ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ - ໄທ ໄປ ຫວຽດນາມ

00:46 | 16/09/2023

ຍສໝ - ລາວ ແລະ ໄທ ໄດ້ສົນທະນາແຜນການສ້າງທາງດ່ວນຈາກເມືອງໄກສອນພົມວິຫານ, ແຂວງສະຫວັນະເຂດ, ພາກກາງຂອງລາວ, ໄປເຖິງດ່ານຊາຍແດນລາວບາວ ຂອງຫວຽດນາມ.

ສະເໜີຄົ້ນຄວ້າສາຍທາງລົດໄຟເຊື່ອມຕໍ່ ຫວຽດນາມ-ລາວ ສະເໜີຄົ້ນຄວ້າສາຍທາງລົດໄຟເຊື່ອມຕໍ່ ຫວຽດນາມ-ລາວ
ໂຄງ​ການ​ສິ​ລະ​ປະ ​ສ້າງ​ຄືນ​ໃໝ່​ການ​ເດີນ​ທາງ​ຂອງ​ລຸງ​ໂຮ່ ເພື່ອໄປຊອກຫາເສັ້ນທາງກູ້ຊາດ ໂຄງ​ການ​ສິ​ລະ​ປະ ​ສ້າງ​ຄືນ​ໃໝ່​ການ​ເດີນ​ທາງ​ຂອງ​ລຸງ​ໂຮ່ ເພື່ອໄປຊອກຫາເສັ້ນທາງກູ້ຊາດ
ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ -  ໄທ ໄປ ຫວຽດນາມ
ເສັ້ນທາງດ່ວນ ລາວ - ໄທ ໄປຫາ ຫວຽດນາມ

ວັນທີ 23 ສິງຫາ, ສື່ມວນຊົນລາວ ໄດ້ໃຫ້ຂ່າວວ່າ: ບັນດາເຈົ້າໜ້າທີ່ຂອງປະເທດນີ້ ແລະ ໄທ ໄດ້ປຶກສາຫາລືແຜນການທີ່ມີຄວາມເປັນໄປໄດ້ເພື່ອສ້າງເສັ້ນທາງຄວາມໄວສູງຈາກນະຄອນ ໄກສອນ ພົມວິຫານ, ເມືອງເອກຂອງແຂວງ ສະຫວັນນະເຂດ, ທາງພາກກາງ ສປປ ລາວ, ໄປຮອດດ່ານຊາຍແດນ ລາວບ໋າວ ຂອງ ຫວຽດນາມ.

ທ່ານ ແສນສັກ ສຸລິສັກ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ໄດ້ສະເໜີແຜນການກໍ່ສ້າງເສັ້ນທາງຄວາມໄວສູງທີ່ມີຄວາມຍາວ 160 ກມ ດັ່ງກ່າວກັບທ່ານອະດີດລັດຖະມົນຕີພະລັງງານ ໄທ ສິນທິຣັດ ສົນທິຈິລະວົງ. ທ່ານ ສິນທິຣັດ ສົນທິຈິລະວົງ ໃຫ້ຮູ້ຕື່ມອີກວ່າ: ໄປຄຽງຄູ່ກັບການສ້າງເສັ້ນທາງຄວາມໄວສູງດັ່ງກ່າວ, ເລື່ອງລົງທຶນກໍ່ສ້າງໂຮງແຮມ 5 ດາວ ແລະ ສະໜາມ ກ໊ອບ, ການບໍລິການຂົນສົ່ງສາກົນ… ຈະຊ່ວຍຊຸກຍູ້ການພັດທະນາຂອງແຂວງ ສະຫວັນນະເຂດກ່ວາອີກ.

ຕາມອຳນາດການປົກຄອງແຂວງ ສະຫວັນນະເຂດແລ້ວ, ເສັ້ນທາງຄວາມໄວສູງຈະຊຸກຍູ້ການພົວພັນແລກປ່ຽນດ້ານເສດຖະກິດ ຍ້ອນວ່າໃຫ້ແຂວງນີ້ນອນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ ທີເຊື່ອມຕໍ່ກັບເຂດ ອີສານປະເທດ ໄທ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.