ໂທລະເລກອວຍພອນວັນຊາດ ສ.ປ.ປ ລາວ | |
ເພີ່ມທະວີການຮ່ວມມືພົວພັນແລກປ່ຽນປະຊາຊົນ ກັບ ນະຄອນ St.Petersburg (ລັດເຊຍ) |
![]() |
ພິທີຕ້ອນຮັບ (ພາບ: TTXVN) |
ເມື່ອແລກປ່ຽນກັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ ສປປ.ລາວ ປະຈຳ ໂຮ່ຈີມິນ, ທ່ານ ຫງວຽນໂຮ່ຫ໋າຍ ໄດ້ແບ່ງປັນສະພາບການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ, ຢັ້ງຢືນວ່າ ຍາມໃດນະຄອນກໍ່ພ້ອມແລ້ວທີ່ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຮັດໃຫ້ການພົວພັນກັບບັນດາທ້ອງຖິ່ນຂອງ ລາວ ມີຄວາມເລິກເຊິ່ງ ແລະ ສະໜິດແໜ້ນກ່ວາເກົ່າ, ປະກອບສ່ວນປັບປຸງ ແລະ ພັດທະນາ ການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ສ່ວນທ່ານນາງ ພິມພາ ແກ້ວມີໄຊ ກໍ່ຢືນຢັນວ່າ ໃນໄລຍະຈະມາເຖິງ ພິເສດໃນປີ 2022, ເປັນປີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄອບຮອບ 60 ປີ (1962 - 2022), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຫວຽດນາມ - ລາວຄົບຮອບ 45 ປີ (1977 - 2022), ພັກ, ລັດ ແລະ ປະຊາຊົນ ລາວເວົ້າລວມ, ສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ເວົ້າສະເພາະ ຈະຍູ້ແຮງການເຄື່ອນໄຫວການພົວພັນຕ່າງປະເທດ, ຮ່ວມມືແລກປ່ຽນກັບຫວຽດນາມ ໃຫ້ຫຼາຍກ່ວາອີກໃນນັ້ນມີນະຄອນໂຮ່ຈີມິນ, ໃນຫຼາຍຂົງເຂດ, ສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານ ລາວ ຫວຽດນາມ.
vovworld.vn