ກອງ​ປະ​ຊຸມ​ສາ​ກົນ "ກົດ​ໝາຍ​ວ່າ​ດ້ວຍ​ເສັ້ນ​ຊາຍ​ແດນ: ຄຸນ​ຄ່າ ແລະ ການ​ນຳ​ໃຊ້​ຕົວ​ຈິງ"

09:11 | 08/09/2023

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນຫວຽດນາມ ປະກາດໃຊ້ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ແລະ ຄົບຮອບ 10 ປີ ກົດໝາຍວ່າດ້ວຍທະເລຫວຽດນາມ ມີຜົນສັກສິດ, ກະຊວງການຕ່າງປະເທດ ສົມທົບກັບຄະນະຜູ້ແທນ Wallonie – Bruxelles (ແບນຊິກ) ຈັດຕັ້ງກອງປະຊຸມສາກົນ “ກົດໝາຍ. ກ່ຽວ​ກັບ​ເຂດ​ຊາຍ​ແດນ: ຄຸນ​ຄ່າ​ແລະ​ການ​ນຳ​ໃຊ້​ຕົວ​ຈິງ”, ວັນ​ທີ 7/9/2023, ຢູ່​ໂຮງ​ແຮມ du Parc ຮ່າ​ໂນ້ຍ.

ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ -  ໄທ ໄປ ຫວຽດນາມ ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ - ໄທ ໄປ ຫວຽດນາມ
ຮັດ​ແໜ້ນ​ການ​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ແຂວງ ຮ່າ​ຕິງ ແລະ ແຂວງ​ລາວ ຮັດ​ແໜ້ນ​ການ​ປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ແຂວງ ຮ່າ​ຕິງ ແລະ ແຂວງ​ລາວ

ວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ສົມທົບກັບຄະນະຜູ້ແທນ Wallonie-Bruxelles (ແບນຊິກ) ປະຈໍາ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາສາກົນ “ກົດໝາຍວ່າດ້ວຍຊາຍແດນຜືນແຜ່ນດິນ: ຄຸນຄ່າ ແລະການໝູນໃຊ້ຕົວຈິງ”.

ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນ​ປະມານ 120 – 150 ຄົນ ​ແມ່ນ​ນັກ​ຊ່ຽວຊານ​ສາກົນ ​ແລະ ຫວຽດນາມ ​ທີ່​ມີ​ຄວາມ​ຮູ້​ເລິກ​ເຊິ່ງກ່ຽວ​ກັບ​ກົດໝາຍ​ສາກົນ ​ແລະ ກົດໝາຍ​ຫວຽດນາມ ທີ່​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ວຽກ​ງານ​ຊາຍ​ແດນ ​ແລະ ຜືນ​ແຜ່ນດິນ.

ກອງ​ປະ​ຊຸມ​ສາ​ກົນ

ພິທີ​ເຄົາລົບທຸງ ຢູ່​ເສີນ​ເຂດ​ຊາຍ​ແດນ ຫວຽດນາມ - ລາວ - ກຳປູ​ເຈຍ ​ໂດຍ​ຜູ້ຕາງໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຊາຍ​ແດນ 3 ປະ​ເທດ

ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານ ຫງວຽນມິງຫວູ້ ຮອງລັດຖະມົນຕີຜູ້ປະຈໍາກະຊວງການຕ່າງປະເທດ ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບບົດບາດ ແລະຄວາມສຳຄັນຂອງກົດໝາຍສາກົນ - ພື້ນຖານສຳຄັນໃນການແກ້ໄຂບັນດາບັນຫາຊາຍແດນຜືນແຜ່ນດິນ. ເນື່ອງໃນໂອກາດນີ້, ທ່ານ ຫງວຽນມິງຫວູ້ ກໍ່ຕີລາຄາສູງບັນດາໝາກຜົນແຫ່ງການຮ່ວມມືລະຫວ່າງເຂດ Wallonie - Bruxelles ກັບກະຊວງການຕ່າງປະເທດເວົ້າລວມ ແລະຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດເວົ້າສະເພາະ.

ທ່ານ Pierre Du Ville, ຫົວໜ້າຄະນະຜູ້ແທນ Walloon-Bruxelles ປະຈຳ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນການຮ່ວມມືລະຫວ່າງເຂດ Walloon - Bruxelles ກັບຝ່າຍ ຫວຽດນາມ ເວົ້າລວມ ແລະກັບຄະນະກຳມະການຊາຍແດນແຫ່ງຊາດເວົ້າສະເພາະ, ເປັນຕົ້ນແມ່ນການບຳລຸງກໍ່ສ້າງຊັບພະຍາກອນມະນຸດ. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຊາຍແດນຜືນແຜ່ນດິນຢ່າງສົມເຫດສົມຜົນ, ສ້າງພາກພື້ນ, ໂລກແຫ່ງສັນຕິພາບ, ສະຖຽນລະພາບ.

ກອງປະຊຸມສໍາມະນາລວມມີ 2 ວາລະປະຊຸມ, ໃນນັ້ນວາລະປະຊຸມທີ 1 ມີຫົວຂໍ້ວ່າ “ຫວນຄືນວິວັດແຫ່ງການສ້າງສາ, ຄຸ້ມຄອງ ແລະປົກປັກຮັກສາຊາຍແດນຜືນແຜ່ນດິນແຫ່ງຊາດຂອງຫວຽດນາມ”. ວາລະປະຊຸມທີ 2 ດ້ວຍຫົວຂໍ້ “ບາງບັນຫາດ້ານກົດໝາຍ ແລະສະພາບຕົວຈິງທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ” ໄດ້ດຶງດູດຄວາມເອົາໃຈໃສ່ດ້ວຍບັນດາບົດປະກອບຄວາມເຫັນຂອງນັກຮຽນຮູ້, ນັກຊ່ຽວຊານສາກົນທີ່ມາຈາກແບນຊິກ, ສ. ເກົາຫຼີ, ຍີ່ປຸ່ນ, ສ. ໄຊປຣັດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.