ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ

09:08 | 21/09/2024

ຍສໝ - ການຢ້ຽມຢາມຕ່າງປະເທດແຕ່ວັນທີ 21 ກັນຍາ ແມ່ນການເຄື່ອນໄຫວຫຼາຍຝ່າຍ ແລະເຮັດວຽກຢູ່ອາເມລິກາ ຄັ້ງທໍາອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນຖານະຕໍາແໜ່ງໃໝ່.

ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນທຸກດ້ານ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນທຸກດ້ານ
ການຢ້ຽມຢາມຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່ ການຢ້ຽມຢາມຂອງເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່

ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79, ເຮັດວຽກຢູ່ອາເມລິກາ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການໄປປະຕິບັດງານ.

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: tuoitre.vn

ບັນດາສິ່ງທໍາອິດໃນການຢ້ຽມຢາມຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ

ຕອບສໍາພາດຕໍ່ສື່ມວນຊົນທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ວ່າ: ແຕ່ວັນທີ 22 ຫາວັນທີ 24 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ວາລະປະຊຸມຂັ້ນສູງສາມັດຊາໃຫຍ່ ສປຊ ຊຸດທີ 79 ແລະເຮັດວຽກຢູ່ອາເມລິກາ. ນີ້ແມ່ນການປະຕິບັດງານເຂົ້າຮ່ວມການເຄື່ອນໄຫວການທູດຫຼາຍຝ່າຍ ແລະເຮັດວຽກຢູ່ອາເມລິກາ ຄັ້ງທໍາອິດ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໃນຖານະຕໍາແໜ່ງໃໝ່. ນີ້ກໍ່ແມ່ນຄັ້ງທໍາອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ເຂົ້າຮ່ວມບັນດາວາລະປະຊຸມຂັ້ນສູງຢູ່ສະມັດຊາໃຫຍ່ ສປຊ ໂດຍກົງ.

ຄາດວ່າການນໍາລັດ ແລະລັດຖະບານ 150 ທ່ານຂອງບັນດາປະເທດສະມາຊິກ ສປຊ ຈະເຂົ້າຮ່ວມ, ສປຊ ແລະປະຊາຄົມສາກົນ ຈະພ້ອມກັນກວດກາຄືນ, ຊອກຫາບັນດາວິທີການທີ່ມີປະສິດທິຜົນເພື່ອຍູ້ໄວຄວາມຄືບໝ້າປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຮອດປີ 2030, ວາງອອກທິດທາງໃຫຍ່ກ່ຽວກັບການພັດທະນາໃຫ້ໄລຍະຈະມາເຖິງ.

ທີ່ ສປຊ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຈະນຳເອົາບັນດາສານໃຫຍ່, ສໍາຄັນ, ມາສະໜັບສະໜູນລັດທິຫຼາຍຝ່າຍ, ດ້ວຍບົດບາດໃຈກາງຂອງ ສປຊ ຕໍ່ກັບສັນຕິພາບ, ການຮ່ວມມື, ການພັດທະນາຢູ່ໃນໂລກ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນອີກເທື່ອໜຶ່ງແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນທາງການທູດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຍາມໃດກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຢູ່ອາເມລິກາ ດໍາເນີນກົງກັບໂອກາດສະເຫຼີມສະຫຼອງໜຶ່ງປີ ທີ່ສອງປະເທດຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະພວມຕັ້ງໜ້າກະກຽມໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອາເມລິກາ ໃນປີ 2025. ສອງຝ່າຍຈະສືບຕໍ່ປະຕິບັດຕາມບັນດາຫຼັກການພື້ນຖານຂອງການພົວພັນສອງປະເທດ, ລວມມີ “ເຄົາລົບກົດບັດ ສປຊ, ກົດໝາຍສາກົນ ແລະເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນຂອງກັນ”, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຊື່ອໝັ້ນຍຸດທະສາດ, ຮັບປະກັນຄວາມມຸ່ງຫວັງຂອງປະຊາຊົນສອງປະເທດກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ພາກພື້ນກໍ່ຄືຢູ່ໃນໂລກ.

ໃນຂອບເຂດການປະຕິບັດງານ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຈະມີບັນດາການພົບປະສອງຝ່າຍທີ່ສໍາຄັນກັບການນໍາອໍານາດການປົກຄອງອາເມລິກາ, ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ເຫດການມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ ແລະໜຶ່ງປີທີ່ຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ຄືບັນດາການພົບປະ, ການເຮັດວຽກດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່, ວິສາຫະກິດ, ນັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າຂອງອາເມລິກາ.

ໃນເກືອບ 50 ປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ ແລະສປຊ ພວມພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເຂົ້າສູ່ລວງເລິກ, ໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ. ໃນບັນດາໄລຍະສ້າງສາປະເທດ, ຟື້ນຟູປະເທດຫຼັງສົງຄາມ, ການປິດລ້ອມ, ຂວ້າບາດ ແລະເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ, ພວກເຮົາລ້ວນແຕ່ມີການຮ່ວມເດີນທາງ, ຊ່ວຍເຫຼືອຂອງສປຊ. ຫວ່າງມໍ່ໆມານີ້, ໃນໄລຍະຮັບມືກັບພະຍາດໂຄວິດ-19, ສປຊ ໄດ້ໜູນຊ່່ວຍຫວຽດນາມ ຄວບຄຸມໂລກພະຍາດຢ່າງທັນການ ແລະຟື້ນຟູເສດຖະກິດຢ່າງວ່ອງໄວ.

ມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ. ພາບ: mofa.gov.vn

ຫວຽດນາມ ກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນກໍ່ຄືຂອງ ສປຊ. ພວກເຮົາເຂົ້າຮ່ວມນັບມື້ນັບເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງແທດຈິງ, ເລິກເຊິ່ງກວ້າງຂວາງທັງແນວຄິດ, ຄົນ, ແຫຼ່ງກໍາລັງໃນທຸກຂົງເຂດເຄື່ອນໄຫວເສົາຄໍ້າຂອງ ສປຊ ກ່ຽວກັບການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະການຮ່ວມມືພັດທະນາ; ໃນນັ້ນ ມີການນໍາໜ້າປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດແຕ່ຊຸມປີ 2000 ສໍາເລັດຜົນ ແລະປະຈຸບັນພວມຕັ້ງໜ້າຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ, ນໍາໜ້າໃນການຜັນຂະຫຍາຍຂໍ້ລິເລິ່ມ ສປຊ ເປັນເອກະພາບກະທໍາຂອງບັນດາອົງການ ສປຊ ຢູ່ຫວຽດນາມ, ຕັ້ງໜ້າເຂົ້າຮ່ວມບັນດາບຸລິມະສິດໃຫຍ່ຂອງ ສປຊ ກ່ຽວກັບສັນຕິພາບ, ການພັດທະນາ ແລະຮັບປະກັນສິດທິມະນຸດ.

ກ່ຽວກັບການພົວພັນຫວຽດນາມ-ອາເມລິກາ, ພາຍຫຼັງໜຶ່ງປີທີ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການຮ່ວມມືລະຫວ່າງສອງປະເທດບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງຢູ່ບາງຂົງເຂດດັ່ງລຸ່ມນີ້:

ທີໜຶ່ງ, ບັນດາການເຄື່ອນໄຫວພົບປະ ແລະແລກປ່ຽນຄະນະຜູ້ແທນດໍາເນີນຢ່າງຟົດຟື້ນໃນທຸກດ້ານ, ທຸກຂັ້ນ. ຄຽງຂ້າງການຮັກສາບັນດາກົນໄກເຈລະຈາປະຈໍາປີທີ່ມີຢູ່ແລ້ວ, ສອງຝ່າຍໄດ້ດຳເນີນບັນດາກົນໄກເຈລະຈາປະຈໍາປີໃໝ່ສໍາເລັດຜົນຄື ການເຈລະຈາລັດຖະມົນຕີການຕ່າງປະເທດ, ການເຈລະຈາເສດຖະກິດ, ການເຈລະຈາຄວາມໝັ້ນຄົງ ແລະການປະຕິບັດກົດໝາຍ, ຜ່ານນັ້ນ, ຫັນບັນດາຄໍາໝັ້ນສັນຍາຂອງສອງຝ່າຍໃນຖະແຫຼງການຮ່ວມປີ 2023 ເປັນລະອຽດ.

ທີສອງ, ເສດຖະກິດ-ການຄ້າ-ການລົງທຶນສືບຕໍ່ແມ່ນກຳລັງໜູນສໍາຄັນໃຫ້ການພົວພັນສອງປະເທດ. ວົງເງິນການຄ້າສອງຝ່າຍໃນ 8 ເດືອນຂອງປີ 2024 ບັນລຸເກືອບ 88 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 22%. ຫຼາຍວິສາຫະກິດໃຫຍ່ຂອງສອງປະເທດຕັ້ງໜ້າເປີດກວ້າງການລົງທຶນເຂົ້າຕະຫຼາດຂອງກັນ.

ທີສາມ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຜັນຂະຫຍາຍມີປະສິດທິຜົນ, ໃນນັ້ນ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສືບຕໍ່ແມ່ນບຸລິມະສິດ ແລະແມ່ນເສົາຄໍ້າສໍາຄັນໃນການພົວພັນສອງປະເທດ, ບັນລຸໄດ້ໝາກຜົນຫຼາຍຢ່າງທີ່ແທດຈິງ; ການຮ່ວມມືປ້ອງກັນຄວາມສະຫງົບ ແລະປະຕິບັດກົດໝາຍນັບມື້ນັບໄດ້ຮັບການເພີ່ມທະວີ...

ທີສີ່, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍທີ່ສໍາຄັນກໍ່ຄືຮ່ວມມືຢ່າງແທດຈິງເພື່ອຮັບມືກັບບັນດາບັນຫາທົ່ວໂລກ.

ຄຽງຂ້າງນັ້ນ, ດ້ວຍບັນດາບັນຫາທີ່ຍັງແຕກຕ່າງກັນ, ສອງຝ່າຍສືບຕໍ່ເພີ່ມທະວີການເຈລະຈາບົນຈິດໃຈກົງໄປກົງມາ, ກໍ່ສ້າງ ແລະເອົາໃຈໃສ່ເຖິງຜົນປະໂຫຍດອັນຊອບທໍາຂອງກັນ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ຍສໝ - ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ຢູ່​ທີ່​ສຳນັກງານ​ສູນ​ກາງ​ພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົນທະນາທາງໂທລະສັບ ແລະສົນທະນາທາງໄກ ກັບການນໍາ ສ.ເກົາຫຼີ, ຍີ່ປຸ່ນ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍບັນດາຜົນງານທີ່ປະເທດ ສ.ເກົາຫຼີ ບັນລຸໄດ້ໃນໄລຍະຜ່ານມາ, ໃນນັ້ນມີການຟື້ນຟູເສດຖະກິດ, ປັບປຸງລະບົບຕ່ອງໂສ້ການສະໜອງ; ຕີລາຄາສູງການພົວພັນ ຫວຽດນາມ-ສ.ເກົາຫຼີ ໃນ 32 ປີຜ່ານ ມາ ໄດ້ຮັບການພັດທະນາຢ່າງວ່ອງໄວໃນທຸກຂົງເຂດ, ໂດຍສະເພາະແມ່ນພາຍຫຼັງສອງຝ່າຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເນັ້ນໜັກວ່າ ພັກ, ລັດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບ ສ.ເກົາຫຼີ.

ສົມເພັດ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.