ສະຖານທູດບັນດາປະເທດໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

16:10 | 20/09/2024

ຍສໝ - ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບເຄື່ອງຊ່ວຍເຫຼືອສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນສະທ້ອນຈາກພະຍຸລູກທີ 3 (YAGI).

ຫຼາຍອົງການຈັດຕັ້ງສາກົນໜູນຊ່ວຍຊາວ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍຸລູກ 3
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ລະດົມການຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Yagi​

ທີ່ພິທີມອບ-ຮັບ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ ຫງວຽນ​ຮວ່າງ​ຮຽບ ​ໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ຂອງ​ພະຍຸ​ລູກທີ 3, ຝົນຕົກນ້ຳ​ຖ້ວມ ​ສົ່ງ​ຜົນ​ສະທ້ອນ​ຢ່າງໜັກໜ່ວງເຖິງ​ຊີວິດ​ການເປັນຢູ່ຂອງ​ຊາວ ຫວຽດນາມ. ພ້ອມກັນນັ້ນ, ທ່ານກໍ່ສະແດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ, ອົງການຈັດຕັ້ງສາກົນ ແລະ ສະຖານທູດຕ່າງໆ ທີ່ໄດ້ຊ່ວຍເຫຼືອເງິນ ກໍ່ຄືເຄື່ອງທີ່ຈຳເປັນໃຫ້ແກ່ບັນດາທ້ອງຖິ່ນທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຈາກພະຍຸ ລູກທີ 3 ແລະ ການໄຫຼວຽນຂອງພະຍຸ

ສະຖານທູດບັນດາປະເທດໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ທ່ານນາງ ຫວູທິຮ່ຽນແຫ້ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ອຽນບ໋າຍ ໄດ້ມອບຂອງຂວັນໜູນຊ່ວຍຂອງລັດຖະບານ ອົດສະຕາລີ ໃຫ້ປະຊາຊົນຢູ່ຕາແສງ ຮົ່ງຮ່າ, ເນະຄອນ ອຽນບ໋າຍ ໃນວັນທີ 13 ກັນຍາ. (ພາບ: Tuan Anh/TTXVN)

ໃນ​ວັນ​ທີ 13 ກັນຍາ, ທ່ານ​ນາງ ຫວູທິຮ່ຽນແຫ້ງ ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄດ້​ມອບ​ຂອງ​ຂວັນ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ ອົດ​ສະ​ຕາ​ລີ ​ໃຫ້​ປະ​ຊາ​ຊົນ​ຢູ່​ຕາ​ແສງ ຮົ່ງ​ຮ່າ, ເນະຄອນ ອຽນ​ບ໋າຍ.

ປະຈຸ​ບັນ, ລັດຖະບານ ຫວຽດນາມ ພວມ​ມານະ​ພະຍາຍາມແກ້ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ ​.

ມາ​ຮອດ​ຈຸດ​ເວລາ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ປະມານ 15 ລ້ານ USD ​ແລະ ເຄື່ອງໃຊ້​ທີ່​ຈຳ​ເປັນ 200 ​ໂຕນ​ຈາກ​ບັນດາ​ອົງການຈັດຕັ້ງສາກົນ, ສະຖານທູດ. ​ເຄື່ອງ​ຊ່ວຍ​ເຫຼືອ​ໄດ້​ຖືກ​ສົ່ງ​ໄປ​ແຕ່ລະທ້ອງ​ຖິ່ນ.

ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ຮວ່າງ​ຮຽບ ປາດຖະໜາວ່າ: “ ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ຜົນ​ສະທ້ອນຢ່າງ​ໃຫຍ່​ຫຼວງ​ຈາກ​ພະຍຸ​ລູກທີ 3 ​ແລະ ໄພ​ນ້ຳ​ຖ້ວມ​ສາມາດ​ຟື້ນ​ຟູ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່ໃຫ້ເປັນປົກກະຕິໂດຍໄວ”.

ທ່ານນາງ Pauline Tamesis, ຜູ້​ປະສານ​ງານ​ອົງການ​ສະຫະ​ປະຊາ​ຊາດ ​ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ພວກຂະພະເຈົ້າສືບ​ຕໍ່​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ເພື່ອ​ລະດົມ​ບັນດາ​ແຫຼ່ງກຳລັງ​ໃຫ້​ບັນດາ​ຂົງ​ເຂດ​ດັ່ງກ່າວ, ປະກອບສ່ວນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ​ຢ່າງ​ວ່ອງ​ໄວ”.

ທ່ານ​ Sandeep Arya ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳຫວຽດນາມ ​ໃຫ້​ຮູ້​ວ່າ: ລັດຖະບານ ອິນ​ເດຍ ຈະ​ສົມທົບ​ກັບ ຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​​ກໍາລັງຄວາມຕ້ານທານຂອງ​ພື້ນຖານ​ໂຄງ​ລ່າງ​ຕໍ່​ໄພ​ທຳ​ມະ​ຊາດ.

ທີ່ພິທີນຮັບ, ຜູ້ຕາງໜ້າ​ບັນດາ​ສະຖານທູດ​ຂອງ​ບັນດາ​ປະ​ເທດ​ໄດ້​ມອບເຄື່ອງໃນຮູບແບບເປັນສັນຍາລັກ​ໃນການໜູນ​ຊ່ວຍ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ.

ອິນ​ເດຍ ​ໄດ້​ສົ່ງ​ສິນ​ຄ້າສຸກເສີນຈໍານວນ 35 ​ໂຕນ​ ໃນ​ມູນ​ຄ່າ 1 ລ້ານ ໂດລ່າສະຫະລັດ ​ເພື່ອ​​ຊ່ວຍເຫຼືອ​ຫວຽດນາມ ພາຍຫຼັງ​​ພາຍຸຢາກິ

ອິນ​ເດຍ ​ໄດ້​ສົ່ງ​ສິນ​ຄ້າສຸກເສີນຈໍານວນ 35 ​ໂຕນ​ ໃນ​ມູນ​ຄ່າ 1 ລ້ານ ໂດລ່າສະຫະລັດ ​ເພື່ອ​​ຊ່ວຍເຫຼືອ​ຫວຽດນາມ ພາຍຫຼັງ​​ພາຍຸຢາກິ

ຍສໝ - ອິນ​ເດຍ ​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນຈໍານວນ 35 ​ໂຕນ ​ເພື່ອ​​ຊ່ວຍເຫຼືອຫວຽດນາມ ​ໃນ​ການ​ແກ້ໄຂຜົນ​ກະທົບ​ຈາກ​ພະຍຸຢາກິ. ນິວຊີແລນ ກໍ່ຫາປະກາດການປະກອບສ່ວນ 1 ລ້ານໂດລາສະຫະລັດ ນິວຊີແລນ ຊ່ວຍເຫຼືອຫວຽດນາມ ເພື່ອຜ່ານຜ່າຜົນກະທົບທີ່ຮ້າຍແຮງຂອງພາຍຸຢາກິ.

​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi

​ເພີ່ມ​ຫຼາຍບ້ວງຊ່ວຍເຫຼືອຈາກສາ​ກົນ ​ຊ່ວຍ ຫວຽດ​ນາມ ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະ​ຍຸ Yagi

ຍສໝ - ອິນ​ເດຍ​ ​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ສຸກ​ເສີນ 35 ​ໂຕນ ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ ​​ຜ່ານ​ຜ່າ​ຜົນ​ຮ້າຍທີ່ຕາມມາ​ຈາກ​ພະຍຸ Yagi. ນູແວນເຊລັງ ຫາກໍ່ປະກາດການປະກອບສ່ວນເງີນ 1 ລ້ານໂດລານູແວນເຊລັງ ເພື່ອໜູນຊ່ວຍບັນດາຄວາມ​ມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າຜົນສະທ້ອນທີ່ຮ້າຍແຮງຂອງພາຍຸ Yagi.

ແທງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.