ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ແລວເສດຖະກິດ ກວາງ​ຈີ້ (ຫວຽດ​ນາມ) - ສາລະ​ວັນ (ລາວ) - ອຸ​ບົນ​ຣາ​ດຊະ​ທາ​ນີ (ໄທ)

08:05 | 19/05/2024

ຍສໝ - ການຄົ້ນຄວ້າ​ເພື່ອ​ພັດທະນາ​ແລວ​ເສດຖະກິດ ​ກວາງ​ຈີ້-ສາລະ​ວັນ-ອຸບົນ​ຣາດຊະ​ທາ​ນີ (PARA-EWEC) ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​​ເພື່ອຊ່ວຍ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ຮັດ​ແໜ້ນ​ການພົວພັນ​ຮ່ວມ​ມື​ມິດຕະພາບ ກໍຄືຫຼຸດຊ່ອງວ່າງພັດທະນາ​ເສດຖະກິດ​ລະຫວ່າງ​ບັນດາ​ແຂວງ, ທ້ອງ​ຖິ່ນ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ, ການ​ເມືອງ, ຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພທາງ​ສັງຄົງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.
​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາ​ແບບ​ຍືນ​ຍົງ​​ຂອງເຂດ ຫາກໍສົມທົບ​ກັບ​ແຂວງ​ ກວາງ​ຈີ້ ໄດ້ຈັດ​ຕັ້ງ​ການສຳມະນາກ່ຽວກັບການລາຍ​ງານ​ຜົນ​ການ​ຄົ້ນ​ຄ້ວາ​ໂຄງການ “ການ​ຮ່ວມ​ມືຜັນຂະຫຍາຍແລວ​ເສດຖະກິດ​ ​ກວາງ​ຈີ້ (ຫວຽດນາມ) - ສາລະ​ວັນ (ລາວ) - ອຸບົນ​ຣາດຊະ​ທາ​ນີ (ໄທ)” ຢູ່ນະຄອນ ດົ່ງຮ່າ, ແຂວງ ກວາງຈີ້.

ທີ່ການສຳມະນາ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງຈີ້ ຮວ່າງ​ນາມ ເນັ້ນ​ໜັກ​ວ່າ ກວາງຈີ້ ແມ່ນ​ທ້ອງ​ຖິ່ນ​ຕັ້ງ​ຢູ່​ໃຈກາງ​ຂອງ​ສາມແຍກ​ອິນ​ດູ​ຈີນ, ຕາມແກນຕັ້ງທີ່ຕິດກັບ​ເຂດ​ເສດ​ຖະ​ກິດຈຸນສຸມ​ທາງ​ພາກ​ກາງ ແລະ ຕາມລວງນອນແມ່ນ​ຈຸດ​ທຳ​ອິດ​ຕິດ​ກັບ​ເຂດທະເລ ປາຊີຟິກ ບົນແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC); ເປັນ​ທ້ອງ​ຖິ່ນ​ທີ່​ເປັນ​ຂົວ​ຕໍ່​ທີ່​ສຳຄັນ​ໃນ​ຍຸດ​ທະ​ສາດ​ລະຫວ່າງ​ພາຍ​ໃນ ​ແລະ ລະຫວ່າງຕ່າງປະ​ເທດ.

ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ແລວເສດຖະກິດ ກວາງ​ຈີ້ (ຫວຽດ​ນາມ) - ສາລະ​ວັນ (ລາວ) - ອຸ​ບົນ​ຣາ​ດຊະ​ທາ​ນີ (ໄທ)

ທ່ານ ຮວ່າງ​ນາມ, ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງຈີ້ ກ່າວ​ຄຳ​ປາໄສທີ່ການສຳມະນາ.

ວັນ​ທີ 25 ມິຖຸນາ 2014, ລັດຖະບານ ​ຫວຽດນາມ ​ແລະ ລາວ ​ໄດ້​ເລີ່ມເປີດຄູ່ຊາຍ​ແດນ​ສາກົນ​ລະ​ເລ (ກວາງ​ຈີ້) - ລາ​ເລ (ສາລະ​ວັນ) ​ຢ່າງເປັນ​ທາງ​ການ;ນີ້​ແມ່ນ​ດ່ານ​ຊາຍ​ແດນ​ສາກົນ​ແຫ່ງ​ທີ 2 ລະຫວ່າງ ຫວຽດນາມ ​ແລະ ລາວ ຢູ່​ແຂວງ ກວາງ​ຈີ້, ພ້ອມ​ທັງ​ສ້າງ​ເປັນ​ແລວຄົມມະນາຄົມຂະໜານກັນກັບ EWEC, ​ເຊື່ອມ​ຕໍ່​ ກວາງ​ຈີ້ - ສາລະ​ວັນ - ອຸບົນ​ຣາດຊະ​ທາ​ນີ ແລະ ​ເປີດ​ກວ້າງ​ໄປ​ຍັງ​ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ ​ແລະ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ໄທ.

ການຄົ້ນຄວ້າ​ເພື່ອ​ພັດທະນາ​ແລວ​ເສດຖະກິດ ​ກວາງ​ຈີ້-ສາລະ​ວັນ-ອຸບົນ​ຣາດຊະ​ທາ​ນີ ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​​ເພື່ອຊ່ວຍ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ຮັດ​ແໜ້ນ​ການພົວພັນ​ຮ່ວມ​ມື​ມິດຕະພາບ ກໍຄືຫຼຸດຊ່ອງວ່າງພັດທະນາ​ເສດຖະກິດ​ລະຫວ່າງ​ບັນດາ​ແຂວງ, ທ້ອງ​ຖິ່ນ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ, ການ​ເມືອງ, ຄວາມເປັນລະບຽບ​ຮຽບຮ້ອຍ​ຄວາມ​ປອດ​ໄພທາງ​ສັງຄົງ - ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮວ່າງ​ນາມ ເນັ້ນ​ໜັກ​.

ທີ່ການສຳມະນາ, ຜູ້ຕາງໜ້າກຸ່ມຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ​ໄດ້​ລາຍ​ງານ​ຜົນ​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ໂຄງການ “ການ​ຮ່ວມ​ມື​ຜັນຂະຫຍາຍແລວ​ເສດຖະກິດ​ ກວາງ​ຈີ້-ສາລະ​ວັນ-ອຸບົນ​ຣາດຊະ​ທາ​ນີ”.

ຕາມ​ນັ້ນ​ແລ້ວ, ນອກຈາກພາກແນະນຳ, ​ລາຍ​ງານ​ຂອງ​ໂຄງການ​ລວມມີ 4 ພາກ​ສ່ວນ​ຕົ້ນຕໍ. ພາກທີ I ສຸມໃສ່ວິເຄາະກ່ຽວກັບພື້ນຖານວິທະຍາສາດຂອງການສ້າງແລວທາງເສດຖະກິດເຊັ່ນ ບັນດານິຍາມ, ລັກສະນະພິເສດ, ບັນດາປັດໄຈອິດທິພົນ ແລະ ເງື່ອນໄຂເພື່ອສ້າງແລວເສດຖະກິດ. ພາກທີ II ສຸມໃສ່ວິເຄາະກ່ຽວກັບສະພາບຕົວຈິງຂອງເສັ້ນທາງຄົມມະນາຄົມ ເພື່ອເຊື່ອມ​ຕໍ່​ແລວ​ທາງ PARA-EWEC ແລະ ລະດັບ​ພັດ​ທະ​ນາ​ຂອງ​ບັນດາແຂວງ, ການພົວພັນການຄ້າ​ລະ​ຫວ່າງບັນດາທ້ອງ​ຖິ່ນ​ຜ່ານ​ດ່ານ​ຊາຍ​ແດນ. ພ້ອມ​ກັນ​ນັ້ນ ກໍຊີ້ແຈງກາລະ​ໂອກາດ ແລະ ສິ່ງ​ທ້າ​ທາຍຂອງການ​ພັດທະນາ​ແລວ​ທາງຂະໜານກັນ​ໃນອະນາຄົດ. ພາກທີ III ຂອງໂຄງການ ໄດ້ກ່າວກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດ ໃນໄລຍະກາງ ແລະ ໄລຍະຍາວ ທີ່ມີຜົນກະທົບຕໍ່ການສ້າງ ແລະ ພັດທະນາແລວທາງ.

ບົນພື້ນຖານບັນດາການວິເຄາະໃນພາກທີ I, II, III, ພາກທີ IV ຂອງບົດລາຍງານຂອງໂຄງການໄດ້ສຸມໃສ່ຍົກອອກບັນດາທັດສະນະການກຳນົດທິດໃນການພັດທະນາແລວທາງ. ພິເສດແມ່ນ ຍົກອອກບັນດາມາດຕະການ, ກົນໄກ​ນະ​ໂຍບາຍທີ່​ແຕກ​ຕ່າງ​ກັນກ່ຽວກັບສົ້ນການ​ເຕີບ​ໂຕ, ລະດົມ​ທຶນ​ລົງທຶນ, ບຳລຸງ​ສ້າງ, ​ແຮງ​ງານ ແລະ ການຈັດ​ຕັ້ງ​ປະຕິບັດ​ໂຄງການ.

ການສຳມະນາ ໄດ້​ໃຊ້​ເວ​ລາ​ສ່ວນ​ໃຫຍ່​ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ປຶກ​ສາ​ຫາ​ລື, ວິ​ເຄາະ, ຕີລາຄາບັນດາ​ເນື້ອ​ໃນ​ໂຄງ​ການ. ບັນດາຄຳເຫັນທັງໝົດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງແລວເສດຖະກິດ PARA-EWEC; ກາລະໂອກາດ ແລະ ສິ່ງທ້າທາຍຂອງບັນດາທ້ອງຖິ່ນ ແລະ ຄວາມຮຽກຮ້ອງຕ້ອງການຂອງການຮ່ວມມືຜ່ານແລວທາງ PARA-EWEC ໃນໄລຍະຈະມາເຖິງ. ນອກ​ນີ້, ຍັງ​ຕ້ອງ​ອັບເດດ, ​ເພີ່ມ​ເຕີມ​ຂໍ້​ມູນ​ຫຼ້າ​ສຸດ, ຍົກອອກ​ທັດສະນະ, ຍຸດ​ທະ​ສາດ​ພັດທະນາ​ທີ່​ເໝາະ​ສົມ...

ກ່າວ​ຄຳ​ປາໄສສະຫຼຸບການສຳມະນາ, ທ່ານ​ ຮວ່າງ​ນາມ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເນັ້ນ​ໜັກ​ວ່າ ການ​ຄົ້ນຄວ້າ​ເສັ້ນທາງຄົມມະນາຄົມ, ແລວ​ເສດຖະກິດ​ໃໝ່ ເພື່ອ​ເຊື່ອມ​ຕໍ່​ບັນດາ​ແຂວງ ກວາງ​ຈີ້ - ສາລະ​ວັນ - ອຸບົນ​ຣາດຊະ​ທາ​ນີ ແມ່ນມີຄວາມໝາຍສຳຄັນໃນການກຳນົດ​ທິດ​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ​ແຂວງ ກວາງ​ຈີ້ ກັບ​ບັນດາ​ທ້ອງ​ຖິ່ນຂອງລາວ ແລະ ໄທ ໃນໄລຍະຈະມາເຖິງ.

ສະ​ນັ້ນ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ສະເໜີກຸ່ມຄົ້ນຄວ້າຮັບ​ເອົາ​ຄຳ​ເຫັນ​ທີ່​ການສຳມະນາ ເພື່ອສຳ​ເລັດ​ໂຄງການ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ສູງ ​ແລະ ສາມາດ​ຍົກ​ລະດັບເປັນຂອບຂະຫນາດລະດັບຊາດ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງບັນດາປະ​ເທດ, ອົງການຈັດຕັ້ງສາກົນ. ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ເຮັດແຈ້ງ​ເຖິງ​ເຫດຜົນ​ເປັນຫຍັງທີ່​ຕ້ອງ​ມີ PARA-EWEC ກ່ວາອີກ; ບົດບາດ​ຂອງແຂວງ​ ກວາງຈີ້ ບົນແລວ​ເສດຖະກິດ​ນີ້ມີ​ຄື​ແນວ​ໃດ​; ວິເຄາະບົດບາດ ແລະ ຜົນປະໂຫຍດຂອງບັນດາຝ່າຍທີ່ເຂົ້າຮ່ວມໂຄງການນີ້...

ບັນດາພະແນກ, ຂະແໜງການ, ທ້ອງ​ຖິ່ນ​ເປັນເຈົ້າການໃນການຄົ້ນຄວ້າ​ກົນ​ໄກ, ຮູບ​ແບບ​ການ​ຮ່ວມ​ມືເພື່ອ​ຂຸດ​ຄົ້ນ​ບັນດາ​ຄວາມສາມາດບົ່ມຊ້ອນທ່າ​ແຮງ​ຂອງ PARA-EWEC. ພ້ອມ​ກັນ​ນັ້ນ ກໍລະດົມ, ປະສົມປະສານບັນດາ​ແຫຼ່ງກຳລັງ​ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ມີ​ປະສິດທິ​ຜົນ​, ພິ​ເສດ​ ​ແມ່ນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ຜັນຂະຫຍາຍບັນດາເສັ້ນທາງ​ຄົມມະນາຄົມ​ທີ່ສຳຄັນ​ແຫ່ງ​ຊາດ​ ເຊິ່ງພວມ ແລະ​ ຈະ​ໄດ້​ຮັບ​ການ​ລົງ​ທຶນ​ໂດຍ​ຜ່ານບໍລິເວນ​ແຂວງ ກວາງຈີ້ ຢ່າງມີປະສິດທິຜົນ.

ມິງດຶກ

ເຫດການ
302 Found

Found

The document has moved here.