ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ
ຍສໝ - ເນື່ອງໃນໂອກາດນີ້, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນອີກເທື່ອໜຶ່ງອະທິປະໄຕ ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ
ຍສໝ - ເນື່ອງໃນໂອກາດນີ້, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນອີກເທື່ອໜຶ່ງອະທິປະໄຕ ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ
ຍສໝ - ໃນວັນທີ 23 ກັນຍາ, ຄ້າຍທະຫານຊາຍແດນເຮື໊ອງເລິບ (ທະຫານຊາຍແດນແຂວງກວ໋າງຈິ) ໄດ້ຈັດຕັ້ງລາຍການ “ເຍົາວະຊົນ ຫວຽດນາມ-ລາວ ຫຼິ້ນບຸນໄຫວ້ພະຈັນຢູ່ເຂດຊາຍແດນ ຄັ້ງທີ 2” ໃຫ້ຊາວໜຸ່ມ, ເຍົາວະຊົນອະນຸຊົນໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນຕາແສງເຮື໊ອງເລິບ, ເຮື໊ອງຫວຽດ (ເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ) ແລະໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນບ້ານອາເວຍ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ.
ຫວຽດນາມ ແລະ ລາວ ເພີ່ມທະວີ ການຮ່ວມມື ລະຫວ່າງ ກຳລັງປ້ອງກັນຊາຍແດນ
ຍສໝ - ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນວີງ, ກອງບັນຊາການທະຫານຊາຍແດນ ແຂວງ ເຫງ້ອານ ໄດ້ຈັດພິທີເປີດຊຸດເຝິກອົບຮົມວຽກງານຄຸ້ມຄອງຊາຍແດນໃຫ້ແກ່ພະນັກງານ 40 ຄົນສັງກັດກອງບັນຊາການທະຫານແຂວງຊຽງຂວາງ ແລະ ແຂວງຫົວພັນ, ສປປ ລາວ.
ຍສໝ - ວັນທີ 17 ກັນຍານີ້, ກອງບັນຊາການທະຫານປ້ອງກັນປະເທດແຂວງໄດ້ສົມທົບກັບພະແນກສຶກສາ ແລະ ບຳລຸງສ້າງເມືອງ ອາເລຶອຍ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍນັກຮຽນມີຜົນງານດີເດັ່ນພາຍໃຕ້ໂຄງການ “ນັກຮົບທະຫານຊ່ວຍເຫຼືອເດັກນ້ອຍເຂົ້າໂຮງຮຽນ" ສໍາລັບສົກຮຽນ 2022-2023.
ຍສໝ - ວັນທີ 15 ກັນຍາ, ຄະນະເສດຖະກິດ-ປ້ອງກັນຊາດ 92 (ກອງ 92), ທະຫານເຂດ 4 ໄດ້ຈັດຕັ້ງການໜູນຊ່ວຍງົວ - ຄວາຍ ແນວພັນ ໃຫ້ແກ່ປະຊາຊົນເຂດຊາຍແດນຢູ່ເຫ້ວ. ນີ້ບໍ່ພຽງແຕ່ເປັນຊັບສົມບັດອັນໃຫຍ່ຫຼວງ ແລະ ລ້ຳຄ່າຂອງປະຊາຊົນເທົ່ານັ້ນ, ຫາກຍັງເປັນພາຫະນະມນການຫາລ້ຽງຊີບ ແລະ ແຫຼ່ງທຶນໃຫ້ແກ່ຄອບຄົວພັດທະນາເສດຖະກິດອີກດ້ວຍ.
ຍສໝ - ລາວ ແລະ ໄທ ໄດ້ສົນທະນາແຜນການສ້າງທາງດ່ວນຈາກເມືອງໄກສອນພົມວິຫານ, ແຂວງສະຫວັນະເຂດ, ພາກກາງຂອງລາວ, ໄປເຖິງດ່ານຊາຍແດນລາວບາວ ຂອງຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 12 ກັນຍາ, ວິທະຍາຄານປ້ອງກັນຊາຍແດນໄດ້ເປີດຊຸດຝຶກອົບຮົມການບັນຊາການ - ທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ປີ 2023. ພັນເອກ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນຊວນບັກ, ຮອງອຳນວຍການ, ຜູ້ຮັບຜິດຊອບອຳນວຍການວິທະຍາຄານປ້ອງກັນຊາຍແດນ ເປັນປະທານເປີດພິທີ.
ຍສໝ - ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນເຂດຍຸດທະສາດ, ແຕ່ຍັງ ເປັນເຂດເພື່ອຄວາມຢູ່ລອດ (ການພັດທະນາ ແລະ ຄວາມໝັ້ນຄົງ) ຂອງບັນດາປະເທດ ASEAN ເທົ່ານັ້ນ, ແຕ່ຍັງເປັນ ເສັ້ນທາງເສດຖະກິດທີ່ສຳຄັນ ແລະ ແມ່ນເສັ້ນທາງຂົນສົ່ງ “ສາຍເລືອດ” ຂອງພາກພື້ນອາຊີ - ປາຊີຟິກ ແລະ ຂອງໂລກ ອີກດ້ວຍ.
ຍສໝ - ການພົບປະເຈລະຈາໄດ້ຈັດຕັ້ງເພື່ອຕີລາຄາໝາກຜົນວຽກງານການສົມທົບກັນລະຫວ່າງກອງບັນຊາການທະຫານແຂວງຊຽງຂວາງ, ຫົວພັນ, ບໍລິຄຳໄຊ (ລາວ) ແລະ ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ເຫງ້ອ່ານ (ຫວຽດນາມ) ໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳໃນໄລຍະຜ່ານມາ; ເປັນເອກະພາບກ່ຽວກັບເນື້ອໃນການປະສານສົມທົບວຽກງານໃນຕໍ່ໜ້າ.
ຍສໝ - ບັນດາກຳລັງປະກອບອາວຸດແຂວງ ຮ່າຕິ້ງ ແລະ ລາວ ໄດ້ຍູ້ແຮງການຕໍ່ສູ້ຕ້ານການກໍ່ການຮ້າຍຂອງບັນດາອິດທິກຳລັງປໍລະປັກ, ສະກັດກັ້ນບັນດາກົນອຸບາຍທຳລາຍຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ.
ຍສໝ - “ເຂດປະມົງ ຫາປາເກືອບໝົດກ້ຽງ, ຄ່າໃຊ້ຈ່າຍໃນການເດີນທະເລແຕ່ລະຄັ້ງກໍ່ເພີ່ມຂຶ້ນ… ສົ່ງຜົນໃຫ້ແຮງງານປະມົງມີລາຍຮັບຕ່ຳ. ສິ່ງດັ່ງກ່າວເຮັດໃຫ້ອາຊີບທາງທະເລບໍ່ດຶງດູດຊາວໜຸ່ມ, ມີແຕ່ຜູ້ອາຍຸ 35 – 60 ປີທີ່ຕິດພັນກັບກ່ຳປັ່ນ ແລະ ທະເລ’’. ນັ້ນແມ່ນຄວາມຄິດເຫັນຂອງຊາວອອກທະເລຫຼາຍຄົນຢູ່ໝູ່ບ້ານຫາປາຕາແສງຕາມກວາງ, ເມືອງນູ້ຍແທງ, ແຂວງກວາງນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນຫວຽດນາມ ປະກາດໃຊ້ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ແລະ ຄົບຮອບ 10 ປີ ກົດໝາຍວ່າດ້ວຍທະເລຫວຽດນາມ ມີຜົນສັກສິດ, ກະຊວງການຕ່າງປະເທດ ສົມທົບກັບຄະນະຜູ້ແທນ Wallonie – Bruxelles (ແບນຊິກ) ຈັດຕັ້ງກອງປະຊຸມສາກົນ “ກົດໝາຍ. ກ່ຽວກັບເຂດຊາຍແດນ: ຄຸນຄ່າແລະການນຳໃຊ້ຕົວຈິງ”, ວັນທີ 7/9/2023, ຢູ່ໂຮງແຮມ du Parc ຮ່າໂນ້ຍ.
ຍສໝ - ໃນວັນທີ 2 ກັນຍາ, ບັນດາກົມກອງທະຫານປ້ອງກັນຊາຍແດນແຂວງ ດັກລັກ ໄດ້ສົມທົບກັນ ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ປະເທດ ສສ ຫວຽດນາມ ຄົບຮອບ 78 ປີ (2/9/1945 – 2/9/2023).
ຍສໝ - ກຸ່ມແຂ່ງຂັນວຽກງານການເມືອງພາຍໃນແຂວງ ເທື່ອທຽນເຫ້ວ ຫາກໍ່ສົມທົບກັບກອງບັນຊາການປ້ອງກັນຊາຍແດນແຂວງ ເທື່ອທຽນເຫ້ວ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຢູ່ບັນດາໝູ່ບ້ານຢູ່ເຂດຊາຍແດນຫວຽດນາມ - ລາວ.
ຍສໝ - ໃນວັນທີ 1 ກັນຍາ, ຄ້າຍທະຫານຊາຍແດນ ຫງອກເລີມ, ກອງບັນຊາການທະຫານຊາຍແດນແຂວງເງະອານ (ຫວຽດນາມ) ແລະກອງຮ້ອຍຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ (ລາວ) ໄດ້ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ເປັນປະທານກອງປະຊຸມທາງໄກ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຢ່າງຜິດດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)
ຍສໝ - ຕອນເຊົ້າວັນທີ 19 ສິງຫາ, ຢູ່ສວນສາທາລະນະໃຈກາງນະຄອນ ກວາງຫງາຍ, ກອງບັນຊາການທະຫານເຮືອເຂດ 3 ໄດ້ສົມທົບກັບສະມາຄົມວັນນະຄະດີສິລະປະຂອງແຂວງກວາງຫງາຍ ຈັດຕັ້ງພິທີໄຂງານວາງສະແດງຮູບພາບດ້ວຍຫົວຂໍ້ “ຮ່ວາງຊາ-ເຈື່ອງຊາ ຢູ່ໃນໃຈກາງແຂວງກວາງຫງາຍ”.
ຍສໝ - ວັນທີ 10 ສິງຫາ, ກອງບັນຊາການທະຫານເຮືອເຂດ 4 ໄດ້ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບິ່ງທ້ວນ, ບັນດາຄະນະ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຕັ້ງລາຍການ “ກອງທັບເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ” ຢູ່ທ່າກຳປັ່ນຫາປາ ເຟື່ອກໂຮ້ຍ, ຕາແສງ ເຟື່ອກໂຮ້ຍ, ເທດສະບານ ລາຢີ່, ແຂວງ ບິ່ງທ້ວນ.
ຍສໝ - ຕາມກະຊວງຖະແຫຼງຂ່າວ ແລະ ສື່ສານ ອິນໂດເນເຊຍ ແລ້ວ, ກອງປະຊຸມສຸດຍອດສະມາຄົມປະຊາຊາດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຄັ້ງທີ 43 ແລະ ບັນດາກອງປະຊຸມກ່ຽວຂ້ອງຈະດຳເນີນແຕ່ວັນທີ 5 – 7 ກັນຍາ, ໂດຍສຸມໃສ່ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງອາຊຽນ ແລະ ບັນດາບັນຫາສຳຄັນ, ໃນນັ້ນມີທະເລຕາເວັນອອກ.
ຍສໝ-ຕັ້ງແຕ່ຕອນຍັງນ້ອຍ, ທຸກໆຄັ້ງທີ່ເຫັນອ໋າວຢ່າຍທີ່ສາຍຢູ່ໂທລະທັດ, ຂ້າພະເຈົ້າສະຫຼອກກອກຢາກຮູ້ຢາກເຫັນຊຸດອາພອນທີ່ມາຈາກຫວຽດນາມນີ້. ສຳລັບຂ້າພະເຈົ້າແລ້ວ, ອ໋າວຢ່າຍມີຄວາມດຶງດູດພິເສດ ເພາະເຖິງວ່າໃນເວລານຸ່ງຈະມີລັກສະນະແບບມິດຊິດ, ແຕ່ມັນຍັງເຫັນຈຸດເຊັກຊີ່ຂອງແມ່ຍິງ.
ຍສໝ-ຫຼານມີພໍ່ລ້ຽງຢູ່ປ້ອມຊາຍແດນລາໄລ ຫວຽດນາມ. ໃນ 2-3 ປີຜ່ານມາ, ຫຼານໄດ້ໄປໂຮງຮຽນ ແລະ ມີຜົນການເສັງດີຄືແນວນີ້ ກໍຍ້ອນວ່າມີການຊ່ວຍເຫຼືອຫຼາຍຢ່າງຈາກພໍ່ລ້ຽງ.
ຍສໝ-ຢູ່ໃນຫ້ອງການຂອງຂ້າພະເຈົ້າທີ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຫ້ອຍຮູບຖ່າຍໜຶ່ງທີ່ສະຫງ່າຜ່າເຜີຍເຊິ່ງເປັນຮູບຖ່າຍຂ້າພະເຈົ້າກັບທ່ານພົນເອກ ຫວໍງວຽນຢາບ. ຮູບຖ່າຍອັນລ້ຳຄ່ານີ້ມີຂະໜາດ 25x30 ຊັງຕີແມັດ, ຖືກຕົກສີໜ້ອຍໜຶ່ງ ແລະ ມີອາຍຸ 14 ປີແລ້ວ, ແຕ່ລະມື້ທີ່ເຮັດວຽກ ຂ້າພະເຈົ້າຍັງຫຼຽວເບິ່ງ ແລະ ຮູ້ສຶກເອກອ້າງທະນົງໃຈຫຼາຍ. ວັນທີ່ໄດ້ກັບເມືອບ້ານເກີດ, ວັນເສຍຊີວິດ ແລະ ວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍງວຽນຢາບ, ເບິ່ງຮູບຖ່າຍນີ້ແລ້ວ, ຂ້າພະເຈົ້າພັດຮູ້ສຶກສະເທືອນໃຈ ແລະ ຕື້ນຕັນໃຈຫຼາຍ.
ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946
ຍສໝ-ເປັນເວລາ 10 ກວ່າປີແລ້ວ, ໜ້າໄມ້ຂອງທ່ານແກ້ວ - ຜູ້ນຳໜ້າຂອງການລຸກຮື້ຂຶ້ນຕໍ່ສູ້ຕ້ານຝຣັ່ງ ຢູ່ລາວໃນຕົ້ນຊຸມປີ 1900 ໄດ້ແຂວນໄວ້ຢ່າງສະຫງ່າຜ່າເຜີຍ ຢູ່ໃນຫ້ອງເຮັດວຽກຂອງຂ້າພະເຈົ້າ.
ຍສໝ - ກ່ອນແລະຫຼັງ ເປັນໜຶ່ງ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບຫຼັກການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຕິບັດຕາມກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS 1982).
ຍສໝ - ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນ, ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ ແລະ ບໍ່ໃຫ້ເກີດມີການກະທຳທີ່ຄ້າຍຄືກັນອີກ.
ຍສໝ - ຕອນບ່າຍວັນທີ 2 ສິງຫາ, ຢູ່ກອງພັນຝຶກອົບຮົມ - ເຄື່ອນທີ່ພິເສດ, ກອງບັນຊາການທະຫານປ້ອງກັນຊາຍແດນ ດ້ຽນບຽນ ໄດ້ຈັດພິທີເປີດຊຸດອົບຮົມວິຊາສະເພາະວຽກງານຊາຍແດນໃຫ້ພະນັກງານຂຶ້ນກັບກອງບັນຊາການທະຫານແຂວງ ຜົ້ງສາລີ, ລາວ 20 ທ່ານ.
ຍສໝ-ໃນຕະຫຼອດໄລຍະ 5 ປີຜ່ານມາ, ເມື່ອໃດຂ້າພະເຈົ້າກໍໄດ້ຖືຜ້າບ່ຽງຕິດຕົວໄປນໍາ ເຊິ່ງເປັນຂອງຂວັນທີ່ ສຸກວັນ - ອະດີດນັກສຶກສາຫ້ອງໄອທີລາວ, ລຸ້ນທີ 52 ຂອງວິທະຍາຄານເຕັກນິກການທະຫານ ມອບໃຫ້. ນັ້ນແມ່ນ "ສາຍເຊືອກ" ພິເສດເພື່ອເຊື່ອມຕໍ່ນໍ້າໃຈ ລະຫວ່າງຄູສອນກັບລູກສິດ ແລະ ກໍເປັນຂອງທີ່ລະນຶກອັນລໍ້າຄ່າໃນຊີວິດຂ້າພະເຈົ້າ.
ຍສໝ - ສືບຕໍ່ການເຄື່ອນໄຫວຂອງໂຄງການແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2, ຕອນບ່າຍວັນທີ 27 ມິຖຸນາ, ຢູ່ນະຄອນ ຮ່າຕິ້ງ, ແຂວງ ຮ່າຕິ້ງ ໄດ້ດຳເນີນການໂອ້ລົມເຈລະຈາ “ນາຍທະຫານປ້ອງກັນຊາຍແດນໜຸ່ມໜຸ່ມ ຫວຽດນາມ - ລາວ ເພີ່ມທະວີການສົມທົບກັນ, ຮ່ວມແຮງຮ່ວມໃຈກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ”.
The document has moved here.