ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ

11:38 | 24/09/2023

ຍສໝ - ເນື່ອງໃນໂອກາດນີ້, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນອີກເທື່ອໜຶ່ງອະທິປະໄຕ ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ

ຫວຽດນາມເປັນປະທານຮ່ວມໂຄງການຕີລາຄາຄວາມສາມາດຮັກສາສັນຕິພາບຂອງສະຫະປະຊາຊາດ ຫວຽດນາມເປັນປະທານຮ່ວມໂຄງການຕີລາຄາຄວາມສາມາດຮັກສາສັນຕິພາບຂອງສະຫະປະຊາຊາດ
ການນຳລາວ ຕີລາຄາສູງການຢ້ຽມຢາມຂອງຄະນະກຳມະການສັນຕິພາບ ຫວຽດນາມ ການນຳລາວ ຕີລາຄາສູງການຢ້ຽມຢາມຂອງຄະນະກຳມະການສັນຕິພາບ ຫວຽດນາມ
ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂດ້ວຍມາດຕະການສັນຕິພາບ

ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ

(ພາບ:TTXVN)

ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ລະຫວ່າງບັນດາຝ່າຍກ່ຽວຂ້ອງຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS), ເຄົາລົບບັນດາວິວັດທະນາການການທູດ ແລະ ນິຕິກຳ, ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ. ນີ້ແມ່ນການຢັ້ງຢືນຂອງທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ, ໃນວັນທີ 15 ກໍລະກົດ ຢູ່ ຮ່າໂນ້ຍ, ເມື່ອຕອບສຳພາດຕໍ່ນັກຂ່າວ ສະເໜີໃຫ້ຮູ້ກ່ຽວກັບທັດສະນະຂອງ ຫວຽດນາມ ເນື່ອງໃນໂອກາດສານກຳມະການສາກົນໃນກໍລະນີຮ້ອງຟ້ອງກ່ຽວກັບບັນຫາທະເລຕາເວັນອອກ ໄດ້ອອກຄຳຕັດສິນສຸດທ້າຍ ຄົບຮອບ 7 ປີ.

ເນື່ອງໃນໂອກາດນີ້, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນອີກເທື່ອໜຶ່ງອະທິປະໄຕ ຂອງ ຫວຽດນາມ ຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ບັນດາສິດອັນຖືກຕ້ອງຕາມກົດໝາຍສຳລັບບັນດາເຂດນ່ານທະເລຂອງ ຫວຽດນາມ ທີ່ໄດ້ກຳນົດຢ່າງສອດຄ່ອງກັບ UNCLOS.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.