“ການຮ່ວມມືດ້ານທຸລະກິດ ມີບົດບາດສຳຄັນໃນການພົບປະແລກປ່ຽນລະຫວ່າງຫວຽດນາມ ແລະ ມຽນມາ”

15:56 | 15/05/2024

ຍສໝ - ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Thet Win, ປະທານ​ສະມາຄົມ​ມິດຕະພາບ​ມຽນມາ - ຫວຽດນາມ ​ໃນ​ການ​ເຮັດ​ວຽກ​ກັບ​ທ່ານຝ່ານແອັງເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ​ໃນ​ຕອນ​ເຊົ້າ​ວັນ​ທີ 13 ພຶດສະພາ ຢູ່ ຮ່າ​ໂນ້ຍ.

ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ ໄທຂະຫຍາຍເວລາພັກເຊົາໃຫ້ຄົນງານຕ່າງດ້າວຈາກມຽນມາ, ລາວ, ກຳປູເຈຍ ແລະ ຫວຽດນາມ
ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາ ປັບປຸງຄະນະລັດຖະບານ ຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາ ປັບປຸງຄະນະລັດຖະບານ

ທ່ານ Thet Win ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຜະລິດ​ຕະພັນ​ຂອງ​ຫວຽດນາມ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຕະຫຼາດ​ມຽນມາ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ມຽນ​ມາ ມີ​ຄວາມ​ສາ​ມາດ​ຮ່ວມ​ມື​ຫລາຍ​ຢ່າງ. ສະ​ນັ້ນ, ​ໃນ​ຄະນະ​ເຮັດ​ວຽກ​ຂອງ​ສະມາຄົມ​ມິດຕະພາບ​ມຽນມາ - ຫວຽດນາມ ​ໄດ້​ມີ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຫຼາຍ​ດ້ານ​ຄື: ການ​ຢາ, ຜະລິດ​ຕະພັນ​ກະ​ເສດ, ກາ​ເຟ, ການທ່ອງທ່ຽວ, ພະລັງງານ, ພື້ນຖານ​ໂຄງ​ລ່າງ, ບຳລຸງ​ສ້າງ​ບຸກຄະລາ​ກອນ... ບັນດາ​ວິ​ສາ​ຫະກິດ ມຽນມາ ປາດ​ຖະໜາ​ຢາກ​ເຊື່ອມ​ໂຍງ,. ຮຽນ​ຮູ້​ຈາກ​ປະ​ສົບ​ການ, ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ.

ຕາມ​ທ່ານ Thet Win ແລ້ວ, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ມຽນມາ. ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ພາຍ​ໃນ​ປະ​ເທດ, ປີ 2024, ສະມາຄົມ​ມິດຕະພາບ​ມຽນມາ - ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ.

ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແລະ ມຽນມາ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ. ​ໃນ​ຫຼາຍ​ປີຜ່ານມາ, ຫວຽດນາມ ​ໄດ້​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ມຽນມາ, ​ໃນ​ຂະນະ​ທີ່​ເຄົາລົບ​ຫຼັກການ​ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ​ແລະ​ກັນ. ປະຈຸ​ບັນ, ມີ​ວິ​ສາ​ຫະກິດ​ໃຫຍ່​ຂອງ​ຫວຽດນາມ ​ໄປ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ມຽນມາ ​ເຊັ່ນ: ກຸ່ມ​ບໍລິສັດ​ໄປສະນີ ​ໂທລະ​ຄົມມະນາຄົມ ຫວຽດນາມ (VNPT), ກຸ່ມ​ບໍລິສັດ​ອຸດສາຫະກຳ ​ແລະ ​ໂທລະ​ຄົມ​ທະຫານ (Viettel), ກຸ່ມ​ບໍລິສັດ​ຫຸ້ນ​ສ່ວນ ​ເຈືອງ​ຫາຍ (Thaco)…

“ການຮ່ວມມືດ້ານທຸລະກິດ ມີບົດບາດສຳຄັນໃນການພົບປະແລກປ່ຽນລະຫວ່າງຫວຽດນາມ ແລະ ມຽນມາ”

ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (ຂວາ) ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Thet Win, ປະທານ​ສະມາຄົມ​ມິດຕະພາບ​ມຽນມາ - ຫວຽດນາມ.

ທ່ານ ຟານ​ແອງ​ເຊີນ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ​ສອງ​ປະ​ເທດ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ - ມຽນມາ ສືບ​ຕໍ່​ຮັກສາ​ການ​ຮ່ວມ​ມື, ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ໜູນ​ຊ່ວຍ​ສະມາຄົມ​ມິດຕະພາບ ມຽນມາ - ຫວຽດນາມ ​ໃນ​ການຈັດ​ຕັ້ງ​ບັນດາ​ຄະນະ​ເຮັດ​ວຽກ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ມຽນມາ ​ແລະ ສະມາຄົມ​ມິດຕະພາບ​ມຽນມາ - ຫວຽດນາມ ​ໄດ້​ດຳ​ເນີນ​ການ​ເຈລະຈາ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຈູໂກງຟູ້ງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ມຽນມາ ຖື​ວ່າ: ນັບ​ແຕ່​ໂລກ​ລະບາດ​ໂຄ​ວິດ-19, ການ​ຮ່ວມ​ມື​ດ້ານ​ເສດຖະກິດ ຫວຽດນາມ - ມຽນມາ ສືບ​ຕໍ່​ພັດທະນາ. ໄລ່​ຮອດ​ທ້າຍ​ປີ 2023, ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຫວຽດ​ນາມ ຢູ່ ມຽນ​ມາ ບັນ​ລຸ 2,247 ຕື້ USD, ດ້ວຍ 34 ໂຄງ​ການ. ຫວຽດນາມ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ 7 ຂອງ​ມຽນມາ. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2023 ຈະ​ບັນ​ລຸ 688 ລ້ານ USD. ຫວຽດນາມ ຢືນອັນ​ດັບ​ທີ 5 ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ ກ່ຽວ​ກັບ​ການ​ພົວ​ພັນ​ການ​ຄ້າ​ກັບ ມຽນ​ມາ.

ທ່ານ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ມຽນມາ ປາດ​ຖະໜາ​ວ່າ ການບິນ​ລະຫວ່າງ ຫວຽດນາມ - ມຽນມາ ຈະ​ເລີ່​ມດຳ​ເນີນ​ໂດຍ​ໄວ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ການ​ຄ້າ. ທ່ານ Chu Cong Phung ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຢູ່ ມຽນມາ; ພ້ອມ​ກັນ​ນັ້ນ, ຍິນ​ດີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ມຽນມາ​ມາ​ຢ້ຽມຢາມ ​ແລະ ຮ່ວມ​ມື​ກັບ​ຫວຽດນາມ ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

“ການຮ່ວມມືດ້ານທຸລະກິດ ມີບົດບາດສຳຄັນໃນການພົບປະແລກປ່ຽນລະຫວ່າງຫວຽດນາມ ແລະ ມຽນມາ”

ພິທີ​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ບໍລິສັດ​ຫຸ້ນ​ສ່ວນ​ການ​ຢາ​ນ້ຳຮ່າ ​ແລະ ບໍລິສັດ FAME ອຸດສາຫະກຳ​ການ​ຢາ ຈຳກັດ.

ຕາມ​ທ່ານ Thet Win, ປະທານ​ສະມາຄົມ​ມິດຕະພາບ​ມຽນມາ - ຫວຽດນາມ ​ແລ້ວ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ວິ​ສາ​ຫະກິດ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ພັດທະນາ​ຢ່າງ​ຕັ້ງໜ້າ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ສະ​ນັ້ນ, ວິ​ສາ​ຫະ​ກິດ​ມຽນ​ມາ​ຢາກ​ຮ່ຳ​ຮຽນ​ຈາກ​ປະ​ສົບ​ການ ແລະ ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ.

ທີ່​ເຫດການ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ມຽນມາ ​ໄດ້​ພົບ​ປະ, ​ເຊື່ອມ​ໂຍງ, ​ແລກປ່ຽນ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ໃນ​ການ​ຮ່ວມ​ມື.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.