ເມືອງນູ້ຍແທງ, ກວາງນາມ: ຜູ້ເຖົ້າອອກໄປທະເລ

10:59 | 08/09/2023

ຍສໝ - “ເຂດປະມົງ ຫາປາເກືອບໝົດກ້ຽງ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນ​ທະ​ເລ​ແຕ່​ລະ​ຄັ້ງ​ກໍ່​ເພີ່ມ​ຂຶ້ນ… ສົ່ງ​ຜົນ​ໃຫ້​ແຮງງານປະ​ມົງມີ​ລາຍ​ຮັບ​ຕ່ຳ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ອາຊີບ​ທາງ​ທະ​ເລ​ບໍ່​ດຶງ​ດູດ​ຊາວ​ໜຸ່ມ, ມີ​ແຕ່​ຜູ້​ອາຍຸ 35 – 60 ປີ​ທີ່ຕິດ​ພັນກັບກ່ຳປັ່ນ ​ແລະ ​ທະ​ເລ’’. ນັ້ນ​ແມ່ນ​ຄວາມ​ຄິດ​ເຫັນ​ຂອງ​ຊາວອອກ​ທະ​ເລ​ຫຼາຍ​ຄົນ​ຢູ່​ໝູ່​ບ້ານ​ຫາ​ປາ​ຕາ​ແສງ​ຕາ​ມກວາງ, ​ເມືອງ​ນູ້ຍ​ແທງ, ​ແຂວງ​ກວາງ​ນາມ.

ພວກ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮອດ​ໝູ່​ບ້ານ​​ທະ​ເລ​ຕາ​ມກວາງ, ເມືອງ​ນູ້ຍ​ແທ່ງ, ແຂວງ​ກວາງ​ນາມ ໃນ​ກາງ​ເດືອນ. ​ເມື່ອ​ດວງ​ຈັນ​ເຕັມ​ດວງ, ຊາວ​ປະມົງ​ໄດ້​ກັບ​ຄືນ​ເມືອ​ບ້ານ​ຫຼັງຈາກ​ການ​ເດີນ​ເຮືອ​ຫາ​ປາ​ຢູ່​ທະ​ເລ. ຢູ່ໃນບັນດາຮ່ອມ, ຊອຍ, ມີສຽງຂອງການແປງເຮືອຈົນແສບຫູ, ສຽງທັກທາຍເຊິ່ງກັນແລະກັນຫຼັງຈາກດົນນານທີ່ບໍ່ໄດ້ພົບກັນ ...

​ໃນ​ເວລາ​ນີ້, ລຸງ ​ເຈີ່ນ​ຮໍ່ (​ບ້ານ​ເຊິມ​ລິງ​ດົງ, ຕາ​ແສງ​ຕາ​ມກວາງ, ​ເມືອງ​ນູ້ຍ​ແທ່ງ, ​ແຂວງ​ກວາງ​ນາມ), ​ເຈົ້າ​ຂອງ​ກ່ຳ​ປັ່ນ QNa 91478 ​ແມ່ນ​ຢູ່​ເຮືອນ​ກັບລູກ​ເມຍ, ຫຼິ້ນກັບຫລານ​ຊາຍ​ອາຍຸ​ປະມານ 2 ປີ. ​ເມື່ອເວົ້າ​ເຖິງ​ເລື່ອງ​ການ​ອອກທະ​ເລ, ຜູ້​ຊາຍ​ທີ່​ຢູ່​ທະ​ເລ​ເປັນ​ເວລາ​ເກືອບ 30 ປີ​ກໍ​ຮູ້ສຶກອ່ອນລ້າ. ຊີ້​ໄປ​ຫາ​ກ່ຳ​ປັ່ນ​ທີ່​ຈອດ​​ໄກໆ, ລຸງ ​ຮໍ່ ​ໄດ້​ກ່າວ​ວ່າ: ຄອບຄົວ​ຂ້າພະ​ເຈົ້າ​ມີ​​ກ່ຳ​ປັ່ນ 2 ລຳ, ​ດີ​ໃຈ​ທີ່​ຍັງ​ມີ​ຄົນ​ງານ 17 ຄົນ​ທີ່​ຈະ​ອອກ​ທະ​ເລ​ໃນ​ບໍ່​ພໍເທົ່າ​ໃດ​ມື້. ບັນດາເຮືອ​ທີ່​ຈອດທຽບທ່າ​ຢູ່​​ນັ້ນ ​ບໍ່​ໄດ້​ອອກ​ຫາປາຢູ່​ທະ​ເລ​ນັບ​ຕັ້ງ​ແຕ່ບຸນປີໃໝ່ມາ. ຄົນອອກທະເລໄດ້ສັນຍາຈະອອກທະເລເມື່ອສະຫຼອງບຸນປີໃໝ່ແລ້ວ, ແຕ່ປານນີ້ ກໍ່ຍັງບໍ່ມາຮັບວຽກ.

ເມືອງນູ້ຍແທງ, ກວາງນາມ: ຜູ້ເຖົ້າອອກໄປທະເລ
ທ່ານ ​ເຈີ່ນ​ຮໍ່ (​ບ້ານ​ເຊິມ​ລິງ​ດົງ, ຕາ​ແສງ​ຕາ​ມກວາງ, ​ເມືອງ​ນູ້ຍ​ແທ່ງ, ​ແຂວງ​ກວາງ​ນາມ), ​ເຈົ້າ​ຂອງ​ກ່ຳ​ປັ່ນ QNa 91478

ຕາມ​ລຸງ ຮໍ່ ​ແລ້ວ, ປະ​ຈຸ​ບັນ, ແຮງງານທີ່ອອກ​ທະ​ເລ​​ຢູ່​ຕາ​ມກວາງ, ເມືອງ​ນຸ້ຍແທງ​ ສ່ວນ​ຫຼາຍລ້ວນ​ແຕ່​ມີ​ອາ​ຍຸສູງ, ພ້ອມກັນນັ້ນ ​ກຳ​ປັ່ນ​ຫຼາຍ​ລຳ​ແມ່ນ​ມີ​ອາ​ຍຸ 45 – 65 ປີ. ໄວໜຸ່ມບໍ່ສົນໃຈທີ່ຈະໄປອອກທະເລອີກ. ຄອບຄົວຂ້າພະເຈົ້າມີລູກຊາຍ 2 ຄົນ ສືບຕໍ່ອາຊີບນີ້, ແຕ່ລູກບໍ່ມັກອາຊີບນີ້ປານໃດ ເພາະການອອກທະເລແມ່ນມີຄວາມສ່ຽງ, ລຳບາກ ແລະ ເງິນເດືອນກໍບໍ່ສູງເທົ່າກັບອາຊີບກຳມະກອນ.

ບໍ່​ພຽງ​ແຕ່​ກຳ​ປັ່ນ​ຂອງ​ລຸງ ຮໍ່, ລຸງ ເຈີ່ນ ເຈີ່ອງ (ບ້ານເຊິ່ມລີ່ງດົງ, ຕາ​ແສງຕາມກວາງ, ເມືອງນູ້ຍເເທງ, ແຂວງ ກວາງນາມ) ກໍ່ມີ​ກຳ​ປັ່ນ 03 ລຳ ກັບ​ກຳ​ມະ​ກອນ​ປະ​ມານ 20 ຄົນ​ກໍ່​ປະ​ສົບ​ກັບ​ສະ​ພາບ​ທີ່ຄ້າຍ​ຄື​ກັນ. ອາຍຸສະເລ່ຍຂອງຜູ້ອອກແຮງງານແມ່ນ 45 ປີ. ລາວກໍ່ມີຄວາມຫຍຸ້ງຍາກໃນການຮັກສາບັນດາແຮງງານທີ່ຕິດພັນກັບອາຊີບນີ້.

ເມືອງນູ້ຍແທງ, ກວາງນາມ: ຜູ້ເຖົ້າອອກໄປທະເລ
ກຳ​ປັ່ນ​ຢູ່​ຕາ​ມກວາງ ​ພວມໄດ້ຮັບ​​ການ​ສ້ອມ​ແປງ.

​ໂດຍ​ເວົ້າ​ເຖິງເຫດຜົນ​ທີ່​ໄວ​ໜຸ່ມ​ບໍ່​ສົນ​ໃຈ​ໄປອອກ​ທະ​ເລອີກແລ້ວນັ້ນ, ​ເຈົ້າ​ຂອງ​ກຳ​ປັ່ນ​ຢູ່​ຕາມ​ກວາງ ​ໃຫ້​ຮູ້​ວ່າ: ​ເຂດ​ຫາ​ປາກໍ່ເກືອບຈະໝົດກ້ຽງ, ລາຄາ​ນ້ຳມັນ​ກໍ່​ສູງ​ ເຮັດ​ໃຫ້​ລາຍ​ຮັບ​ໃນການ​ອອກເຮືອຕ່ຳ. ໃນປັດຈຸບັນ, ບັນດາກຳປັ່ນລ້ວແຕ່ບໍ່ໄດ້ຈ່າາຍເງິນເດືອນໃຫ້ ແຕ່ໃຊ້ວິທີການ "ແບ່ງລາຍຮັບ ປັນຜົນ". ລະອຽດ, ​ຫຼັງ​ຫັກ​ຄ່າ​ໃຊ້​ຈ່າຍໃນການອອກເຮືອ​ແລ້ວ, ເຈົ້າ​ຂອງ​ກຳ​ປັ່ນ​ ແລະ​ ຄົນ​ງານ​ກໍ່​ແບ່ງ​ປັນຜົນ​ກຳ​ໄລ, ​ຖ້າ​ຫາໄດ້​​ຫຼາຍ ​ກໍ່​ໄດ້​ເງິນ​ປັນຜົນຫຼາຍ; ຖ້າຫາໄດ້ໜ້ອຍ ກໍ່ຕ້ອງຍອມຮັບຕົວເລກທີ່ໜ້ອຍ. ປະຈຸ​ບັນ, ສະເລ່ຍຄົນ​ອອກ​ທະ​ເລ ​ໄດ້​ມີ​ລາຍ​ຮັບ​ແຕ່ 6 – 9 ລ້ານ​ດົ່ງ/​ເດືອນ, ດັ່ງ​ນັ້ນ ​ການ​ຮັກສາ​ແຫຼ່ງແຮງງານ​ຢູ່​ທະ​ເລ, ພິ​ເສດ​ແມ່ນ​ຄົນ​ງານ​ທີ່​ຄວາມຊຳນານ​ອອກ​ກຳ​ປັ່ນ​ໄດ້ ​ແມ່ນ​ບັນຫາ​ຫຍຸ້ງຍາກ, ເຮັດໃຫ້ມີ​ກຳ​ປັ່ນ​ຫຼາຍ​ລຳ​ຕ້ອງ​ຈອດ​ເຮືອທຽບທ່າ, ເຄື່ອນໄຫວໄດ້ແຕ່ພໍປະມານ.

ເມືອງນູ້ຍແທງ, ກວາງນາມ: ຜູ້ເຖົ້າອອກໄປທະເລ
ຜູ້ເຖົ້າໄປອອກທະເລ

“ເຖິງວ່າຂ້າພະເຈົ້າເປັນເຈົ້າຂອງກຳປັ່ນມາໄດ້ 20 ກວ່າປີແລ້ວ, ແຕ່ລາຍຮັບຂອງຂ້າພະເຈົ້າກໍ່ບໍ່ຫຼາຍ, ປະມານ 60 ລ້ານດົງ/ປີ, ຍັງບໍ່ໄດ້ເວົ້າເຖິງວ່ານີ້ ແມ່ນວຽກທີ່ຫຍຸ້ງຍາກລຳບາກ ແລະ ອັນຕະລາຍ. ​ແຕ່​ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ຕິດ​ພັນ​ກັບ​ທະ​ເລ​ມາ​ແຕ່​ດົນ​ນານ, ພວກ​ຂ້າພະ​ເຈົ້າ​ຢາກ​ໃຫ້​ລູກ​ຫຼານ​ມີ​ອາຊີບສືບທອດດັ້ງເດີມ​ຂອງ​ບັນພະບຸລຸດ, ດັ່ງ​ນັ້ນ ​ພວກ​ເຮົາ​ຕ້ອງ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ. ດຽວນີ້, ດ້ວຍລາຍຮັບທີ່ບໍ່ສູງເທົ່າກັບເປັນກຳມະກອນ, ເຮັດວຽກຢູ່ຫ່າງຈາກບ້ານພຽງແຕ່ສອງສາມກິໂລແມັດ, ສະນັ້ນ ໄວໜຸ່ມກໍ່ບໍ່ສົນໃຈທີ່ຈະອອກໄປທະເລອີກຕໍ່ໄປ,” ທ່ານ ຮໍ່ ກ່າວ.

ຕາມ​ຜູ້​ທີ່​ມີ​ປະສົບ​ການ​ຢູ່​ທະ​ເລ​ແລ້ວ, ການທີ່ຜູ້​ເຖົ້າ​​ໄປ​ອອກທະ​ເລ​ຈະ​ເຮັດ​ໃຫ້​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ​ໃນ​ການ​ເຮັດ​ວຽກ, ​ເຂົາ​ເຈົ້າ​ມີ​ປະສົບ​ການ​ໃນ​ການ​ຫາ​ປາ ​ແຕ່ບໍ່ມີແຮງ​ທີ່​ຈະ​ເຮັດ​ວຽກ​ໜັກ.

ບັນຫາຍາກ ທີ່ບໍ່ໄດ້ຮັບການແກ້ໄຂ

ຕາມ​ທ່ານ ຟານ​ວີ່ງ​ຕ໋ຽນ, ເລ​ຂາ​ຄະ​ນະ​ພັກ​ຕາ​ແສງ ຕາ​ມກວາງ ​ແລ້ວ: ຕາ​ແສງ ຕາ​ມກວາງ ແມ່ນ​ຕາ​ແສງ​ມີ​ພົນ​ລະ​ເມືອງ​ຫລາຍ​ກວ່າ​ໝູ່​ຢູ່​ເມືອງ ນູ້ຍແທງ ດ້ວຍ​ພົນ​ລະ​ເມືອງກວ່າ 13.000 ຄົນ, ໃນ​ນັ້ນ 70% ດຳ​ລົງ​ຊີ​ວິດ​ດ້ວຍ​ການ​ຫາ​ປາ. ຕາ​ແສງ​ມີ 342 ພາຫະນະ​ຫາ​ປາ​ຢູ່​ທະ​ເລ; 206 ພາຫະນະ 90 CV ຂຶ້ນໄປ. ​ເພື່ອ​ໜູນ​ຊ່ວຍ​ຊາວ​ປະມົງ​ອອກໄປ​ທະ​ເລ, ​ໃນ​ໄລຍະ​ຜ່ານ​ມາ, ຕາ​ແສງຕາ​ມກວາງ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ, ຫົວໜ່ວຍ​ໂຄສະນາ​​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ກົດໝາຍ​ວ່າດ້ວຍທະ​ເລ, ໜູນ​ຊ່ວຍດ້ານພາຫະນະ, ຂໍ້​ມູນ​ຂ່າວສານ ​ແລະ ອຸປະກອນ…

“ພິເສດ, ຕາມຂໍ້ຕົກລົງເລກທີ 48/2010/QD-TTg ຂອງນາຍົກລັດຖະມົນຕີ ກ່ຽວກັບບາງນະໂຍບາຍສົ່ງເສີມ ແລະ ໜູນຊ່ວຍການຂຸດຄົ້ນ, ລ້ຽງປູກສິນທະເລ ແລະ ການບໍລິການຂຸດຄົ້ນສິນທະເລຢູ່ເຂດທະເລຫ່າງໄກສອກຫຼີກ, ໜູນຊ່ວຍລົງທຶນໃຫ້ສຳລັບຊາວປະມົງ, ເຮືອຫຼາຍລຳໃນຕາ​ແສງ ຕາມກວາງ ກໍ່ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ນະ​ໂຍ​ບາຍ​ນີ້. ນີ້​ແມ່ນກຳລັງຜັກດັນໃຫຍ່​ເພື່ອ​ໃຫ້​ປະຊາຊົນ​ອຸ່ນອຽນໃຈອອກໄປນອກຊາຍຝັ່ງເພື່ອຫາປາ. ນອກ​ນີ້, ຕາ​ແສງ​ຍັງ​ໄດ້​ເປີດ​ຊຸດຝຶກ​ອົບຮົມ​ວິຊາ​ການຫຼາຍຄັ້ງ ​ກ່ຽວ​ກັບ​ເຕັກນິກ​ການ​ຫາ​ປາ​ທະ​ເລ, ວິທີເອືອບປາ, ກະກຽມ​ຜະລິດ​ຕະພັນ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ, ສ້າງ​ເງື່ອນ​ໄຂ​ຮັບປະກັນ​ລາຄາ​ສົ້ນອອກ”, ທ່ານ​ຕ້ຽນ ​ເນັ້ນ​ໜັກ.

ເມືອງນູ້ຍແທງ, ກວາງນາມ: ຜູ້ເຖົ້າອອກໄປທະເລ
ກິດ​ຈະ​ກຳ​ສ້ອມ​ແປງ​ກຳ​ປັ່ນ​ຢູ່​ຕາ​ແສງ ຕາມກວາງ.

ຕາມ​ທ່ານ ​ຕ້ຽນ ​ແລ້ວ, ກ່ຽວ​ກັບ​ແຫຼ່ງກຳລັງ​ແຮງ​ງານ​ຫາ​ປາ ​ແລະ ຂຸດ​ຄົ້ນ​ທະ​ເລ​: ປະຈຸ​ບັນ, ດ້ວຍ​ເງື່ອນ​ໄຂ, ຊີວິດ​ການ​ເປັນ​ຢູ່, ລະດັບ​ການ​ສຶກສາ​ຂອງ​ລູກ​ຫຼານປະຊາຊົນ ຕາມກວາງ ​ໄດ້​ມີ​ການ​ປ່ຽນ​ແປງ​ໃນ​ທິດ​ທາງ​ທີ່ຕັ້ງໜ້າ, ຊາວ​ໜຸ່ມ​ຢູ່​ທ້ອງ​ຖິ່ນ​ໄປ​ໂຮງຮຽນ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ອົງການ ​ແລະ ສວນ​ອຸດສາຫະກຳ ​ເຊິ່ງສົ່ງ​ຜົນ​ສະທ້ອນ​ເຖິງ​ກຳລັງ​ແຮງ​ງານ​ໃນ​ການ​ຫາ​ປາ ​ແລະ ການ​ຂຸດ​ຄົ້ນ​ທະ​ເລ. ​ເພື່ອ​ດຶງ​ດູດ​​ແຮງ​​ງານ​ໄປ​ຫາ​ປາ ​ແລະ ຂຸດ​ຄົ້ນ​ທະ​ເລ, ຕ້ອງຍົກສູງ​​ການ​ຂຸດ​ຄົ້ນ​ໃຫ້​ບັນລຸ​ປະສິດທິ​ຜົນ​ສູງ ​ປະຊາຊົນຈິ່ງຢາກ​ອອກ​ສູ່​ທະ​ເລ.

ຕາມ​ຊາວ​ປະມົງ ​ຮໍ່ ​ແລະ ​ເຈື່ອງ ແລ້ວ, ຂໍ້ຕົກລົງເລກທີ 48 ​ໄດ້ລະບຸ​ວ່າ ​ແຕ່​ລະ​ກຳ​ປັ່ນ​ຫາ​ປາ​ຢູ່​ນອກ​ຝັ່ງ​ທະ​ເລ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍຈາກ​ລັດ ດ້ວຍ​ນ້ຳມັນ​​ເຖິງ 4 ຖ້ຽວ​ຕໍ່​ປີ. ​ໃນ​ນັ້ນ, ​ກຳ​ປັ່ນ​ຫາ​ປາ​ທີ່​ມີ 700 CV ຂຶ້ນ​ໄປ​ແມ່ນ​ໄດ້​ຮັບ​ການ​ໜູນ​ຊ່ວຍ 100 ລ້ານ​ດົ່ງ/ຖ້ຽວ. ຄອບຄົວ​ຂອງ​ລຸງ ຮໍ່ ມີ​ກຳ​ປັ່ນ 02 ລຳ ​ທີ່​ມີ​ກຳ​ປັ່ນ 700CV ແລະ 900CV ຂຶ້ນໄປ ກໍ່​ໄດ້​ຮັບ​ບັນດາການໜູນ​ຊ່ວຍ​ເປັນ​ປະຈຳ. ຄ່າ​ໃຊ້​ຈ່າຍ​ໃນ​ການ​ໄປອອກ​ທະ​ເລ​ແມ່ນ​ປະ​ມານ 200 ລ້ານ​ດົ່ງ, ນີ້​ແມ່ນ​ການ​ໜູນ​ຊ່ວຍ​ທີ່ດີພໍສົມຄວນ.

ຊາວປະມົງຢູ່​ທະ​ເລ​ຖື​ວ່າ ການ​ປະຕິບັດ​ນະ​ໂຍບາຍ​ສົ່ງເສີມ ​ແລະ ໜູນ​ຊ່ວຍ​ການຊຸດຄົ້ນ, ລ້ຽງປູກ​ສິນທະເລ ​ແລະ ການບໍລິການຂຸດຄົ້ນຊັບສິນທະເລ ຢູ່​ເຂດ​ທະ​ເລ​​ໄກຝັ່ງ ໄດ້​ປະກອບສ່ວນ​ຊຸກຍູ້ ​ແລະ ລະດົມຊາວ​ປະມົງ​ອອກ​ສູ່​ທະ​ເລ​ທີ່ຢູ່ຫ່າງ​ໄກ​ ເພື່ອຂຸດ​ຄົ້ນສິນທະເລ ​ແລະ ເຮັດການບໍລິການຂຸດຄົ້ນສິນທະເລ, ຍົກສູງລາຍຮັບໃຫ້​ແກ່​ຊາວ​ປະມົງ, ສິ່ງ​ດັ່ງ​ກ່າວກໍ່​ຊ່ວຍ​ໃຫ້​ຊີ​ວິດ​ຊາວ​ປະ​ມົງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວແປງ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢູ່​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ປະ​ມົງ​ສ້າງ​ກຳ​ປັ່ນ​ຫາ​ປາ​ໃໝ່​ຂະໜາດ​ໃຫຍ່​ເພື່ອ​ຫາ​ປາ​ຢູ່​ນອກ​ຝັ່ງ; ​ເພີ່ມ​ທະວີ​ການ​ມີ​ກຳ​ປັ່ນ​ຫາ​ປາ ​ແລະ ຊາວ​ປະມົງ​ຢູ່​ເຂດ​ທະ​ເລ​ໄກ, ປະກອບສ່ວນ​ຢັ້ງຢືນ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ປະ​ເທດຊາດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.