ກວາງບິ່ງ-ຄຳມ່ວນ: ແບບຢ່າງມິດຕະພາບຫວຽດນາມ-ລາວ

11:30 | 02/12/2021

ຍ​ສ​ໝ - ແຂວງກວາງບິ່ງ ແລະ ແຂວງຄໍາມ່ວນ (ລາວ) ມີສາຍພົວພັນມິດຕະພາບຖາ​ນ​ບ້ານ​ໃກ້​ເຮືອນ​ຄຽງທີ່ສະ​ໜິດ​ແໜ້ນ. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສອງ​ແຂວງ​ໄດ້​​ມານະ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ພ້ອມ​ກັນ​ຕ້ານ​ພະຍາດ​ໂຄ​ວິດ-19 ​ແລະ ພັດທະນາ​ເສດຖະກິດ.

ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ ການນໍານະຄອນດ່ານັ້ງ ຢ້ຽມຢາມ ແລະອວຍພອນວັນຊາດ ລາວ ຄົບຮອບ 46 ປີ
ຍ້ອງ​ຍໍ​ຊົມ​ເຊີຍ​ນັກ​ສຶ​ກ​ສາ ລາວ ແລະ ກຳ​ປູ​ເຈຍ ຜູ້​ດີ​ເດັ່ນ​ຈຳ​ນວນ 107 ຄົນ ຍ້ອງ​ຍໍ​ຊົມ​ເຊີຍ​ນັກ​ສຶ​ກ​ສາ ລາວ ແລະ ກຳ​ປູ​ເຈຍ ຜູ້​ດີ​ເດັ່ນ​ຈຳ​ນວນ 107 ຄົນ
ກວາງບິ່ງ-ຄຳມ່ວນ: ແບບຢ່າງມິດຕະພາບຫວຽດນາມ-ລາວ
ພິ​ທີ​ມອບ​ຮັບ (ພາບ: baoquocte.vn)

​ແຂວງ​ກວາງ​ບິ່ງ ມີ​ຊາຍ​ແດນ​ຕິດ​ກັບ 2 ​ແຂວງ​ຄຳ​ມ່ວນ ​ແລະ ສະຫວັນ​ນະ​ເຂດ​ຂອງ​ລາວ, ສະ​ນັ້ນ ຈຶ່ງ​ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຜ່ານ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຫຼາຍ​ດ້ານ, ບັນດາ​ອົງການ​ພັກ, ອຳນາດ​ການ​ປົກຄອງ ​ແລະ ຂັ້ນ​ຕ່າງໆ​ຂອງ 2 ຝ່າຍໄດ້ຮັກສາ​ການ​ພົວພັນ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ປະສົບ​ການ, ໜູນ​ຊ່ວຍ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ - ສັງຄົມ, ປ້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບ... ຢ່າງເປັນ​ປະ​ຈຳ.

ນັບ​ແຕ່ເວ​ລາ​ໂລກ​ລະບາດ​ໂຄ​ວິດ-19 ​ໄດ້​ແຜ່​ລະບາດ​ໄປ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ທັງ​ສອງ​ປະ​ເທດ, ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ປະຊາຊົນ​ແຂວງກວາງ​ບິ່ງ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ແບ່ງປັນ ​ແລະ ໜູນ​ຊ່ວຍ​ບັນດາ​ແຂວງ​ເພື່ອນ​ລາວ​ໃນ​ວຽກ​ງານ​ປ້ອງ​ກັນຕ​້​ານ​ໂລກ​ພະຍາດ​ລະບາດ.

ກວາງ​ບິ່ງ ​ໄດ້​ໜູນ​ຊ່ວຍ​ອຸປະກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ໃຫ້ບັນດາ​ແຂວງ​ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ​ຈໍາປາ​ສັກ ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 12 ຕື້​ດົ່ງ.

​ໃນ​ປີ 2020, ​ເມື່ອ​ພະຍາດ​ໂຄ​ວິດ-19 ​ແຜ່​ລະບາດ​ຢູ່​ລາວ, ກວາງ​ບິ່ງ ​ໄດ້​ໜູນ​ຊ່ວຍ​​ອຸປະກອນ​ການ​ແພດ​ໃຫ້​ແຂວງ​ຄຳ​ມ່ວນ ​ແລະ ສະ​ຫວັນ​ນະ​ເຂດ​ເປັນ​ມູນ​ຄ່າ 2 ຕື້​ດົ່ງເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ

ປີ 2021, ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຢູ່​ບັນດາ​ແຂວງ​ໃກ້​ຄຽງ​ຂອງ​ລາວ​ຍັງມີ​ການ​ຜັນ​ແປ​ສັບສົນ, ກວາງ​ບິ່ງ ສືບ​ຕໍ່​ໜູນ​ຊ່ວຍ​​ອຸປະກອນ​ການ​ແພດ​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ແຜ່​ລະບາດ​ໃຫ້ແຂວງ​ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ​ຈຳປາ​ສັກ ດ້ວຍ​ມູນ​ຄ່າ​ກວ່າ 4 ຕື້​ດົ່ງ.

ບັນ​ດາ​ຂະ​ແໜງ​ການ, ກົມ​ກອງ, ທ້ອງຖີ່ນແຂວງກວາງບິ່ງ ກໍ່ໄດ້ສົມທົບກັນໜູນຊ່ວຍບັນດາຫົວໜ່ວຍ, ທ້ອງຖິ່ນຂອງແຂວງຄໍາມ່ວນ.

ກອງບັນຊາການທະຫານແຂວງ ໜູນຊ່ວຍອຸປະກອນການແພດໃຫ້ກອງບັນຊາການທະຫານແຂວງຄໍາມ່ວນ ດ້ວຍມູນຄ່າ 263 ລ້ານດົ່ງ; ກອງບັນຊາການທະຫານຊາຍແດນແຂວງ ໄດ້ໜູນຊ່ວຍອ​ຸ​ປະ​ກອນ​ການ​ແພດ​ໃຫ້ກອງບັນຊາການທະຫານ ແລະ ກຳລັງປ້ອງກັນຄວາມສະຫງົບ ແຂວງຄໍາມ່ວນ ແລະ ສະຫວັນນະເຂດ ດ້ວຍມູນຄ່າ 2 ຕື້ດົ່ງ; ປກສ ແຂວງ ໜູນຊ່ວຍວຽກງານປ້ອງກັນຄວາມສະຫງົບ ແຂວງຄໍາມ່ວນ ແລະ ສະຫວັນນະເຂດ ມູນຄ່າປະມານ 400 ລ້ານດົ່ງ; ຄະນະ​ຊາວ​ໜຸ່ມ​ແຂວງ ກວາງ​ບິ່ງ ​ໄດ້​ໜູນ​ຊ່ວຍ​ຄະນະ​ຊາວ​ໜຸ່ມ​ແຂວງ​ຄຳ​ມ່ວນ ດ້ວຍວັດຖຸ​ອຸປະກອນ​ທີ່​ມີມູນ​ຄ່າ 300 ລ້ານ​ດົ່ງ; ເມືອງ​ໂບ​ແຈັກ ​ໄດ້​ໜູນ​ຊ່ວຍ​​ອຳ​ນາດ​ການ​ປົກ​ຄ້ອງ, ປະຊາຊົນ​ກຸ່ມ​ບ້ານໜອງ​ມ້າ ​ແລະ ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ຄຳ​ມ່ວນ ດ້ວຍ​ວັດຖຸ​ອຸປະກອນ​ທີ່​ມີມູນ​ຄ່າ 235 ລ້ານ​ດົ່ງ.

ວັນ​ທີ 11 ຕຸລາ 2021, ​ແຂວງ​ກວາງ​ບິ່ງ ​ໄດ້​ສົ່ງ​ຄະນະ​ຜູ້​ແທນ 11 ທ່ານ ​ພ້ອມ​ດ້ວຍ​ເຄື່ອງ​ກວດ​ພະຍາດ Covid-19, ຕູ້​ປອດ​ໄພ​ຊີວະ​ພາບ​ລະດັບ 2, ຜະລິດ​ຕະພັນ​ຊີວະ​ພາບ, ​ເຄື່ອງ​ອຸປະກອນ​ການ​ແພດ​ໄປ​ຊ່ວຍ​ແຂວງ​ຄຳ​ມ່ວນ​ ​ເພື່ອ​ແນ​ໃສ່​ກວດ​ພົບ ​ແລະ ​ແຍກຕ​ົວ​ຜູ້​ຕິດ​ເຊື້ອພະຍາດ​ໂຄ​ວິດ-19 ອອກຈາກຊຸມຊົນ, ປະກອບສ່ວນເຂົ້າໃນການຈໍາກັດການແຜ່ລະ​ບາດ ແລະ ມຸ່ງ​ໄປ​ເຖິງ​ການການຄວບຄຸມໂລກພະຍາດ.

ຍອດ​ມູນ​ຄ່າ​ການ​ໜູນ​ຊ່ວຍ​ຄັ້ງ​ນີ້​ຂອງ​ແຂວງ ກວາງ​ບິ່ງ ແມ່ນ 2,7 ຕື້​ດົ່ງ. ​ໃນ​ໄລຍະເຮັດ​ວຽກ​ມາ​ເປັນ​ເວ​ລາ 15 ວັນ, ຄະນະ​ຜູ້​ແທນ​ໄດ້​ວິ​ໄຈ​ຫາ​ເຊື້ອ​ທັງ​ໝົດ 6.701 ຕົວຢ່າງ, ​ໄດ້ກວດ​ພົບ​ຜູ້​ຕິດ​ເຊື້ອ 738 ກໍລະນີ.

ຄຽງ​ຄູ່​ກັບ​ການ​ໜູນ​ຊ່ວຍ​ຝ່າຍ​ເພື່ອນ​ປະ​ຕິ​ບັດ​ການ​ວິ​ໄຈ​ຫາ​ເຊື້ອ, ຄະນະ​ຜູ້​ແທນ​ຍັງ​ໄດ້​ແບ່ງປັນບົດ​ຮຽນ​ປະສົບ​ການ​ໃນ​ວຽກ​ງານ​ເອົາ​ຕົວ​ຢ່າງ​ຫາ​ເຊື້ອ, ກວດວິເຄາະ ​ແລະ ຊອກ​ຫາ​ຜູ້​ຕິດ​ເຊື້ອ ເຊິ່ງ​ແຂວງ​ໄດ້​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19.

ປະຫວັດສາດ​ແຫ່ງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ​ແລະ ລາວ ຍາມ​ໃດ​ກໍ່​ພິສູດ​ໃຫ້​ເຫັນ​ວ່າ ຍິ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກລຳ​ບາກເທົ່າໃດ, ນ້ຳ​ໃຈ​ສາມັກຄີ, ຄວາມ​ສະ​ໜິດ​ຕ​ິດ​ພັນ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຍິ່ງໝັ້ນ​ແກ່ນເທົ່ານັ້ນ.

ການ​ຮ່ວມ​ມື, ​ແບ່ງປັນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ພ້ອມ​ກັນ​ຕ້ານ​ພະຍາດ​ລະບາດ​ໃນ​ໄລຍະ​ປະຈຸ​ບັນ ອີກເທື່ອໜຶ່ງ ​ໄດ້​ຢືນຢັນ​ຄວາມ​ສາມັກຄີ, ມິດຕະພາບ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ​ແຂວງ ກວາງ​ບິ່ງ ກັບ​ບັນ​ດາ​ແຂວງ​ຂອງ​ປະ​ເທດ​ລາວ ເວົ້າ​ສະ​ເພາະ​ ຈະ​ໝັ້ນຄົງ​ທະ​ນົງ​ແກ່ນໄປ​ຊົ່ວ​ກາ​ລະ​ນານ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.