ສະມາຄົມມິດຕະພາບຫວຽດນາມ-ລາວ, ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ

23:11 | 02/12/2021

ຍສໝ - ວັນ​ທີ 1 ທັນວາ 2021, ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ ​ນຳ​ໜ້າ​ໂດຍ​ ທ່ານພົນຕີ ຫງວຽນ​ຕຽນລອງ, ຮອງ​ປະທານ​ສະມາຄົມ ​ໄດ້​ໄປທີ່​ສະຖານທູດລາວ ປະຈຳ ຮ່າ​ໂນ້ຍ ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 46 ປີ (2 ທັນວາ 1975 - 2 ທັນວາ 2021).

ພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ວິທະຍາຄານການແພດກອງທັບຫວຽດນາມ ພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ວິທະຍາຄານການແພດກອງທັບຫວຽດນາມ
ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ທີ່​ການ​ພົບ​ປະ, ທ່ານ​ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຫງວຽນ​ຕຽນລອງ ເນັ້ນ​ໜັກ​ວ່າ ການຕ່າງປະເທດປະຊາຊົນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນຂອງ​ການ​ທູດ​ຫວຽດ​ນາມ. ສະມາຄົມປາດຖະໜາວ່າ ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ, ພິເສດແມ່ນການພົວພັນລະຫວ່າງປະຊາຊົນສອງປະເທດ ນັບມື້ນັບມີບາດກ້າວພັດທະນາຢ່າງໃໝ່. ຍາມໃດສະ​ມາ​ຄົມ​ກໍຈະ​ປະ​ຕິ​ບັດສຳເລັດໜ້າທີ່​ເປັນ​ຂົວ​ຕໍ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ ຫວຽດ​ນາມ ແລະ ລາວ.

ໂດຍສະແດງຄວາມຂອບໃຈຕໍ່​ຄວາມ​ຮັກ​ແພງ ​ແລະ ຄຳອວຍພອນ​ອັນ​ປະເສີດຂອງ​ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ-ລາວ, ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ຢືນຢັນ​ວ່າ: ​ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກລະບາດ​ໂຄ​ວິດ-19 ກໍຕາມ, ແຕ່ຫວຽດນາມ ​ແລະ ລາວ ກໍຍັງສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ກໍ່ຄື ການແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພິເສດແມ່ນໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ຖານ​ທູດ​ລາວ ຫວັງ​ວ່າ​ຈະໄດ້ໄປ​ຢ້ຽມ​ຢາມ, ເຊື່ອມ​ຕໍ່ ແລະ ຮ່ວມ​ມື​ກັບ​ບັນ​ດາ​ແຂວງ, ນະ​ຄອນ​ຂອງ​ຫວຽດ​ນາມ ຫຼາຍ​ກວ່າ​ອີກ.

ສະມາຄົມມິດຕະພາບຫວຽດນາມ-ລາວ, ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ
ສະມາຄົມມິດຕະພາບຫວຽດນາມ-ລາວ ຊົມເຊີຍວັນຊາດ ສປປ ລາວ

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ເຈິນວັນຕູຍ ​ກໍໄດ້​ສົ່ງ​ສານ​ອວຍພອນ​ເຖິງ ​ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ຄຳໃບ ດຳລັດ.

​ໃນ​ຈົດໝາຍ​ອວຍພອນ, ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ເຈິນວັນຕູຍ ​​​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ຮອບດ້ານ​ທີ່​ປະຊາຊົນລາວ​ບັນລຸ​ໄດ້​ໃນ 46 ປີຜ່ານມາ, ພິ​ເສດ​ແມ່ນ​ບັນດາ​ຜົນສຳ​ເລັດ​ອັນ​ດີງາມ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ຄວາມ​ພະຍາຍາມ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​​ລາວ ໃນ​ການຮັບມືກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ຮັກສາ​ການ​ພັດທະນາ​ເສດຖະກິດ, ສະຖຽນ​ລະ​ພາບ​ສັງຄົມ.

ທ່ານ ເຈີ່ນ​ວັນ​ຕູຍ ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ໂດຍ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ, ປະເທດລາວຈະ​ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ກຳນົດ​ໄວ້​ໃຫ້​ປະສົບ​ຜົນສຳ​ເລັດ ​ແລະ ສືບ​ຕໍ່​ຍາດ​ໄດ້​ໄຊຊະນະ​ໃໝ່ ​ແລະ ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ ໃນ​ພາລະກິດ​ຂອງ​ການ​ປ້ອງ​ກັນ, ​ສ້າງສາ ແລະ ​ພັດ​ທະ​ນາປະເທດຊາດ.

ໃນໄລຍະທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ພິເສດແມ່ນຜົນສຳເລັດຂອງການຢ້ຽມຢາມຂອງບັນດາການນຳຂັ້ນສູງສອງປະເທດ ໃນເດືອນ ມິຖຸນາ ແລະ ເດືອນກໍລະກົດ 2021, ອັນໄດ້ສ້າງພື້ນຖານຄວາມໝັ້ນຄົງທາງດ້ານການເມືອງ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ ຫວຽດນາມ ​ແລະ ລາວ ຕື່ມອີກ.

ສະມາຄົມມິດຕະພາບຫວຽດນາມ-ລາວ, ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ
ທ່ານ​ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຫງວຽນ​ຕຽນລອງ ເນັ້ນ​ໜັກ​ວ່າ ການຕ່າງປະເທດປະຊາຊົນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນຂອງ​ການ​ທູດ​ຫວຽດ​ນາມ.

ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ເຈິນວັນຕູຍ ​ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ​ມິດຕະພາບ​ຂອງ​ສອງ​ປະ​ເທດ​ ຈະ​ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ພິ​ເສດ​ແມ່ນ​ສົມທົບ​ກັນ​ຈັດ​ຕັ້ງບັນດາການເຄື່ອນໄຫວໃຫ້​ເປັນ​ຢ່າງ​ດີ ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດຫວຽດນາມ - ລາວ (5/9/1962 – 5/9/2022) ​ແລະ ຄົບຮອບ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022), ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຂອງ​ວາລະສານ ຍຸກສະໄໝ ນຳ​ໂດຍ ​ທ່ານ​ຮອງຫົວໜ້າບັນນາທິການ ຟ້າ​ມດິ່ງ​ຫາຍ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ສະຖານທູດ​ລາວ ປະຈຳ ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ຊາດ ສປປ ລາວ.

​ທ່ານ​ຮອງຫົວໜ້າບັນນາທິການ ຟ້າ​ມດິ່ງ​ຫາຍ ໄດ້ສະແດງຄວາມຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ; ອວຍພອນ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ພະນັກງານ​ສະຖານທູດ​ລາວ ປະຈຳ ຫວຽດນາມ ສືບ​ຕໍ່​ເກັບກ່ຽວເອົາ​ຜົນສຳ​ເລັດໃໝ່ຫຼາຍ​​ຢ່າງ, ປະກອບສ່ວນ​ກໍ່ສ້າງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ໃຫ້​ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ.

ສະມາຄົມມິດຕະພາບຫວຽດນາມ-ລາວ, ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ
ວາລະສານ ຍຸກສະໄໝ ຊົມເຊີຍວັນຊາດ ສປປ ລາວ.

ໃນ​ຫຼາຍ​ປີ​ມາ​ນີ້, ວາລະສານ ຍຸກສະໄໝ ​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຫວຽດນາມ ຢ່າງ​ທັນການ, ​ຖືກຕ້ອງ ​ແລະ ດຶງ​ດູດ​ໃຈເຖິງ​ບັນດາຜູ້​ອ່ານຊາວລາວ, ​ກໍ່ຄືບັນດາ​ຂໍ້​ມູນ​ຂ່າວ​ສານ​ຂອງ​ລາວ​ ເຖິງ​ບັນດາຜູ້​ອ່ານ​ຊາວ​ຫວຽດນາມ​ທີ່​ຮັກ​ແພງ ​ແລະ ສົນໃຈ​​ປະ​ເທດ​ລາວ. ວາລະສານ ຍຸກສະໄໝ ຍັງໄດ້ຈັດຕັ້ງງານກິລາ ແລະ ພົບປະແລກປ່ຽນວັດທະນະທຳກັບພະນັກງານສະຖານທູດ; ຈັດ​ຕັ້ງ​ການຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈ, ມອບ​ຂອງ​ຂວັນ​ໃຫ້​ນັກ​ສຶກ​ສາ​ລາວ​ຢູ່​ຫວຽດ​ນາມ ແລະ ​ບັນ​ດາ​ໂຄງ​ການ​ບໍລິຈາກ ແລະ ໜູນ​ຊ່ວຍ​ຄົນ​ເຈັບ​ລາວ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ໄປ​ປິ່ນ​ປົວ​ຢູ່​ຫວຽດ​ນາມ...

ທ່ານ​ເອກ​ອັກຄະ​ລັດຖະທູດ ແສງ​ເພັດ ​​ຮຸ່ງບຸນຍວງ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ບັນດາການ​ປະກອບສ່ວນ​ຂອງ ​ວາລະສານ ຍຸກສະໄໝ ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ລາວ. ດ້ວຍ​ບັນດາ​ຜະລິດ​ຕະພັນ​ຂ່າວສານ, ວາລະສານຍຸກສະໄໝ ທີ່​ເປັນ​ພາສາ​ລາວ ​ກໍໄດ້​ເຜີຍ​ແຜ່​ພາບ​ພົດ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວ​ເຖິງ​ເພື່ອນ​ມິດ​ຫວຽດນາມ ​ແລະ ສາກົນ.

ສະຖານທູດ ລາວ ປະຈຳ ຫວຽດນາມ ຢືນຢັນ ຍາມໃດກໍ່ຈະເອົາໃຈໃສ່, ສະໜັບສະໜູນ ແລະ ເພີ່ມທະວີການຮ່ວມມືກັບ ວາລະສານ ຍຸກສະໄໝ ເວົ້າສະເພາະ ແລະ ສື່ມວນຊົນຫວຽດນາມ ເວົ້າລວມ, ພິເສດແມ່ນໃນປີ 2022 - ຄົບຮອບ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີ​ແຫ່ງວັນ​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.