47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ: ປະກອບສ່ວນຍົກສູງຖານະທີ່ຕັ້ງ, ຮູບພາບຫວຽດນາມ ໃນເວທີສາກົນ

08:29 | 21/09/2024

ຍສໝ - ການພົວພັນ ຫວຽດນາມ - ສະຫະປະຊາຊາດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງໃຫ້ບັນດາຄວາມມານະພະຍາຍາມຫຼາຍຢ່າງຈາກສອງຝ່າຍ, ໃນນັ້ນມີການຮັດແໜ້ນ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ ເພື່ອໜູນຊ່ວຍພາລະກິດພັດທະນາຂອງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປັບປຸງບົດບາດຂອງ ສປຊ.

ທະ​ນາ​ຄານ​ໂລກ​ຄາດ​ຄະ​ເນ GDP ຂອງ​ຫວຽດ​ນາມ ພຽງ​ແຕ່ 4,7% ໃນ​ປີ 2023 ທະ​ນາ​ຄານ​ໂລກ​ຄາດ​ຄະ​ເນ GDP ຂອງ​ຫວຽດ​ນາມ ພຽງ​ແຕ່ 4,7% ໃນ​ປີ 2023
ປະທານ VUFO ຊົມເຊີຍວັນຊາດ ສປປ ລາວ ຄົບຮອບ 47 ປີ ປະທານ VUFO ຊົມເຊີຍວັນຊາດ ສປປ ລາວ ຄົບຮອບ 47 ປີ

ວັນທີ 20 ກັນຍາ 1977, ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງອົງການສະຫະປະຊາຊາດ (ສປຊ) ຢ່າງເປັນທາງການ - ນີ້ແມ່ນອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກ ດ້ວຍພາລະກໍາສ້າງກົດໝາຍ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການຮ່ວມມືມິດຕະພາບ ແລະ ການພັດທະນາໃນໂລກ. ໄລຍະທາງເກືອບ 5 ທົດສະວັດຜ່ານມາໄດ້ພິສູດໃຫ້ເຫັນວ່າ ການພົວພັນລະຫວ່າງຫວຽດນາມ - ສປຊ ແມ່ນການພົວພັນຄູ່ຮ່ວມມືທີ່ໝັ້ນຄົງ ແລະມີແງ່ຫວັງຫຼາຍຢ່າງ.

ຕ້ອງຢືນຢັນວ່າ ໃນຊຸມປີຜ່ານມາ, ສປຊ ແລະປະຊາຄົມໂລກຍາມໃດກໍ່ຮ່ວມເດີນທາງ, ສະຫງວນໃຫ້ຫວຽດນາມ ບັນດາການຊ່ວຍເຫຼືອອັນລ້ຳຄ່າ, ນັບແຕ່ໄລຍະສ້າງສາປະເທດຄືນໃໝ່ຫຼັງສົງຄາມຈົນຮອດໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງຄືໃນປະຈຸບັນ. ນີ້ແມ່ນປັດໄຈສຳຄັນ, ຊ່ວຍໃຫ້ຫວຽດນາມ ບັນລຸໄດ້ບັນດາຜົນງານດີເດັ່ນໃນວິວັດການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນໃນການພັດທະນາເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຍົກສູງຄຸນນະພາບການສຶກສາ, ສາທາລະນະສຸກ, ກະສິກຳ, ປົກປັກຮັກສາສິ່ງແວດລ້ອມ... ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບການຮັບຮູ້ວ່າ ເປັນປະເທດນຳໜ້າໃນການປະຕິບັດເປົ້າໝາຍພັດທະນາສະຫັດສະວັດ (MDG) ຈາກ ສປຊ.

47 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກສະຫະປະຊາຊາດ: ປະກອບສ່ວນຍົກສູງຖານະທີ່ຕັ້ງ, ຮູບພາບຫວຽດນາມ ໃນເວທີສາກົນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄໍາເຫັນທີ່ວາລະປຶກສາຫາລືລວມຂັ້ນສູງຊຸດທີ 78 ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ. ພາບ: TTXVN

ພະນັກງານ-ລັດຖະກອນຂອງກອງຊ່າງແສງເລກ 3 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຂອງຫວຽດນາມ ກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ພາບ: qdnd.vn

ພ້ອມກັນນັ້ນ, ການພັດທະນາການພົວພັນຮ່ວມມືກັບ ສປຊ ໄດ້ປະກອບສ່ວນຊ່ວຍເຫຼືອຫວຽດນາມ ປົກປັກຮັກສາ ແລະຊຸກຍູ້ຜົນປະໂຫຍດຂອງຊາດ-ຊົນຊາດ, ຮັກສາ ແລະປັບປຸງສະພາບແວດລ້ອມແຫ່ງສັນຕິພາບ ແລະຄວາມໝັ້ນຄົງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາປະເທດຊາດ. ສະຫະປະຊາຊາດກໍ່ສວມບົດບາດເປັນ “ຂົວເຊື່ອມຕໍ່” ເພື່ອໃຫ້ຫວຽດນາມ ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເຮັດໃຫ້ການພົວພັນກັບບັນດາປະເທດ ແລະບັນດາຄູ່ຮ່ວມມືເລິກເຊິ່ງກວ່າອີກ, ຈາກນັ້ນຍົກສູງບົດບາດ ແລະທີ່ຕັ້ງໃນເວທີສາກົນ, ຍາດແຍ່ງເອົາທຸກແຫຼ່ງກຳລັງ ເພື່ອພັດທະນາປະເທດ.

ເພື່ອບັນລຸໄດ້ບັນດາຜົນງານດັ່ງກ່າວ, ຄຽງຂ້າງການສະໜັບສະໜູນ ແລະການຮ່ວມມືຂອງ ສປຊ ແລະເພື່ອນມິດສາກົນ, ຫວຽດນາມ ໄດ້ມານະພະຍາຍາມເຂົ້າຮ່ວມ ແລະນັບມື້ນັບປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວ ແລະພາລະກໍາ ເຊິ່ງ ສປຊ ພວມປະຕິບັດ, ໃນນັ້ນມີການຊຸກຍູ້ການເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ການພົວພັນສະເໝີພາບ, ການຮ່ວມມືພັດທະນາລະຫວ່າງປະເທດຕ່າງໆ. ຫວຽດນາມ ກໍ່ປະກອບສ່ວນເຂົ້າໃນຂະບວນການປຶກສາຫາລື ແລະຮັບຮອງເອົາຫຼາຍມະຕິ ແລະຖະແຫຼງການສຳຄັນຂອງ ສປຊ ໃນຫຼາຍຂົງເຂດຄື: ການຮ່ວມມືພັດທະນາ, ຊຸກຍູ້ສິດທິມະນຸດ, .. ພ້ອມທັງ, ຕັ້ງໜ້າເຂົ້າຮ່ວມຄວາມພະຍາຍາມລວມຂອງ ສປຊ ໃນການແກ້ໄຂບັນຫາສັນຕິພາບແລະຄວາມໝັ້ນຄົງຢູ່ພາກພື້ນ ແລະສາກົນ. ພົ້ນເດັ່ນແມ່ນປີ 2014, ກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງນາຍທະຫານ 2 ຄົນທຳອິດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ມາຮອດປະຈຸບັນ, ນາຍທະຫານ ເກືອບ 900 ຄົນໄດ້ປະຕິບັດໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ ຕາມ 2 ຮູບການສ່ວນຕົວ ແລະກົມກອງ.

ດ້ວຍການປະກອບສ່ວນຢ່າງຕັ້ງໜ້າ ແລະແທດຈິງເຂົ້າໃນການເຄື່ອນໄຫວລວມຂອງສະຫະປະຊາຊາດ, ຫວຽດນາມ ໄດ້ຮັບການເລືອກຕັ້ງ ແລະປະຕິບັດພາລະໜ້າທີ່ເປັນຢ່າງດີ, ສ້າງຂີດໝາຍໃນຫຼາຍຕຳແໜ່ງ ແລະອົງການທີ່ສຳຄັນຂອງສະຫະປະຊາຊາດ, ຄື: ສະພາຄວາມໝັ້ນຄົງ, ສະພາສິດທິມະນຸດ, ສະພາເສດຖະກິດ ແລະສັງຄົມ (ECOSOC), ... ແລະປະຈຸບັນພວມດໍາລົງຫຼາຍໜ້າທີ່ສຳຄັນຢູ່ບັນດາກົນໄກຫຼາຍຝ່າຍໃຫຍ່ຂອງອົງການຈັດຕັ້ງນີ້.

ກໍ່ຕ້ອງເນັ້ນໜັກວ່າ: ການຊຸກຍູ້ການພົວພັນຮ່ວມມືກັບ ສປຊ ຍາມໃດກໍ່ໄດ້ກໍານົດວ່າແມ່ນໜຶ່ງໃນບັນດາຈຸດສຸມໃນນະໂຍບາຍການຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ຜ່ານແຕ່ລະໄລຍະ. ປະຈຸບັນ, ສປຊ ສືບຕໍ່ຢືນຢັນທີ່ຕັ້ງສຳຄັນໃນແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະລັດຫວຽດນາມ, ເຊິ່ງພະຍານຫຼັກຖານແມ່ນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ເນັ້ນໜັກເຖິງແຜນນະໂຍບາຍຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ເປັນເຈົ້າການເຂົ້າຮ່ວມ ແລະເສີມຂະຫຍາຍບົດບາດຂອງຫວຽດນາມ ຢູ່ບັນດາກົນໄກຫຼາຍຝ່າຍ; ໂດຍພິເສດແມ່ນອາຊຽນ ແລະ ສປຊ...

ການພົວພັນ ຫວຽດນາມ - ສປຊ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງບັນດາຄວາມມານະພະຍາຍາມຫຼາຍຢ່າງຈາກສອງຝ່າຍ, ໃນນັ້ນມີການຮັດແໜ້ນ ແລະຍົກສູງປະສິດທິຜົນການຮ່ວມມືກວ່າອີກ ເພື່ອໜູນຊ່ວຍພາລະກິດພັດທະນາຂອງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປັບປຸງບົດບາດຂອງ ສປຊ, ພ້ອມກັນສືບຕໍ່ມາສູ້ຊົນ ເພື່ອເປົ້າໝາຍຮ່ວມແມ່ນສັນຕິພາບ, ການຮ່ວມມື ແລະພັດທະນາ.

ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້

ຍ​ສ​ໝ - ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດພິທີສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022).

ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ ຫວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 47 ຂອງສະ​ພາມອບ​ໝາຍກອງທຶນ ອາ​ຊຽນ

ສີ້ນສຸດກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ໄດ້ມອບຕຳແໜ່ງປະທານ AF BOT ໃຫ້ທ່ານ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຂອງບຣູໄນປະຈຳ ອາຊຽນ. ບຣູໄນ ຈະຮັບຜິດຊອບບົດບາດນີ້ ໃນປີ 2022.

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.