາຍ 200 ຕື້ USD . ໄລ່ຮອດເດືອນຕຸລາ 2021, ຈີນຢືນອັນດັບທີ 7 ໃນຈຳນວນ 141 ປະເທດ ແລະ ເຂດແຄ້ວນທີ່ມາລົງທຶນເຂົ້າຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ 20,9 ຕື້ USD. ບັນຫາໃນບາງໂຄງການຮ່ວມມືໄດ້ຮັບການແກ້ໄຂເທື່ອລະກ້າວ. ໂຄງການທາງລົດໄຟຕົວເມືອງ ກາດລິງ - ຮ່າດົງ ໄດ້ນຳເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ. ຕາມທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ແລ້ວ, ການຮ່ວມມືປ້ອງກັນພະຍາດໂຄວິດ-19 ແມ່ນຈຸດໃໝ່ທີ່ສົດໃສໃນການຮ່ວມມືສອງຝ່າຍ.

ນັບແຕ່ເກີດໂລກລະບາດມາຮອດປະຈຸບັນ, ສອງຝ່າຍລ້ວນແຕ່ສະໜັບສະໜູນເຊິ່ງກັນແລະກັນຢ່າງມີປະສິດທິຜົນ, ທັງຢູ່ຂັ້ນລັດຖະບານ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດຢູ່ແຕ່ລະປະເທດ. ປະຈຸບັນ, ຈີນແມ່ນປະເທດໜຶ່ງທີ່ສະໜອງວັກຊິນໃຫ້ຫວຽດນາມຫຼາຍທີ່ສຸດ. ກ່ຽວກັບບັນຫາຊາຍແດນດິນແດນ, ເຂດຊາຍແດນທາງບົກຫວຽດນາມ - ຈີນ ຮັກສາສັນຕິພາບ ແລະ ສະຖຽນລະພາບ. 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ແກ້ໄຂຢ່າງສົມເຫດສົມຜົນບັນດາບັນຫາທີ່ເກີດຂຶ້ນບົນພື້ນຖານເອກະສານນິຕິກຳ 3 ສະບັບກ່ຽວກັບຊາຍແດນທາງບົກ. ກ່ຽວກັບບັນຫາຢູ່ທະເລ, 2 ຝ່າຍໄດ້ຮັກສາບັນດາຊ່ອງທາງການໂອ້ລົມ ແລະ ການເຈລະຈາຢ່າງລຸລ່ວງ, ໄດ້ມານະພະຍາຍາມຄວບຄຸມຄວາມບໍ່ລົງລອຍກັນ, ແກ້ໄຂບັນຫາທີ່ເກີດຂຶ້ນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ລວມມີ: ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS) ໃນປີ 1982. ທີ່ເວທີປາໄສຫຼາຍຝ່າຍ, ຫວຽດນາມ ແລະ ຈີນ ສົມທົບກັນຢ່າງຕັ້ງໜ້າເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ, ພິເສດແມ່ນຢູ່ເວທີປາໄສ ອາຊຽນ ແລະ ສະຫະປະຊາຊາດ; ສະໜັບສະໜູນເຊິ່ງກັນແລະກັນເພື່ອເຂົ້າຮ່ວມບັນດາອົງການສາກົນ.

ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຊີ້ແຈ້ງວ່າ: ນອກຈາກບັນດາຜົນງານທີ່ບັນລຸໄດ້ແລ້ວ, ການພົວພັນລະຫວ່າງ ຫວຽດນາມ - ຈີນ ຍັງຄົງມີບັນດາຂໍ້ຄົງຄ້າງຄື: ການຂາດດຸນການນຳເຂົ້າຂອງຫວຽດນາມ ຍັງມີສູງ; ສິນຄ້າຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດ, ຍັງປະສົບກັບຄວາມຫຍຸ້ງຍາກໃນການເຂົ້າເຖິງຕະຫຼາດຂອງຈີນ; ການເກັບພາສີສິນຄ້າຢູ່ດ່ານຊາຍແດນບາງເທື່ອກໍຍັງບໍ່ທັນລຸລ່ວງ; ບາງໂຄງການລົງທຶນຂອງຈີນມີບັນຫາດ້ານຄຸນນະພາບ ແລະ ຄວາມຄືບໜ້າ; ຄວາມບໍ່ລົງລອຍກັນກ່ຽວກັບບັນຫາຢູ່ທະເລ… ດ້ວຍບັນດາບັນຫາດັ່ງກ່າວ, 2 ຝ່າຍໄດ້ປຶກສາຫາລືຢ່າງກົງໄປກົງມາເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນຫຼືບັນຫາໃໝ່ທີ່ເກີດຂຶ້ນຢ່າງສົມເຫດສົມຜົນ.

ການຕີລາຄາກ່ຽວກັບການຢ້ຽມຢາມຈີນ ຢ່າງເປັນທາງການຂອງ ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໃນຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຖືວ່າ ນີ້ແມ່ນການຢ້ຽມຢາມຈີນຢ່າງເປັນທາງການຄັ້ງທຳອິດຂອງທ່ານລັດຖະມົນຕີ ບຸຍແທັງເຊີນ ໃນຖານະຕຳແໜ່ງໃໝ່ ເຊິ່ງໄດ້ດຳເນີນພາຍຫຼັງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ເດືອນກັນຍາ 2021) ຂອງທ່ານ ຫວາງອີ ກຳມະການຄະນະລັດຖະບານ ທັງເປັນ ລັດຖະມົນຕີການຕ່າງປະເທດ ຈີນ, ແມ່ນການຕິດຕໍ່ພົວພັນສອງຝ່າຍຄັ້ງທີ 4 ລະຫວ່າງລັດຖະມົນຕີການຕ່າງປະເທດ 2 ທ່ານ (ທັງໃນຮູບແບບໂດຍກົງ ແລະ ອອນລາຍ) ໃນປີດຽວກັນ.

ການຢ້ຽມຢາມມີຄວາມສຳຄັນທີ່ສຸດ, ສະແດງໃຫ້ເຫັນໃນຫຼາຍດ້ານ. ກ່ອນອື່ນໝົດ, ແມ່ນສືບຕໍ່ຊຸກຍູ້ການພົວພັນແລກປ່ຽນ, ພົບປະຢ່າງສະໜິດແໜ້ນລະຫວ່າງສອງພັກ ແລະ ສອງລັດ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຕື່ມອີກ. ທີສອງແມ່ນ ປະຕິບັດຄວາມຮັບຮູ້ລວມຢ່າງມີປະສິດທິຜົນລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງລັດ, ບັນດາຂໍ້ຕົກລົງສອງຝ່າຍ, ກໍ່ຄືໝາກຜົນກອງປະຊຸມຄັ້ງທີ 13 ຂອງຄະນະຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ; ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຫວຽດນາມ ແລະ ຈີນ ນັບມື້ນັບເຂົ້າສູ່ເລິກເຊິ່ງ. ທີສາມ, ຍ້ອນວ່າໄດ້ຈັດຕັ້ງໃນໄລຍະທ້າຍປີ, ດັ່ງນັ້ນ ການຢ້ຽມຢາມຍັງແມ່ນໂອກາດສຳຄັນເພື່ອໃຫ້ສອງປະເທດເບິ່ງຄືນບັນດາໝາກຜົນຂອງການຮ່ວມມືໃນປີຜ່ານມາ, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືໃນຊຸມປີທີ່ຈະມາເຖິງ, ເພີ່ມກຳລັງໜູນໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

ກ່ຽວກັບທິດທາງພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ຢືນຢັນວ່າ: ທ່າພັດທະນາອັນດີງາມຂອງການພົວພັນລະຫວ່າງ ຫວຽດນາມ - ຈີນ ໃນໄລຍະຜ່ານມາ ແມ່ນຫຼັກຖານທີ່ມີຊີວິດຊີວາສະແດງໃຫ້ແກ່ການພົວພັນ ຫວຽດນາມ - ຈີນ ທີ່ໝັ້ນຄົງ, ປອດໄສ, ຕອບສະໜອງຄວາມມຸ່ງມາດປາດຖະໜາລວມ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດ. ເພື່ອແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງການພົວພັນລະຫວ່າງສອງປະເທດ, ທ່ານເອກອັກຄະລັດຖະທູດ ຟ້າມຊາວມາຍ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, 2 ປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດກໍ່ຄືບັນດາຂໍ້ຕົກລົງສອງຝ່າຍ ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ໃນນັ້ນມີບັນດາໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມຈີນຢ່າງເປັນທາງການຄັ້ງນີ້ຂອງ ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ, ຜ່ານນັ້ນ ກໍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຕື່ມອີກ; ພ້ອມກັນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ແຮງ ແລະ ຍົກສູງຄຸນນະພາບການຮ່ວມມືຢ່າງແທດຈິງໃນຂົງເຂດຕ່າງໆ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນໂລກລະບາດ Covid-19... ມານະພະຍາຍາມຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ ບົນພື້ນຖານບັນດາທ່າໄດ້ປຽບ, ທ່າແຮງ, ຄວາມຕ້ອງການ ແລະ ພື້ນຖານການພົວພັນລະຫວ່າງສອງປະເທດທີ່ມີຢູ່ແລ້ວ, ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຮ່ວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຈະສືບຕໍ່ໄດ້ຮັບການຍົກສູງຂຶ້ນສູ່ລະດັບສູງໃໝ່.

ບຸນ​ຄົງ

302 Found

Found

The document has moved here.