ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ

09:13 | 23/09/2023

ຍສໝ - ໃນວັນທີ 23 ກັນຍາ, ຄ້າຍທະຫານຊາຍແດນເຮື໊ອງເລິບ (ທະຫານຊາຍແດນແຂວງກວ໋າງຈິ) ໄດ້ຈັດຕັ້ງລາຍການ “ເຍົາວະຊົນ ຫວຽດນາມ-ລາວ ຫຼິ້ນບຸນໄຫວ້ພະຈັນຢູ່ເຂດຊາຍແດນ ຄັ້ງທີ 2” ໃຫ້ຊາວໜຸ່ມ, ເຍົາວະຊົນອະນຸຊົນໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນຕາແສງເຮື໊ອງເລິບ, ເຮື໊ອງຫວຽດ (ເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ) ແລະໂຮງຮຽນປະຖົມ-ໂຮງຮຽນມັດທະຍົມຕອນຕົ້ນບ້ານອາເວຍ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ.

ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ -  ໄທ ໄປ ຫວຽດນາມ ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ - ໄທ ໄປ ຫວຽດນາມ
ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ໃນ​ເຂດ​ຊາຍ​ແດນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ໃນ​ເຂດ​ຊາຍ​ແດນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ

ທີ່ລາຍການ, ຊາວໜຸ່ມ, ເຍົາວະຊົນອະນຸຊົນຫວຽດນາມ ແລະລາວ ໄດ້ເຂົ້າຮ່ວມການເຄື່ອນໄຫວ, ຄື: ຮຽນຮູ້ກ່ຽວກັບຫຼັກໝາຍອະທິປະໄຕຊາຍແດນຂອງສອງປະເທດຫວຽດນາມ-ລາວ, ຫຼິ້ນເກມ, ຟັງນິທານ... ພິເສດ, ຄ້າຍທະຫານຊາຍແດນເຮື໊ອງເລິບ ແລະບັນດາຜູ້ອຸປະຖຳໄດ້ມອບຂອງຂວັນກວ່າ 1.000 ພູດໃຫ້ເຍົາວະຊົນຫວຽດນາມ, ລາວ, ລວມມີ: ໂຄມໄຟຮູບດວງດາວ, ເຂົ້າໜົມ, ເຂົ້າໜົມອົມດ້ວຍຍອດມູນຄ່າກວ່າ 100 ລ້ານດົ່ງ. ກໍ່ເນື່ອງໃນໂອກາດນີ້, ລາຍການ “ເຍົາວະຊົນ ຫວຽດນາມ-ລາວ ຫຼິ້ນບຸນໄຫວ້ພະຈັນຢູ່ເຂດຊາຍແດນ ຄັ້ງທີ 2” ໄດ້ມອບທຶນການສຶກສາ 10 ທຶນໃຫ້ນັກຮຽນຫວຽດນາມ ແລະ 10 ທຶນໃຫ້ນັກຮຽນລາວ.

ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ

ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ

ສະຫາຍພັນເອກພິເສດ ຫງວຽນນາມຈູງ, ຫົວໜ້າການເມືອງ, ທະຫານຊາຍແດນແຂວງກວ໋າງຈິ ໃຫ້ຮູ້ວ່າ: “ເນື່ອງໃນໂອກາດບຸນໄຫວ້ພະຈັນທີ່ໃກ້ຈະມາເຖິງນີ້, ພວກຂ້າພະເຈົ້າ ຢາກເຮັດບາງສິ່ງບາງຢ່າງທີ່ມີຄວາມໝາຍກັບພວກຫຼານເພື່ອໃຫ້ພວກຫຼານໄດ້ມີໂອກາດລະຫຼິ້ນ, ໄດ້ພົບປະແລກປ່ຽນ, ຊອກຮູ້ພື້ນຖານ​ວັດ​ທະ​ນະ​ທໍາ, ໄດ້ກິນເຂົ້າໜົມ ແລະໝາກໄມ້ໄຫວ້ພະຈັນ... ແລະໄດ້ຮັບຄວາມຮັກ, ຄວາມເອົາໃຈໃສ່ຂອງທຸກຄົນໃນງານບຸນປະເພນີຂອງຊາດຫວຽດນາມ”.

ສະຫາຍ ຄໍາເພັດ ເທບບົວເຮືອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງເຊໂປນ ແບ່ງປັນວ່າ: “ເປັນຄັ້ງທີ 2 ແລ້ວທີ່ເດັກນ້ອຍຢູ່ບ້ານອາເວຍ, ກຸ່ມບ້ານລາໂກ ໄດ້ເຂົ້າຮ່ວມຫຼິ້ນບຸນໄຫວ້ພະຈັນ-ເຊິ່ງເປັນງານບຸນທີ່ມີຄວາມເບີກບານມ່ວນຊື່ນ ແລະມີຄວາມໝາຍຫຼາຍ. ຫວັງວ່າ ພາຍຫຼັງຫຼິ້ນບຸນນີ້ແລ້ວ, ພວກຫຼານຈະພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງກວ່າອີກເພື່ອໃຫ້ກາຍເປັນພົນລະເມືອງດີ, ມີປະໂຫຍດຕໍ່ສັງຄົມ, ປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສືບຕໍ່ກໍ່ສ້າງ ແລະເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.